ການປະທະກັນ ແລະການອົບພະຍົບຫຼົບໄພ ເປັນຈຳນວນຫຼວງຫຼາຍຂອງຜູ້ຄົນ ໃນລັດ
ກາຢິນທາງພາກຕາເວັນອອກສຽງໃຕ້ຂອງມຽນມາ ໄດ້ພາໃຫ້ເກີດຄວາມສົງໄສຫຼາຍຂຶ້ນ
ວ່າ ສົງຄາມກາງເມືອງທີ່ດົນນານທີ່ສຸດຂອງໂລກ ທີ່ພົວພັນກັບພວກຊົນກຸ່ມນ້ອຍກະ
ຫລ່ຽງ ສາມາດໄດ້ຮັບການແກ້ໄຂໄດ້ພາຍໃຕ້ຂັ້ນຕອນສັນ ຕິພາບ ທີ່ນຳພາໂດຍທ່ານ
ນາງ ອອງ ຊານ ຊູ ຈີ.
ອີງຕາມ ຕາໜ່າງສະໜັບສະໜູນສັນຕິພາຍກະຫລ່ຽງ ທີ່ເປັນເຄືອຂ່າຍລະບົບອົງການ
ຈັດຕັ້ງປະຊາຄົມ ໃນວັນທີ 4 ເດືອນມີນານີ້ທະຫານມຽນມາຫຼາຍກວ່າ 600 ຄົນ ໄດ້
ອອກຈາກຄ້າຍເຂົາເຈົ້າ ໄປຍັງເຂດພົນລະເຮືອນທີ່ອ້າງເອົາໂດຍສະຫະພັນກະຫລ່ຽງ
ແຫ່ງຊາດ ຫຼື KNU ທີ່ໄດ້ລຸກຂຶ້ນຕໍ່ສູ້ຕ້ານລັດຖະບານກາງມາແຕ່ປີ 1949 ແຕ່ໄດ້ລົງ
ນາມຢຸດຍິງ ໃນປີ 2012.
ທ່ານນາງອອງ ຊານ ຊູ ຈີ (ຂວາ) ແລະທ່ານມາຕູ ເຊ ໂປ ປະທານ ສະຫະພັນກະຫລ່ຽງແຫ່ງຊາດ ທີ່ກອງປະຊຸມ ໃນນະຄອນເນປີຕໍ ທີ 24 ສິງຫາ 2016.
ທະຫານມຽນມາ ໃນການປະຕິບັດງານສ້ອມແປງຖະໜົນຫົນທາງທີ່ເພພັງ ໃນເຂດ
ຮປາປຸນ (Hpapun) ທາງພາກຕາເວັນອອກສຽງເໜືອຂອງລັດກາຢິນໃກ້ກັບຊາຍ
ແດນໄທ ໄດ້ຍິງຕໍ່ສູ້ກັນ ກັບທະຫານ KNU ແລະພວກທະຫານບ້ານໃນທ້ອງຖິ່ນ.
ນີ້ໄດ້ເຮັດໃຫ້ພວກຊາວບ້ານຫຼາຍກວ່າ 1,500 ຄົນຫລົບໜີເຂົ້າປ່າທີ່ຢູ່ອ້ອມແອ້ມ
ບ່ອນທີ່ເຂົາເຈົ້າຍັງມີອາຫານ ແລະຢຸກຢາເຫຼືອຢູ່ພຽງເລັກນ້ອຍ ອີງຕາມທ່ານຊໍ ເວ ເລ
ໂຄສົກຕາໜ່າງສະໜັບສະໜູນສັນຕິພາບ.
ພົນລະເຮືອນກະຫລ່ຽງ ພາກັນໜີອອກຈາກໝູ່ບ້ານເຂົາເຈົ້າ ເຂົ້າໄປລີ້ໄພຢູ່ປະເທດໄທ ລະຫວ່າງຄື້ນຟອງຄວາມຮຸນແຮງ.
ທ່ານຊໍ ເທັນເດີ ໂຄສົກກອງພັນທີ 5 ຂອງສະຫະພັນກະຫລ່ຽງ ທີ່ຕັ້ງຢູ່ໃນເຂດ ດັ່ງກ່າວ
ໄດ້ກ່າວຕໍ່ວີໂອເອວ່າ ການປະທະກັນ ໄດ້ເລີ້ມມາແຕ່ວັນທີ 4 ຫາ 9ເດືອນມີນາໂດຍ
ປາດສະຈາກການໄດ້ຮັບບາດເຈັບໃດໆ. ທ່ານເວົ້າວ່າ ທັງສອງຝ່າ ຍບັດນີ້ “ກຳລັງລໍ
ຖ້າ ແລະເບິ່ງຢູ່". ທະຫານມຽນມາໄດ້ລີ້ຢູ່ຂ້າງຖະໜົນ ບໍ່ທັນໄດ້ທຳການບຸກຄືບໜ້າໃດໆ.