ຫຼັງຈາກການສວດມົນພາວະນາໃນຕອນເຊົ້າວັນອາທິດແລ້ວ ພວກນັກສະ ແຫວງບຸນໄດ້ພາກັນເຄື່ອນຍ້າຍອອກຈາກເມືອງ Mecca ໄປສູ່ເຂດຮ່ອມພູ Mina ໂດຍທາງລົດ ທາງລົດໄຟ ແລະຍ່າງໄປ.
ຊາວມຸສລິມ ໄປສະແຫວງ ບຸນ Hajj ທີ່ເມັກກາ
ພວກເຂົາເຈົ້າຈະທໍາການສວດມົນ ແລະພັກຜ່ອນຢູ່ໃນເມືອງ Mina ກ່ອນ ຈະພາກັນເຄຶ່ອນຍ້າຍໄປຍັງ Mount Arafat ໃນວັນຈັນມື້ອື່ນນີ້ ຊຶ່ງເປັນບ່ອນທີ່ເວົ້າກັນວ່າ ພະສາສະດາ Mohammed ຊົງໄດ້ໃຫ້ຄໍາສັ່ງສອນບັ້ນສຸດທ້າຍຂອງພະອົງຢູ່ທີ່ນັ້ນ.
ທາງການ Saudi ໄດ້ສົ່ງທະຫານໄປປະຈໍາການຫຼາຍໝື່ນຄົນ ເພື່ອຮັກສາຄວາມປອດໄພ ໃຫ້ແກ່ພວກສະແຫວງບຸນເຫຼົ່ານັ້ນ.