ກອງປະຊຸມສຸກເສີນເປັນເວລານຶ່ງມື້ຂອງອົງການການຮ່ວມມືສາສະໜາອິສລາມຫຼື OIC ທີ່ປະກອບດ້ວຍສະມາຊິກ 57 ປະເທດ ໄດ້ຕົກລົງກັນ ໃນວັນອາທິດວານນີ້ ເພື່ອສ້າງຕັ້ງກອງທຶນມະນຸດສະທຳຂຶ້ນ ສຳລັບແກ້ໄຂໄພພິບັດຮ້າຍແຮງທາງດ້ານມະນຸດສະທຳແລະເສດຖະກິດ ທີ່ພວມເກີດຂຶ້ນຢູ່ໃນປະເທດອັຟການິສຖານ ບ່ອນທີ່ຫຼາຍໆລ້ານຄົນກຳລັງປະເຊີນໜ້າກັບຄວາມອຶດຫິວແລະພວກເດັກນ້ອຍປະມານ 1 ລ້ານຄົນ ພວມຕົກຢູ່ໃນຄວາມສ່ຽງຕໍ່ການເສຍຊີວິດຍ້ອນການຂາດສານອາຫານຢ່າງຮ້າຍແຮງ.
ກອງທຶນດັ່ງກ່າວຈະຖືກສ້າງຕັ້ງຂຶ້ນພາຍໃຕ້ທະນາຄານພັດທະນາອິສລາມ ເພື່ອສົ່ງການຊ່ວຍເຫຼືອບັນເທົາທຸກໄປໃຫ້ຊາວອັຟການິສຖານ ໃນການປະສານງານກັບພາຄີລະຫວ່າງປະເທດ ນັ້ນຄືຄຳເວົ້າຢູ່ໃນຖະແຫຼງການຂັ້ນສຸດທ້າຍຂອງບັນດາປະເທດສະມາຊິກ ທີ່ປາກິສຖານ ເປັນເຈົ້າພາບຈັດຂຶ້ນ ຊຶ່ງຮວມທັງຄະນະຜູ້ຕາງໜ້າຂອງສະຫະລັດ ຈີນ ຣັດເຊຍ ສະຫະພາບຢູໂຣບ ແລະອົງການສະຫະປະຊາຊາດ.
ກອງປະຊຸມນີ້ ແມ່ນການເຕົ້າໂຮມທີ່ໃຫຍ່ທີ່ສຸດຂອງນາໆຊາດເພື່ອໃຫ້ການຊ່ວຍ ແກ່ອັຟການິສຖານ ນັບແຕ່ພວກຕາລີບານໄດ້ເຂົ້າຢຶດອຳນາດຈາກລັດຖະບານທີ່ໄດ້ຮັບການໜຸນຫຼັງຈາກປະເທດຕາເວັນຕົກ ໃນເດືອນສິງຫາ ລຸນຫຼັງທີ່ທະຫານຕ່າງປະເທດພາຍໃຕ້ການນຳພາຂອງສະຫະລັດ ໄດ້ຖອນຕົວອອກໄປ ຫຼັງຈາກການປະຕິບັດງານຢູ່ໃນປະເທດດັ່ງກ່າວມາໄດ້ 20 ປີ.
ນາຍົກລັດຖະມົນຕີປາກິສຖານ ທ່ານອິມຣານ ຄານ (ກາງ) ແລະລັດຖະມົນຕີການຕ່າງປະເທດປາກິສຖານ ທ່ານຊາ ມາມຸດ ກູເຣຊີ (ກາງຂວາ) ເຂົ້າຮ່ວມກອງປະຊຸມສຸກເສີນອົງການ OIC ເມື່ອວັນທີ 19 ທັນວາ 2021.
ກ່ອນໜ້ານີ້ ຮັກສາການລັດຖະມົນຕີການຕ່າງປະເທດອັຟການິສຖານ ທ່ານອາເມຍ ຄານ ມູຕາກີ ໃຫ້ການຄ້ຳປະກັນແກ່ກອງປະຊຸມອົງການ OIC ວ່າ ລັດຖະບານຂອງພວກເຂົາເຈົ້າ ຈະດຳເນີນການເພີ້ມຕື່ມ ເພື່ອໃຫ້ມີການປະກອບສ່ວນຂອງພັກຝ່າຍການເມືອງຕ່າງໆເຂົ້າຮ່ວມແລະສົ່ງເສີມສິດທິມະນຸດ ຮວມທັງສິດທິຂອງພວກແມ່ຍິງ. ກຸ່ມຕາລີບານໄດ້ນຳອອກເຜີຍແຜ່ສຳເນົາຄຳປາໄສ ຂອງທ່ານມູຕາກີ ຕໍ່ກອງປະຊຸມທີ່ປິດລັບດັ່ງກ່າວ.
ທ່ານມູຕາກີ ກ່າວວ່າ “ພວກເຮົາພ້ອມແລ້ວ ໃນຖານະສະມາຊິກຂອງຄອບຄົວດຽວກັນ ທີ່ຈະຮັບຟັງ ແລະຮັບເອົາຄຳຮ້ອງຂໍທັງໝົດ ຄວາມກັງວົນ ແລະຄຳແນະນຳຂອງບັນດາປະເທດທີ່ນັບຖືສາສະໜາອິສລາມ ທີ່ກ່ຽວຂ້ອງກັບອັຟການິສຖານທີ່ສາມາດນຳໄປສູ່ແຜນທີ່ເໝາະສົມແລະເປັນທຳແລະນຳພາພວກເຮົາອອກຈາກວິກິດການທີ່ພວມເກີດຂຶ້ນໃນເວລານີ້.”
ທ່ານກ່າວຕື່ມວ່າ “ພວກເຮົາພິຈາລະນາເລື້ອງສິດທິມະນຸດ, ສິດທິຂອງພວກແມ່ຍິງ ແລະການເຂົ້າຮ່ວມຂອງຊາວອັຟການິສຖານທີ່ມີຄວາມສາມາດທັງໝົດຈາກທຸກຂອບເຂດໜ້າທີ່ການງານຂອງພວກເຮົາ. ພວກເຮົາໄດ້ດຳເນີນການຢ່າງຫຼວງຫຼາຍເມື່ອເວົ້າເຖິງເລື້ອງນີ້ ແລະຈະສືບຕໍ່ເອົາບາດກ້າວເພີ້ມຕື່ມ.”