ປະທານາທິບໍດີສະຫະລັດທ່ານ Donald Trump ໃນອາທິດນີ້ໄດ້ປະນາມຢ່າງ ເປັນ
ການເປີດເຜີຍ ໃນການຕໍ່ຕ້ານຊາວຢີວ ແລະເຫດການຕໍ່ຕ້ານຊາວຢີວເພີ້ມທະວີຂຶ້ນ
ຫວ່າງມໍ່ໆມານີ້ທີ່ໄດ້ມີການລາຍງານ ນັບແຕ່ທ່ານໄດ້ເຂົ້າຮັບຕຳແໜ່ງ. ບັດນີ້ບັນຫາ
ທີ່ຮີບດ່ວນສຳລັບທ່ານ ກໍຄືດຳເນີນການເຊັ່ນດຽວກັນ ໃນການຕໍ່ ຕ້ານຊາວມຸສລິມ.
ພວກພະນັກງານ ພາກັນຕັ້ງຫົວຫີນຂຶ້ນຄືນໃໝ່ ທີສຸສານ Chesed Shel Emeth.
ໃນການຖະແຫຼງໃນວັນອັງຄານທີ່ຜ່ານມານີ້ ປະທານາທິບໍດີ Trump ຮ້ອງການກະ
ທຳຕໍ່ຕ້ານຊາວຢີວວ່າ “ເປັນໜ້າຢ້ານ” ແລະ “ເຈັບແສບ” ແລະປະນາມ “ພວກທີ່ມີ
ຄວາມເຫັນຂັດແຍ້ງກັບຕົນ ການບໍ່ໂຍະຍານຜ່ອນຜັນແລະຄວາມກຽດ ຊັງໃນທຸກໆ
ຮູບແບບ.”
ທ່ານ Ibrahim Hooper, ຫົວໜ້າສື່ສານແກ່ ສະພາສຳພັນອາເມຣິກັນ-ອິສລາມ ມີຄວາມເປັນຫ່ວງກ່ຽວກັບ ການເລືອກເອົາ ທີ່ປຶກສາ ປະທານາທິບໍດີທຣໍາ ຫລາຍໆຄົນ.
ຄຳຖະແຫລງດັ່ງກ່າວ ມີຂຶ້ນຫລັງຈາກໄດ້ມີການຕ້ອງຕິວ່າ ທ່ານບໍ່ໄດ້ປະນາມຢ່າງ
ແຂງຂັນພໍ ຕໍ່ການຂົ່ມຂູ່ທີ່ຈະວາງລະເບີດຕໍ່ບັນດາສູນກາງປະຊາຄົມຊາວ ຢີວຢູ່ທົ່ວ
ປະເທດ ແລະທຳລາຍສຸສານຊາວຢີວໃນນະຄອນ St. Louis.
ທີ່ປຶກສາທຳນຽບຂາວ ທ່ານ Steve Bannon.
ຮອງປະທານາທິບໍດີ Mike Pence ໄດ້ໄປຢ້ຽມຢາມສຸສານດັ່ງກ່າວ ໃນວັນພຸດທີ່
ຜ່ານມາ ໂດຍເຂົ້າຮ່ວມການມ້ຽນມັດທຳຄວາມສະອາດແລະໄດ້ສະທ້ອນ ໃຫ້ເຫັນ
ເຖິງການປະນາມຂອງປະທານາທິບໍດີ Trump. ທ່ານ Pence ກ່າວ ວ່າບໍ່ມີບ່ອນ
ໃດ “ໃນສະຫະລັດ ທີ່ມີຄວາມກຽດຊັງ ຫລືການກະທຳທີ່ເປັນການ ຈຳແນກຜິວພັນ ຫລືຄວາມຮຸນແຮງ ຫລືການຕໍ່ຕ້ານຊາວຢິວ.”
Your browser doesn’t support HTML5
Muslim-Americans Ask President Trump to Address Their Concerns
ຊາວມຸສລິມອາເມຣິກັນຫລາຍຄົນ ເວລານີ້ພາກັນມີຄວາມຫວັງວ່າ ທຳນຽບຂາວ ຈະເອົາບາດກ້າວທີ່ຄ້າຍຄືກັນ ເພື່ອແກ້ໄຂຄວາມເປັນຫ່ວງກ່ຽວກັບການເພີ້ມທະ
ວີຂຶ້ນ ຂອງລະດັບອຸປະຕິເຫດຕໍ່ຕ້ານຊາວຢິວຢູ່ໃນທົ່ວປະເທດ.ແຕ່ພວກເຂົາເຈົ້າ
ກໍບໍ່ຄ່ອຍມີຄວາມຫວັງໄປໃນທາງທີ່ດີປານໃດ.
ສະມາຊິກສະພາສູງ ທ່ານ Ted Cruz, ພັກຣີພັບບລິກັນ ຈາກລັດ Texas.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
Muslim-Americans Ask President Trump to Address Their Concerns