ມຽນມາ ຈະຜ່ອນໂທດ ໃຫ້ແກ່ ນັກເຄື່ອນໄຫວ ການເມືອງ ທົ່ວປະເທດ

ນັກເຄື່ອນໄຫວທີ່ເປັນນັກສຶກສາ ສະເຫຼີມສະຫຼອງຢູ່ນອກຄຸກ ຫຼັງຈາກໄດ້ຖືກປ່ອນຕົວ ໂດຍການນິລະໂທດກຳຂອງລັດຖະບານໃໝ່ ໃນເມືອງ ຢາງກຸ້ງ, ປະເທດ ມຽນມາ. 17 ເມສາ, 2016.

​ເຈົ້າໜ້າ​ທີ່ມຽນມາ ກຳລັງທົບທວນຄືນ ການ​ດຳ​ເນີນຄະດີຕ່າງໆຂອງສານ ຕໍ່ພວກນັກໂທດ ການເມືອງ ແລະ ພວມດຳ​ເນີນງານເພື່ອຈະຍົກເລີກຂໍ້ຫາຕໍ່ພວກເຂົາເຈົ້າທັງໝົດ ອີງຕາມ ເຈົ້າໜ້າທີ່ຂັ້ນສູງທ່່ານໜຶ່ງ.

ທ່ານ Zaw Htay ໂຄສົກຂອງທຳນຽບປະທານາທິບໍດີ ໄດ້ກ່າວຕໍ່ ວີໂອເອພະແນກພາສາ ມຽນມາ ວ່າ ມີການກະ​ປະມານວ່າ ພວກນັກໂທດການເມືອງ 200 ຄົນຈະຖືກປ່ອຍໂຕໃຫ້ ເປັນອິດສະລະ ຫຼັງຈາກວັນຢຸດພັກປີໃໝ່ ຊຶ່ງສິ້ນສຸດລົງ ໃນວັນທີ 20 ເມສາ ວານນີ້.

ທ່ານ Zaw Htay ເວົ້າວ່າ “ພວກຄະດີ ທີ່ທາງການທົບທວນຄືນ ຄວນເປັນຄະດີຂອງ ພວກນັກເຄື່ອນໄຫວ​ແບບ​ສັນຕິ ບົນພື້ນຖານຂອງ ສິດເສລີພາບໃນການສະແດງອອກ ຊຶ່ງຄວາມຄິດເຫັນ ແຕ່ບໍ່ກ່ຽວພັນກັບການກະທຳ​ຜິດທາງອາຍາ ແລະ ການກໍ່​ຄວາມຮຸນ ແຮງຕ່າງໆ. ກະຊວງພາຍໃນ ຈະທົບທວນຄືນ ພວກຄະດີເຫຼົ່ານັ້ນ ແລະ ຈະສົ່ງລາຍຊື່ ໃຫ້ແກ່ທຳ​ນຽບຂອງປະທານາທິບໍດີ.”

ຢູ່ໃນຖະແຫລງການ ສະບັບທຳອິດ ຂອງທ່ານນາງ Aung San Suu Kyi ນັບຕັ້ງແຕ່ໄດ້ ຮັບຕຳແໜ່ງໃນຖານະທີ່ປຶກສາຂອງປະເທດ ທ່ານນາງ ໄດ້ປະຕິຍານວ່າຈະຊຸກຍູ້ໃຫ້ປ່ອຍ ໂຕພວກນັກໂທດການເມືອງ ແລະ ພວກນັກເຄື່ອນໄຫວທີ່ເປັນນັກສຶກສາ.

ປະທານາທິບໍດີ Htin Kyaw ໄດ້​ໃຫ້ອະໄພໂທດ ແກ່ນັກໂທດການ ເມືອງ 196 ຄົນເມື່ອບໍ່ ດົນມານີ້ ແລະ 113 ຄົນ ເມື່ອວັນທີ 9 ເມສາຜ່ານມາ ແລະ 83 ຄົນ ເມື່ອວັນທີ 17 ເມສາ. ທຳນຽບຂອງທ່ານ Htin Kyaw ໄດ້ປະກາດ ໃນວັນອາທິດຜ່ານມາ ກ່ຽວ​ກັບ​ໂອກາດ​ໃນ ການ​ໃຫ້ອະໄພໂທດທີ່ກວາງຕື່ມອີກ ໂດຍກ່າວວ່າ ປະທານາທິບໍດີ ໄດ້ລົງນາມໃນດຳລັດ ໂດຍມີເປົ້າໝາຍ ​ໃນການບັນລຸ “ຄວາມປອງດອງຊາດ” ໃນຂະນະທີ່ ປີໃໝ່ຂອງຊາວພຸດ ກຳລັງເລີ້ມຕົ້ນຂຶ້ນ.

ອີງຕາມ ສະມາຄົມຊ່ວຍເຫຼືອພວກນັກໂທດການເມືອງ ຫຼື AAPP ຊຶ່ງ​ເປັນອົງການທີ່ບໍ່ ຫວັງຜົນກຳໄລນັ້ນ ພວກນັກເຄື່ອນໄຫວການເມືອງ ເກືອບ 300 ຄົນ ແມ່ນຍັງປະເຊີນໜ້າ ກັບການດຳເນີນຄະດີ ຕາມສານ​ແຫ່ງຕ່າງໆ ແລະ ສ່ວນໃຫຍ່ ຂອງພວກຄະດີເຫຼົ່ານັ້ນ ແມ່ນກ່ຽວພັນກັບການເຄື່ອນໄຫວຕໍ່ສູ້ເລື່ອງບັນຫາຂັດແຍ້ງທີ່ດິນ ແລະ ການຍາດເອົາດິນ.

ຂໍ້ມູນຂອງອົງການ AAPP ໄດ້ຊີ້ໃຫ້ເຫັນວ່າພວກນັກເຄື່ອນໄຫວຫຼາຍກວ່າ 100 ຄົນແມ່ນ ຖືກຄຸມຂັງ ໃນປັດຈຸບັນ ຢູ່ມຽນມາ.

ອ່ານຂ່າວເລື່ອງນີ້ເປັນພາສາອັງກິດ