ບັນດາເຈົ້າໜ້າທີ່ທະຫານກ່າວວ່າ ປະມານ 400 ຄົນໄດ້ເສຍຊີວິດຍ້ອນການກໍ່ ຄວາມ
ຮຸນແຮງໃນລັດ ຣາໄຄ ປະເທດມຽນມາ ໃນອາທິດທີ່ຜ່ານມານີ້ ຊຶ່ງສ່ວນໃຫຍ່ແມ່ນ
ພວກກະບົດມຸສລິມ.
ຢູ່ໃນໜ້າ Facebook ຂອງທະຫານ ໄດ້ລາຍງານວ່າ 370 ຄົນ ແມ່ນພວກກະບົດ
ແລະອີກ 29 ຄົນທີ່ຖືກຂ້າຕາຍນັ້ນ ແມ່ນຕຳຫລວດ ຫລື ພົນລະເຮືອນ.
ແຕ່ຢ່າງໃດກໍດີ, ບັນດາສະມາຊິກຂອງປະຊາຄົມມຸສລິມຊາວໂຣຮິງຢາ ຊຶ່ງເປັນຊຸມຊົນ
ສ່ວນນ້ອຍ ໄດ້ລາຍງານວ່່າ ມີການໂຈມຕີໃສ່ໝູ່ບ້ານຂອງເຂົາເຈົ້າ ຊຶ່ງເຮັດໃຫ້ຫລາຍ
ຄົນເສຍຊີວິດ ແລະບັງຄັບໃຫ້ຫລາຍພັນຄົນຫລົບໜີໄປ.
ຜູ້ຊາຍຄົນນຶ່ງ ທີ່ຫລົບໜີຈາກຄວາມຮຸນແຮງ ໃນລັດ Rakhine ທີ່ີເມືອງ Sittwe ຂອງ Myanmar ໃນວັນທີ 1 ເດືອນກັນຍາ, 2017.
ອົງການສິ້ງຊອມສິດທິມະນຸດກ່າວໃນວັນເສົາມື້ນີ້ວ່າ ຮູບພາບຈາກດາວທຽມ ໄດ້ບັນ
ທຶກໃນວັນພະຫັດວານນີ້ ຢູ່ໃນໝູ່ບ້ານ Chein Li ຂອງຊາວໂຣຮິງຢາທີ່ເປັນມຸສລິມ
ຢູ່ໃນເມືອງ Rathedaung ສະແດງໃຫ້ເຫັນຄວາມເພພັງຂອງຕຶກ 700 ຫລັງ. ກຸ່ມສິດ
ທິມະນຸດກ່າວວ່າ 99 ເປັນເຊັນຂອງໝູ່ບ້ານໄດ້ຖືກທຳລາຍ ແລະສະແດງໃຫ້ເຫັນ
ຄວາມວ່າມີໄຟໄໝ້ຢ່າງຕໍ່ເນື່ອງ ຮວມທັງເຫັນບ່ອນດ່າງໄຟໄໝ້ໃຫຍ່ ແລະຕົ້ນໄມ້ຖືກ
ທຳລາຍ. ທ່ານ Phi Robertson ຮອງຜູ້ອຳນວຍາການອົງການສິ້ງຊອມສິດທິມະນຸດ
ປະຈໍາເອເຊຍກ່າວວ່າ “ບໍ່ມີແຕ້ພຽງເທົ່ານັ້ນ ອັນນີ້ແມ່ນເປັນພຽງນຶ່ງຂອງຈຳນວນ
17 ແຫ່ງທີ່ພວກເຮົາພົບເຫັນບ່ອນທີ່ເກີດໄຟໄໝ້ຂຶ້ນ.”
ຄອບຄົວຊາວຮິນດູ ເດີນທາງມາເຖິງຄ້າຍພັກ ນໍ້າເບີ 3 ທີ່ເປັນໂຮງຮຽນປະຖົມ ທາງພາກເໜືອ Myoma ຂອງເມືອງ Maungngdaw.
ອົງການສະຫະປະຊາຊາດກ່າວວ່າ ຢ່າງໜ້ອຍ 38,000 ຄົນໄດ້ຫລົບໜີຈາກມຽນມາ
ເຂົ້າຟປປະເທດບັງກລາແດັສ ຊຶ່ງສ່ວນໃຫຍ່ແມ່ນຊາວໂຣຮິງຢາ. ບັນດາຜູ້ນຳປະຊາ
ຄົມໃນບັງກລາແດັສ ໄດ້ກ່າວຕໍ່ວີໂອເອວ່າ ຊາວຮິນດູຈຳນວນນຶ່ງ ຊຶ່ງກໍເປັນຊຸມຊົນ
ສ່ວນນ້ອຍເຊັນກັນໃນມຽນມາກໍໄດ້ພາກັນຂ້າມຊາຍແດນໄປຄືກັນ.
ຄອບຄົວທີ່ຫລົບໜີໄພຄວາມຮຸນແຮງ ຢູ່ລັດ Rakhine ກຳລັງພັກພາອາໄສ ຢູ່ສູນອົບພະຍົບແຫ່ງນຶ່ງ.
ທ່ານ Robertson ກ່າວວ່າ ຄະນະປະຕິບັດງານຊອກຫາຄວາມຈິງຂອງ ອົງການສະ
ຫະປະຊາດຄວນໄດ້ຮັບ “ການຮ່ວມມືຢ່າງເຕັມສ່ວນ” ຈາກລັດຖະບານມຽນມາ “ເພື່ອ
ປະຕິບັດຕາມໜ້າທີ່ຂອງເຂົາເຈົ້າໃນການປະເມີນການລະເມີດຕໍ່ສິດທິມະນຸດໃນລັດ
ຣາໄຄ ແລະຊອກຫາວິທີທາງຢຸດຕິການໂຈມຕີ ແລະຮັບປະກັນວ່າໃຫ້ມີຄວາມຮັບ
ຜິດຊອບຕໍ່ການໂຈມຕີນັ້ນ.”
ໝູ່ບ້ານຊາວ Rohingya Hla Tun ທີ່ຖືກເຜົາຜານ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
Myanmar Rohingya