ຕົວເມືອງຕ່າງໆຂອງ ມຽນມາ ຈັດການນັດຢຸດງານທີ່ມິດງຽບ ເພື່ອລະນຶກເຖິງວັນຄົບຮອບນຶ່ງປີ ຂອງການກໍ່ລັດຖະປະຫານ

ຖະໜົນສາຍຫຼັກເປົ່າຫວ່າງໃນນະຄອນ ແມນດາເລ, ພາກກາງຂອງ ມຽນມາ, 1 ກຸມພາ 2022.

ຖະໜົນຫົນທາງໃນບັນດາຕົວເມືອງທີ່ສຳຄັນທົ່ວປະເທດ ມຽນມາ ແມ່ນເປົ່າຫວ່າງ ໃນຂະນະທີ່ປະຊາຊົນໄດ້ເຊື່ອຟັງການຮຽກຮ້ອງເພື່ອປະຕິບັດ “ການນັດຢຸດງານທີ່ມິດງຽບ” ໃນວັນອັງຄານວານນີ້ ເພື່ອລະນຶກເຖິງວັນຄົບຮອບນຶ່ງປີຂອງການໂຄ່ນລົ້ມ ລັດຖະບານພົນລະເຮືອນຂອງທ່ານນາງ ອອງ ຊານ ຊູ ຈີ ໂດຍທະຫານ.

ບັນດານັກເຄື່ອນໄຫວໄດ້ຮຽກຮ້ອງປະຊາຊົນໃນທົ່ວປະເທດໃຫ້ຢູ່ບ້ານ ແລະ ປິດທຸລະກິດຂອງເຂົາເຈົ້າເເພື່ອປະທ້ວງການກໍ່ລັດຖະປະຫານ. ພວກຜູ້ນຳລັດຖະ ບານທະຫານໄດ້ຂົ່ມຂູ່ທີ່ຈະຍຶດທຸລະກິດຕ່າງໆ ແລະ ຈັບກຸມຄົນຜູ້ໃດທີ່ເຜີຍແຜ່ຂໍ້ມູນ ກ່ຽວກັບ ການນັດຢຸດງານນັ້ນ. ອົງການຂ່າວ AP ໄດ້ກ່າວວ່າຢ່າງໜ້ອຍປະຊາຊົນ 58 ຄົນໃນທົ່ວ ມຽນມາ ໄດ້ຖືກຈັບນັບຕັ້ງແຕ່ອາທິດທີ່ຜ່ານມາ ຫຼັງ ຈາກໄດ້ລົງຂໍ້ຄວາມໃນ ເຟສບຸກ ວ່າຮ້ານ ແລະ ທຸລະກິດຂອງເຂົາເຈົ້າຈະປິດໃນວັນອັງຄານວານນີ້, ອີງຕາມລາຍງານຈາກໜັງສືພິມລາຍວັນ Myanmar Alinn ທີ່ດຳເນີນການໂດຍລັດຖະບານ.

ການຍຶດອຳນາດຂອງທະຫານໃນວັນທີ 1 ກຸມພາ 2021, ໄດ້ກັກຂັງທ່ານນາງ ຊູ ຈີ, ຜູ້ນຳລັດຖະ ບານພົນລະເຮືອນທີ່ແທ້ຈິງ, ແລະ ບັນດາເຈົ້າໜ້າທີ່ລະດັບສູງອື່ນໆ, ໂດຍອ້າງວ່າມີການສໍ້ໂກງຢ່າງກວ້າງຂວາງໃນການເລືອກຕັ້ງທົ່ວໄປເມື່ອເດືອນພະຈິກທີ່ຜ່ານມາ, ເຊິ່ງພັກສັນນິບາດແຫ່ງ​ຊາດເພື່ອປະຊາທິປະໄຕຂອງທ່ານນາງ ຊູ ຈີ ໄດ້ຊະນະ ພັກສະຫະພັນສາມັກຄີ ແລະ ການພັດທະນາ ທີ່ໄດ້ຮັບການໜູນຫຼັງໂດຍທະຫານຢ່າງຖ້ວມລົ້ນ.

ໃນວັນຈັນທີ່ຜ່ານມາ, ຜູ້ນຳລັດຖະບານທະຫານ ນາຍພົນ ມິນ ອອງ ແລງ ໄດ້ຕໍ່ເວລາຂອງພາວະສຸກເສີນໃນປັດຈຸບັນທີ່ຖືກກຳນົດ ຫຼັງຈາກການກໍ່ລັດຖະປະ ຫານ ໃນປີກາຍນີ້ອອກໄປອີກ 6 ເດືອນ.

ກຸ່ມນັກເຄື່ອນໄຫວອິດສະຫຼະຊື່ວ່າ ສະມາຄົມການຊ່ວຍເຫຼືອນັກໂທດການເມືອງ, ໄດ້ກ່າວວ່າຢ່າງໜ້ອຍ 1,500 ຄົນໄດ້ຖືກຂ້າຕາຍໃນຄວາມຮຸນແຮງຕໍ່ລະບອບການປົກຄອງທະຫານ ນັບຕັ້ງແຕ່ການກໍ່ລັດຖະປະຫານວັນທີ 1 ກຸມພາ 2021.

ເອກອັກຄະລັດຖະທູດ ສະຫະລັດ ປະຈຳອົງການສະຫະປະຊາຊາດ ທ່ານນາງ ລິນດາ ທອມມັສ ກຣີນຟີລດ໌ (Linda Thomas Greenfield) ໄດ້ກ່າວໃນຖະແຫຼງການສະບັບນຶ່ງໃນວັນອັງຄານວານນີ້ວ່າ “ພວກເຮົາເຫັນການລະເມີດສິດທິມະນຸດ ແລະ ການລ່ວງລະເມີດຕ່າງໆຂອງລະບອບການປົກຄອງນັ້ນເພີ່ມຂຶ້ນ, ພ້ອມກັບວິກິດການດ້ານມະນຸດສະທຳຮ້າຍແຮງຍິ່ງຂຶ້ນ.”

ທ່ານນາງໄດ້ກ່າວວ່າ ສະຫະລັດ ໄດ້ “ດຳເນີນການປະຕິບັດການຫຼາຍຢ່າງ” ກັບອົງການສະຫະປະຊາຊາດ ເພື່ອແກ້ໄຂບັນຫາ ມຽນມາ, ລວມທັງກົດດັນລັດຖະບານທະຫານ “ໃຫ້ຢຸດການເຄື່ອນໄປໃນທິດທາງທີ່ກົງກັນຂ້າມ ແລະ ກັບໄປສູ່ເສັ້ນທາງຂອງປະຊາທິປະໄຕ.”

ອ່ານຂ່າວນີ້ເປັນພາສາອັງກິດ