ບັນຫາຂັດແຍ້ງ ລະຫວ່າງກຳລັງປະກອບອາວຸດຂອງພວກຊົນກຸ່ມນ້ອຍໃນມຽນມາແລະກຳລັງທະຫານຝ່າຍລັດຖະບານ ພວມເພີ້ມທະວີຄວາມຮຸນແຮງຂຶ້ນ. ພວກທະຫານທີ່ຖືກເກນໃໝ່ພວມເຂົ້າຮ່ວມກຸ່ມກຳລັງປະກອບອາວຸດຕ່າງໆ ເຊັ່ນ ກອງທັບອາຣາຄານ ຊຶ່ງໄດ້ສ້າງຄ້າຍຝຶກແອບຂອງຕົນຂຶ້ນທີ່ລັດກະຈິ່ນ ຊຶ່ງເປັນຖານທີ່ໝັ້ນຂອງກຸ່ມກອງທັບກະຈິ່ນອິດສະຫຼະ ທີ່ເປັນສະມາຊິກໃນກຸ່ມພັນທະມິດພາກເໜືອ. Steve Sandford ມີລາຍງານຈາກເຂດດັ່ງກ່າວ ຊຶ່ງໄພສານ ຈະ ນຳເອົາລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ
Your browser doesn’t support HTML5
ເຊີນຟັງລາຍງານ ກອງທັບອາຣາຄານ ໃນມຽນມາ ພວມເກັບເກນ ແລະຝຶກແອບ ທະຫານໃໝ່
ການສູ້ລົບທີ່ເພີ້ມທະວີຂຶ້ນ ລະຫວ່າງທະຫານລັດຖະບານ ແລະກຳລັງປະກອບອາວຸດພັນທະມິດຊົນກຸ່ມນ້ອຍ ພາໃຫ້ມີການເກນທະຫານໃໝ່ຕື່ມຂຶ້ນ ຢູ່ໃນເຂດທີ່ພວກຊົນກຸ່ມນ້ອຍອາໄສຢູ່.
ກອງທັບເອກກະຣາດກະຈິ່ນ ຊຶ່ງເປັນຜູ້ຄວບຄຸມເຂດທີ່ຖືກລະບຸໄວ້ພາຍໃນລັດດັ່ງກ່າວ ເປັນຜູ້ອະນຸຍາດໃຫ້ກອງທັບອາຣາຄານທີ່ສ້າງຕັ້ງມາໄດ້ 10 ປີແລ້ວນັ້ນ ຕັ້ງຄ້າຍຂອງຕົນຂຶ້ນໄດ້. ນາງໂຊໂຊ ທະຫານເກນໃໝ່ຂອງກອງທັບອາຣາຄານ ກ່າວເປັນພາສາມຽນມາວ່າ:
“ເຫດຜົນທີ່ພາໃຫ້ຂ້ອຍເຂົ້າຮ່ວມກອງທັບອາຣາຄານແລະຝຶກແອບເປັນທະຫານແມ່ຍິງກໍເພາະວ່າ ຂ້ອຍບໍ່ຕ້ອງການຢາກເຫັນທະຫານມຽນມາກົດຂີ່ແລະສັງຫານປະຊາຊົນໃນລັດຣາໄຄນ໌ອີກຕໍ່ໄປ. ພວກທະຫານມຽນມາມັກຂົ່ມຂູ່ແລະປະຕິບັດຕໍ່ພວກເຮົາແບບບໍ່ດີ ໃນທຸກໆທາງທີ່ພວກເຂົາສາມາດເຮັດໄດ້. ຂ້ອຍຈຶ່ງທົນບໍ່ໄດ້ ດັ່ງນັ້ນຈຶ່ງໄດ້ຕັດສິນໃຈ ມາຮັບໃຊ້ຊາດ ແລະກອງທັບຂອງຂ້ອຍ.”
ຮອງຜູ້ບັນຊາການ ກອງທັບອາຣາຄານ ດຣ. ໂຍ ຕຸນ ອອງ (Nyo Tun Aung) ຜູ້ຊຶ່ງນອກນັ້ນແລ້ວຍັງກຳກັບເບິ່ງແຍງນຳການຝຶກແອບພະນັກງານແພດໝໍ ກ່າວວ່າ ຊາວມຸສລິມໂຣຮິງຢາ ບໍ່ແມ່ນເປັນພຽງກຸ່ມດຽວເທົ່ານັ້ນທີ່ຖືກໂຈມຕີຢູ່ລັດຣາໄຄນ໌. ດຣ. ໂຍ ຕຸນ ອອງ ກ່າວວ່າ:
“ເມື່ອເກີດບັນຫາກັບພວກຊາວເບັງກາລີໃນລັດຣາໄຄນ໌ ທົ່ວໂລກໄດ້ໃຫ້ຄວາມສົນໃຈແລະເຫັນອົກເຫັນໃຈເຂົາເຈົ້າ. ພວກເຮົາຢາກຂໍຮ້ອງໃຫ້ໂລກ ກະລຸນາແນມເບິ່ງແນ່ວ່າແມ່ນຫຍັງໄດ້ເກີດຂຶ້ນກັບປະຊາຊົນຊາວອາຣາຄານ. ຂໍໃຫ້ສົງສານພວກເຮົາຄືກັນແດ່. ພວກເຮົາກໍຕົກຢູ່ໃນສະພາບແບບດຽວກັນກັບຊາວເບັງກາລີ.”
ເຖິງແມ່ນວ່າຊາວອາຣາຄານສ່ວນໃຫຍ່ ນັບຖືສາສະໜາພຸດກໍຈິງ ແຕ່ພົນລະເຮືອນຂອງພວກເຮົາກໍໄດ້ຕົກເປັນເປົ້າຂອງກອງທັບມຽນມາ.
ອີງຕາມລາຍງານຂອງ Asia Reports ແລ້ວ ເຂດເສດຖະກິດທີ່ສຳຄັນທີ່ພວມໄດ້ຮັບການພັດທະນາ ຢູ່ໃນລັດຣາໄຄນ໌ ຊຶ່ງໄດ້ຮັບທຶນສະໜັບສະໜຸນ ຈາກຈີນ ແລະອິນເດຍນັ້ນໄດ້ເຮັດໃຫ້ພົນລະເຮືອນຫຼາຍພັນຄົນທີ່ຢູ່ເລາະຕາມແຄມຝັ່ງທະເລຕ້ອງໄດ້ຍົກຍ້າຍ.
ໃນຂະນະທີ່ທໍ່ນ້ຳມັນແລະທ່າເຮືອນ້ຳເລິກ ຈະສະໜອງນ້ຳມັນແລະແກັສທຳມະຊາດໃຫ້ແກ່ປະເທດເພື່ອນບ້ານກໍຈິງຢູ່ ແຕ່ຜົນປະໂຫຍດສຳລັບປະຊາຊົນໃນທ້ອງຖິ່ນແມ່ນຍັງບໍ່ຈະແຈ້ງ ອີງຕາມພວກກະບົດ ກອງທັບອາຣາຄານ. ຮ້ອຍໂທຈໍທານ ກ່າວກ່ຽວກັບເລື້ອງນີ້ວ່າ:
“ມື້ນຶ່ງ ຂ້ອຍຢືນຢູ່ເທິງງພູ. ຂ້ອຍແນມລົງມາເບິ່ງນະຄອນຫຼວງແລະກໍເຫັນແສງໄຟໃນທົ່ວເມືອງດັ່ງກ່າວ. ແຕ່ຂ້ອຍເບິ່ງໄປທີ່ໝູ່ບ້ານຂອງພວກເຮົາແລ້ວ ຂ້ອຍຫວັງວ່າຈະໄດ້ເຫັນແສງໄຟ ແຕ່ສິ່ງທີ່ຂ້ອຍໄດ້ເຫັນເກັບມີແຕ່ຄວາມມືດ. ນັ້ນຄືສິ່ງທີ່ເຮັດໃຫ້ຂ້ອຍເສຍໃຈຫຼາຍ.”
ຕຳຫຼວດມຽນມາໄດ້ຍື່ນຂໍ້ຫາຕໍ່ຕ້ານການກໍ່ການຮ້າຍ ໃສ່ພວກຜູ້ນຳກອງທັບອາຣາຄານ 4 ຄົນ ທີ່ພົວພັນກັບການໂຈມຕີປ້ອມຕຳຫຼວດ ຍັງເປັນເລື້ອງທີ່ຄ້າງຄາກັນ ໃນຂະນະທີ່ການເຈລະຈາຢຸດຍິງ ຍັງດຳເນີນຢູ່ຕໍ່ມາກັບສະມາຊິກອື່ນໆໃນກຸ່ມພັນທະມິດ.