ລັດຖະບານມຽນມາ ແລະ ບັນດາຜູ້ຕາງໜ້າກຸ່ມກະບົດ ລົງນາມ ໃນຮ່າງຂໍ້ຕົກລົງສັນຕິພາບ

ປະທານາທິບໍດີມຽນມາ ທ່ານ Thein Sein (ກາງຊ້າຍ) ແລະ ທ່ານ Naing Han Tha (ກາງຂວາ) ຫົວໜ້າຄະນະປະສານງານ ການຢຸດຍິງ ໃນທົ່ວປະເທດ.

ລັດຖະບານ​ມຽນມາ ແລະ​ບັນດາ​ຜູ້ຕ​າງໜ້າ ຂອງ​ພວກ​ກະບົດ​
ຈາກ 16 ຊົນ​ຊາດຊົນເຜົ່າທີ່​ສຳ​ຄັນ ​ໄດ້​ລົງ​ນາມ​ໃນຮ່າງ​ຂໍ້ຕົກລົງ​
ຢຸດ​ຍິງ ​ທີ່​ແນໃສ່​ເພື່ອຍຸດຕິການສູ້​ລົບ​ກັນ​ດ້ວຍກຳລັງອາວຸດ
ມາເປັນ​ເວລາ​ຫລາຍ​ທົດ​ສະ​ວັດແລ້ວນັ້ນ.

ໃນການຖະ​ແຫລ​ງ​ຢູ່​ພິທີ​ລົງ​ນາມ ທີ່​ນະຄອນ​ຢາງ​ກຸ້ງ ​ໃນ​ວັນ​ອັງ
ຄານ​ມື້​ນີ້ ປະທານາທິບໍດີ Thein Sein ​ໄດ້​ສັນລະ​ເສີນ​ຮ່າງ​ຂໍ້​
ຕົກລົງ​ສັນຕິພາບໃນ​ທົ່ວ​ປະ​ເທດວ່າ ​ເປັນ​ບາດ​ກ້າວທຳ​ອິດ​ ໄປ​
ສູ່​ການເປີດການ​ເຈລະຈາ​ທາງດ້ານການ​ເມືອງ​ກັບ ກຸ່ມ​ກະບົດ
ຕ່າງໆ​.

ກ່ອນຈະມີ​ການ​ລົງ​ນາມໃນຂໍ້​ຕົກລົງ​ຂັ້ນສຸດ​ທ້າຍນັ້ນ ພວກ​ກະບົດ​ກ່ອນອື່ນໝົດ ຈັດກອງ​ປະຊຸມເພື່ອ​ຕັດສິນໃຈຮັບເອົາເງື່ອນໄຂຕ່າງໆຂອງຂໍ້ຕົກລົງ. ແຕ່ຍັງ​ບໍ່​ທັນ​ໄດ້ກຳນົດ​ວັນ
​ເວລາຂອງ​ກອງ​ປະຊຸມນັ້ນ​ເທື່ອ.

​ເຖິງ​ຢ່າງ​ໃດ​ກໍ​ດີ ສະຫະ​ປະຊາ​ຊາດ ​ກໍໄດ້​ສັນລະ​ເສີນ​ຮ່າງ​ຂໍ້​ຕົກລົງ​ຢຸດ​ຍິງ​ໃນທົ່ວ​ປະ​ເທດ
ຫລື NCA ວ່າ​ ມີຄວາມໝາຍ “ປະຫວັດສາດ ​ແລະ​ບັນລຸ​ຜົນ​ທີ່​ສຳຄັນ.”

ທີ່​ປືກສາ​ພິ​ເສດ ສະຫະ​ປະຊາ​ຊາດ ທ່ານ Vijay Nambiar ກ່າວ​ຢູ​ໃນຖະແຫຼງຂ່າວສະ
ບັບນຶ່ງ​ວ່າ “ການ​ລົງ​ນາ​ມໃນຂໍ້ຕົກລົງ​ຢຸດ​ຍິງ​ທົ່ວ​ປະ​ເທດ ​ເປັນ​ບາດ​ກ້າວ ທຳ​ອິດ​ໄປ​ສູ່່ການ
​ເຈ​ລະ​ຈາ​ໃນຂອບເຂດທີ່ກວ້າງຂວາງ ​ເພື່ອ​ແກ້ໄຂບັນຫາຕ່າງໆ ທາງດ້ານການ​ເມືອງ ​ແລະ​
ດ້ານ​ທະຫານ ​ທີ່​ຈະ​ແຜ້ວ​ທາງ​ໄປ​ສູ່ອະນາຄົດທີ່ມີທຸກ ພັກຝ່າຍເຂົ້າຮ່ວມ ແລະເປັນນຳນຶ່ງ
ໃຈດຽວກັນ ສຳຫລັບມຽນມາ.”

ທ່ານກ່າວຕື່ມວ່າ “ການຕົກລົງກັນມື້ນີ້ເປັນສັນຍານທີ່ສະແດງໃຫ້ເຫັນເຖິງການມີ ຄວາມ
ເຊື່ອໝັ້ນ ຄວາມໄວ້ວາງໃຈ ແລະການຮ່ວມມືໃນລະດັບໃໝ່ ທີ່ອາດເປັນ ໄປໄດ້ລະຫວ່າງ
ອະດີດຄູ່ສັດຕູ ແລະແກ່ນກ້າການຂອງປ່ຽນແປງທີ່ສຳຄັນ ຢູ່ໃນ ມຽນມາ ກຳລັງເລີ້ມແຕກ
ໜໍ່ອອກມາແລ້ວ.”

Your browser doesn’t support HTML5

Myanmar Ceasefire