ພວກສະແຫວງບຸນຊາວມຸສລິມ ຫຼາຍກວ່າ 2 ລ້ານຄົນ ໄດ້ພາກັນແກວ່ງກ້ອນ ຫີີນໃສ່
ກຳແພງໃຫຍ່ ຊຶ່ງເປັນສັນຍາລັກຂອງການແກວ່ງກ້ອນຫີນໃສ່ຜີສາງໃນວັນອັງຄານ
ວານນີ້ ທີ່ເປັນບ່ອນມີຄວາມສ່ຽງທີ່ສຸດ ໃນການສະແຫວງບຸນຮາຈປະຈຳປີຢູ່ທີ່ຊາອຸດີ
ອາຣາເຍບ ບ່ອນທີ່ຫຼາຍຮ້ອຍຄົນໄດ້ເສຍຊີວິດຍ້ອນຢຽບກັນຕາຍເມື່ອສາມປີກ່ອນ ອີງ
ຕາມລາຍງານຂອງອົງການຂ່າວຣອຍເຕີ້.
ດ້ວຍການນຸ່ງຫົ່ມຜ້າສີຂາວ ທີ່ເປັນສັນຍາລັກຄວາມບໍລິສຸດ ພວກຜູ້ຊາຍແລະແມ່ຍິງ
ຈາກ 165 ປະເທດ ໄດ້ໄປພົບພໍ້ກັນຢູ່ເສົາຫີນຈາມາຣັຕເພື່ອເຂົ້າຮ່ວມພິທີທາງສາສະ
ໜາ ຈາກຂົວສາມຊັ້ນ ທີ່ໄດ້ສ້າງຂຶ້ນເພື່ອຜ່ອນເບົາການແອອັດ ຫຼັງຈາກໄດ້ມີການຢຽບ
ກັນຕາຍກ່ອນໜ້ານີ້.
ພາຍໃຕ້ການຄວບຄຸມດູແລຢ່າງໃກ້ຊິດຈາກບັນດາເຈົ້າໜ້າທີ່ຊາອຸດີ ອາຣາເບຍ ພວກທີ່ເຫຼື້ອໃສໃນສາສະໜາ ກໍພາກັນຖືຄັນຫົ່ມເພື່ອປ້ອງກັນຄວາມຮ້ອນຈາກ ແສງແດດໃນຍາມກາງເວັນທີ່ສູງເຖິງ 40 ອົງສາແຊລຊຽສ.
ເຂົາເຈົ້າຈະພາກັນກັບຄືນມາຂົວນີ້ອີກ ໃນໄລຍະສອງມື້ຂ້າງໜ້າເພື່ອແກວ່ງກ້ອນຫີີນ
ຕື່ມ ກ່ອນຈະກັບຄືນໄປເມືອງເມກກະ ເພື່ອສູດມົນຢູ່ວັດໃຫຍ່ໃນວັນສຸດທ້າຍຂອງ
ບຸນຮາຈ.
ຊາອຸດີອາຣາເບຍຮັກສາຊື່ສຽງຂອງຕົນ ໃນຖານະຜູ້ຄຸ້ມຄອງສະຖານທີ່ສັກສິດທີ່ສຸດ
ຂອງສາສໜາອິສລາມ ຄືເມືອງເມກກະ ແລະ ເມດີນາ ແລະເປັນບ່ອນຈັດການເຕົ້າໂຮມ
ຊາວມຸສລິມປະຈຳປີທີ່ໃຫຍ່ສຸດຂອງໂລກ ທີ່ຢ້ອນເສັ້ນທາງຄືນໄປຫາພະສາສະດາ
ໂມຮຳມັດເມື່ອ 14 ສັດຕະວັດກ່ອນ.
ພວກສະແຫວງບູນພາກັນຍ່າງໄປທິດທາງ ອາລ-ຊາຟາ ບ່ອນທີ່ຊາວມຸສລິມ ພາກັນຍ່າງກັບໄປກັບມາ ເຈັດເທື່ອ ອັນເປັນພິທີປະຈຳປີຢູ່ວັດໃຫຍ່ ທີ່ເມືອງສັກສິດເມກກາ ໃນຊາອຸດີອາຣາເຍບ ວັນທີ 21 ສິງຫາ 2018.
ໄດ້ມີການສົ່ງກຳລັງຮັກສາຄວາມປອດໄພ 130,000 ຄົນແລະນາຍແພດພ້ອມດ້ວຍ
ເທັກໂນໂລຈີສະໄໝໃໝ່ ຮວມທັງເຮືອບິນສັງເກດການທີ່ບໍ່ມີຄົນຂັບ ເພື່ອຮັກສາຄວາມ
ເປັນລະບຽບຮຽບຮ້ອຍ.
ຊາວມຸສລິມພາກັນຢູ່ອ້ອມຊາກສົບທີ່ຖືກຢຽບກັນຕາຍໃນບູນຮາຈ ປະຈຳປີ ໃນວັນທີ 24 ກັນຍ 2015.
ທ້າວຟິຣາສ ອາລ-ຄາຊານີ ຊາວຈໍແດນ ອາຍຸ 33 ປີກ່າວວ່າ “ການຊ່ວຍເຫຼືອຂອງຕຳ
ຫຼວດ ແລະການບໍລິການທັງໝົດແມ່ນດີເປັນພິເສດ. ພະເຈົ້າຜູ້ຍິ່ງໃຫຍ່ ຂ້າພະເຈົ້າດີ
ໃຈຫຼາຍ ແລະດ້ວຍຄວາມປະສົງຂອງພະເຈົ້າ ພະຜູ້ເປັນເຈົ້າຂອງພວກເຮົາຈະໃຫ້|
ການຊ່ວຍເຫຼືອແກ່ພວກເຮົາອີກ.”
ຊາວມຸສລິມພາກັນສູດມົນຢູ່ວັດໃຫຍ່ ກ່ອນບູນຮາຈ ປະຈຳປີ ທີ່ເມືອງເມກກາ.
ພວກເຈົ້າໜ້າທີ່ໄດ້ອອກແບບໃໝ່ຢູ່ໃນບໍລິເວນກ້ອນຫີນຈາມາຣາຕ ຫຼັງຈາກໄດ້ ມີການ
ຢຽບກັນຕາຍໃນປີ 2004 ແລະ 2006 ທີ່ເຮັດໃຫ້ ພວກສະແຫວງບຸນເສຍຊີວິດຫຼາຍ
ຮ້ອຍຄົນ ແລະຄວາມຫາຍຍະນະທີ່ມັກເກີດຂຶ້ນນັ້ນ ໄດ້ຫຼຸດຜ່ອນ ລົງຢ່າງຫຼວງຫຼາຍ
ໃນຂະນະທີ່ລັດຖະບານໄດ້ໃຊ້ຈ່າຍເງິນຫຼາຍພັນລ້ານໂດລາເພື່ອປັບປຸງແລະຂະ
ຫຍາຍໂຄງລ່າງການສະຫຼອງບຸນຮາສ ແລະເທັກໂນໂລຈີຄວບຄຸມຝຸງຊົນ.
ແຕ່ຍ້ອນມີຜູ້ເຂົ້າຮ່ວມຫລາຍເກີນໄປ ຈຶ່ງມີຄວາມຢ້ານກົວທີ່ຈະເກີດອັນຕະລາຍຢູ່
ສະເໝີ. ຄວາມແອອັດໃນການຢຽບກັນຕາຍໃນປີ 2015 ໄດ້ເຮັດໃຫ້ມີຜູ້ເສຍຊີວິດ
ເກືອບ 800 ຄົນ ອີງຕາມຊາອຸດີອາຣາເບຍ ເວລາສອງກຸ່ມໃຫຍ່ຂອງຜູ້ສະແຫວງບຸນ
ໄດ້ໄປເຖິງພ້ອມກັນ ຢູ່ທາງຜ່ານທີ່ນຳໄປສູ່ບ່່ອນແກວ່ງກ້ອນຫີນ.