ມຽນມາ ປະຫານ ນັກເຄື່ອນໄຫວ ເພື່ອປະຊາທິປະໄຕ 4 ຄົນ ເຮັດໃຫ້ ນັກຊ່ຽວຊານ ດ້ານສິດທິມະ​ນຸດ ສປຊ 'ບໍ່​ພໍ​ໃຈ'

ແຟ້ມພາບ: ອະດີດຄູຝຶກດ້ານການອອກກຳລັງກາຍ ແລະສະມາຊິກ ກອງກຳລັງປ້ອງກັນຂອງປະຊາຊົນ ຫຼື People's Defence Force (PDF) ອາຍຸ 34 ປີ ໄດ້ຮັບການຕັດຜົມ ສະຕາຍແບບທະຫານ ຢູ່ທີ່ຄ້າຍຝຶກຊ້ອມແຫ່ງນຶ່ງ ໃນພື້ນທີ່ຄວບຄຸມໂດຍ ພວກຊົນເຜົ່າກະຫຼ່ຽງ, ລັດກາຫຼ່ຽງ, ມຽນມາ, ວັນທີ 11 ກັນຍາ 2021.

ອຳນາດການປົກຄອງທະຫານມຽນມາ ໄດ້ປະຫານຊີວິດ ນັກເຄື່ອນໄຫວເພື່ອປະຊາທິປະໄຕ 4 ຄົນ ທີ່ຖືກກ່າວຫາວ່າ ໃຫ້ການຊ່ອຍເຫຼືອ ໃນການດຳເນີນ “ການກະທຳກໍ່ການຮ້າຍ” ສື່ມວນຊົນຂອງທາງການໄດ້ກ່າວໃນວັນຈັນມື້ນີ້ ຊຶ່ງເປັນການປະຫານຊີວິດຄັ້ງທຳອິດໃນຮອບຫຼາຍທົດສະວັດຂອງປະເທດໃນເຂດເອເຊຍຕາເວັນອອກສຽງໃຕ້ແຫ່ງນີ້ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌.

ການຕັດສິນລົງໂທດປະຫານຊີວິດ​ເມື່ອເດືອນມັງກອນໃນການດຳເນີນຄະດີແບບປິດລັບນັ້ນ ພວກຊາຍທັງສີ່ຄົນ ໄດ້ຖືກກ່າວຫາວ່າ ຊ່ອຍເຫຼືອພວກທະຫານບ້ານຕໍ່ສູ້ກຳ​ລັງກອງທັບທີ່ໄດ້ຍຶດອຳນາດໃນການກໍ່ລັດຖະປະຫານເມື່ອປີກາຍນີ້ ແລະ ໄດ້ດຳເນີນການປາບປາມຢ່າງນອງເລືອດ ຕໍ່ພວກຝ່າຍຄ້ານຂອງຕົນ.

ລັດຖະບານສາມັກຄີແຫ່ງຊາດຂອງມຽນມາ ຫຼື NUG ທີ່ເປັນລັດຖະບານເງົາ ຊຶ່ງ ຖືກລັດຖະບານຜະເດັດການຂອງທະຫານປະກາດວ່າ ຜິດກົດໝາຍນັ້ນ ໄດ້ກ່າວປະນາມການປະຫານຊີວິດ ທີ່ໄດ້ຖືກລາຍງານດັ່ງກ່າວ.

ໂຄສົກຂອງຫ້ອງການປະທານລັດ​ຖະ​ບານ NUG ທ່ານ ຈໍ ຊໍ້ (Kyaw Zaw) ໄດ້ກ່າວຕໍ່​ອົງ​ການ​ຂ່າວຣອຍເຕີສ໌ ວ່າ “ໂສກເສົ້າຢ່າງຍິ່ງ....ປະນາມຄວາມໂຫດ​ຮ້າຍຂອງລັດຖະບານຜະເດັດການ ດ້ວຍຄຳເວົ້າຢ່າງແຮງ​ສຸດ ຖ້າຫາກວ່າ ມັນເປັນແບບນັ້ນແທ້.”

ທ່ານເວົ້າອີກວ່າ “ປະຊາຄົມໂລກຕ້ອງລົງໂທດຄວາມໂຫດຮ້າຍຂອງພວກເຂົາ.”

​ໃນພວກທີ່ໄດ້ຖືກປະຫານຊີວິດ ລວມມີ ຜູ້ມີຊື່ສຽງດ້ານປະຊາທິປະໄຕ ທ່ານ ຈໍ ມິນ ຢູ (Kyaw Min Yu) ທີ່ຮູ້ຈັກກັນດີ​ໃນ​ຊື່ ຈິມມີ ແລະອະດີດສະມາຊິກສະພາ ແລະເປັນນັກຮ້ອງ ຮິບ-ຮັອບ (hip-hop) ໂຟຍ ຊີຢາ ທໍ (Phyo Zeya Thaw) ອີງ​ຕາມ​ລາຍ​ງານ​ຂອງໜັງສືພິມ Global New Light of Myanmar.

ທ່ານຈໍ ມິນ ຢູ ອາຍຸ 53 ປີ ແລະ ທ່ານໂຟຍ ຊີຢາ ທໍ ອາຍຸ 41 ປີ ເປັນພັນ ທະມິດຂອງຜູ້ນຳມຽນມາ ທ່ານນາງອອງຊານຊູຈີທີ່ໄດ້ຖືກໂຄ່ນລົ້ມ ຊຶ່ງພວກເຂົາ ໄດ້ຖືກປະຕິເສດ ຕໍ່ການຂໍອຸທອນໃນ​ການຕັດສິນລົງໂທດ ​ເມື່ອເດືອນມິຖຸນາ.

ອີກສອງຄົນທີ່ໄດ້ຖືກປະຫານຊີວິດ ຄືທ່ານລາ ມີໂຢ ອອງ (Hla Myo Aung) ແລະ ທ່ານອອງ ທູຣາ ຊໍ້ (Aung Thura Zaw).

“ຂ້າພະເຈົ້າຄຽດແຄ້ນ ແລະຮູ້ສຶກເສຍໃຈ ທີ່ໄດ້ຍິນຂ່າວການປະຫານຊີວິດຂອງ ລັດຖະບານຜະເດັດການ ພວກຄົນຮັກຊາດ ແລະຜູ້ຕໍ່ສູ້ເພື່ອສິດທິມະນຸດ ແລະປະຊາທິປະໄຕຂອງມຽນມາ” ທ່ານທອມ ແອນດຣູ ຜູ້ລາຍງານພິເສດ ຂອງອົງ ການສະຫະປະຊາຊາດ ດ້ານສິດທິມະນຸດໃນມຽນມາ ໄດ້ກ່າວໃນຖະແຫລງການສະບັບນຶ່ງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ