ລັດຖະບານທະຫານມຽນມາ ໃນວັນຈັນມື້ນີ້ ໄດ້ຕັດສິນຈຳຄຸກທ່ານນາງ ອອງ ຊານ ຊູ ຈີ ຜູ້ນຳທີ່ຖືກປົດອອກຈາກຕຳແໜ່ງ ເປັນເວລາ 4 ປີ ໃນຂໍ້ຫາຍຸແຍ່ ໃຫ້ມີການຕໍ່ຕ້ານທະຫານ ແລະລະເມີດກົດລະບຽບກ່ຽວກັບການລະບາດຂອງ ພະຍາດໂຄວິດຊຶ່ງເປັນສິ່ງທຳອິດໃນການຕັດສິນຫລາຍໆຢ່າງທີ່ອາດມີຂຶ້ນ ທີ່ອາດຈະເຮັດໃຫ້ຜູ້ໄດ້ຮັບລາງວັນໂນແບລຖືກຈຳຄຸກເປັນເວລາຫລາຍທົດສະວັດກໍເປັນໄດ້ ອີງຕາມໂຄສົກລັດຖະບານທ່ານນຶ່ງທີ່ກ່າວຕໍ່ອົງການ AFP.
ທ່ານນາງ ຊູ ຈີ, ອາຍຸ 76 ປີ ໄດ້ຖືກກັກຂັງນັບຕັ້ງແຕ່ພວກນາຍພົນໄດ້ກໍ່ລັດຖະປະຫານ ແລະໄດ້ໂຄ່ນລົ້ມລັດຖະບານຂອງທ່ານນາງໃນວັນທີ 1 ກຸມພາ ໂດຍໄດ້ເຮັດໃຫ້ໄລຍະທີ່ມີປະຊາທິປະໄຕອັນສັ້ນໆຂອງປະເທດໃນເຂດເອເຊຍຕາເວັນອອກສຽງໃຕ້ແຫ່ງນັ້ນສິ້ນສຸດລົງ.
ນັບຕັ້ງແຕ່ນັ້ນມາ, ທ່ານນາງກໍໄດ້ຖືກກ່າວຫາໃນຫຼາຍກະທົງ, ລວມທັງການລະ ເມີດກົດໝາຍດ້ານຄວາມລັບຂອງທາງການ, ການສໍ້ລາດບັງຫຼວງ ແລະການສໍ້ ໂກງການເລືອກຕັ້ງ, ແລະທ່ານນາງຈະປະເຊີນກັບການຕິດຄຸກເປັນເວລາຫຼາຍ ສິບປີ ຖ້າຖືກຕັດສິນລົງໂທດໃນທຸກໆກະທົງນີ້.
ໃນວັນຈັນວານນີ້ ທ່ານນາງ ຊູ ຈີ ໄດ້ຖືກຕັດສິນໂທດຈຳຄຸກ 2 ປີ ໃນຂໍ້ຫາຍຸແຍ່ໃຫ້ມີການຕໍ່ຕ້ານກັບທະຫານ ແລະອີກ 2 ປີ ສຳລັບການລະເມີດກົດໝາຍວ່າດ້ວຍໄພພິບັດທຳມະຊາດທີ່ກ່ຽວຂ້ອງກັບໂຄວິດ, ອີງຕາມໂຄສົກລັດຖະບານ, ທ່ານຊໍ ມິນ ຕຸນ (Zaw Min Tun) ທີ່ກ່າວຕໍ່ອົງການຂ່າວ AFP ທາງໂທລະສັບ.
ທ່ານກ່າວວ່າ ອະດີດປະທານາທິບໍດີ ວິນ ມິນ (Win Myint) ກໍຖືກຈຳຄຸກເປັນເວລາ 4 ປີເຊັ່ນກັນໃນຂໍ້ກ່າວຫາອັນດຽວກັນນີ້, ແຕ່ທ່ານກໍກ່າວຕື່ມອີກວ່າ ພວກເຂົາເຈົ້າຍັງບໍ່ທັນຖືກຈັບເຂົ້າໄປຂັງໄວ້ໃນຄຸກເທື່ອ.
ທ່ານກ່າວຕໍ່ໄປວ່າ "ພວກເຂົາເຈົ້າຈະປະເຊີນກັບຂໍ້ກ່າວຫາອື່ນໆ ຈາກສະຖານທີ່ ທີ່ພວກເຂົາເຈົ້າພັກເຊົາໃນປັດຈຸບັນນີ້", ໂດຍກ່າວເຖິງການກັກຂັງພວກເຂົາ ເຈົ້າໃນນະຄອນຫຼວງ ເນປີດໍ ແຕ່ບໍ່ໄດ້ໃຫ້ລາຍລະອຽດເພີ່ມເຕີມແຕ່ຢ່າງໃດ.
ການກ່າວໂທດໃນເລື້ອງຍຸແຍ່ແມ່ນກ່ຽວຂ້ອງກັບຖະແຫຼງການຂອງພັກສັນນິ ບາດແຫ່ງຊາດເພື່ອປະຊາທິປະໄຕ ຫລື NLD ຂອງທ່ານນາງ ທີ່ໄດ້ພິມເຜີຍແຜ່ໃນເວລາບໍ່ດົນຫລັງຈາກມີການກໍ່ລັດຖະປະຫານ ຊຶ່ງໄດ້ປະນາມການຢຶດອຳນາດຂອງບັນດານາຍພົນທັງຫລາຍ.
ການກ່າວຫາກ່ຽວກັບເລື້ອງ Covid ແມ່ນກ່ຽວຂ້ອງກັບການເລືອກຕັ້ງໃນປີ ກາຍນີ້, ເຊິ່ງພັກ NLD ໄດ້ຊະນະຢ່າງຖ້ວມລົ້ນ, ແຕ່ລາຍລະອຽດແມ່ນບໍ່ມີ ຄວາມຊັດເຈນໂດຍທີ່ລັດຖະບານໄດ້ອອກຄໍາສັ່ງບໍ່ໃຫ້ມີໃຜເວົ້າຫຍັງໄດ້ກ່ຽວກັບການດໍາເນີນຄະດີຂອງສານ.
ນັກຂ່າວຖືກຫ້າມບໍ່ໃຫ້ເຂົ້າຮ່ວມການພິຈາລະນາຄະດີຂອງສານພິເສດໃນນະຄອນຫຼວງເນປີດໍ ແລະເມື່ອບໍ່ດົນມານີ້ທະນາຍຄວາມຂອງທ່ານນາງ ຊູ ຈີ ກໍຖືກຫ້າມບໍ່ໃຫ້ເວົ້າຕໍ່ສື່ມວນຊົນ.