Your browser doesn’t support HTML5
ຟັງລາຍການສຽງເພງຈາກແດນໄກ: ຄິດຮອດແມ່ - ນາດລຶດີ
ສບາຍດີທ່ານຜູ້ຟັງທີ່ເຄົາຣົບ ເວລາຊ່າງໝູນວຽນໄປຢ່າງບໍ່ລໍຖ້າໃຜເນາະ ເບິ່ງແມ໋ ບຶດດຽວກໍຈະຍ່າງເຂົ້າເດືອນສາມແລ້ວ ອາກາດໃນຊ່ວງນີ້ທີ່ນະຄອນຫຼວງວໍຊີງຕັນ ກໍຍັງເຢັນສະບາຍ ໜາວແດ່ເລັກນ້ອຍ ພ້ອມທັງມີຝົນນຳ ບໍ່ຄອຍເຫັນທ່ານຜູ້ຟັງຂຽນຂໍ້ຄວາມໄວ້ໃນ website ຂອງ VOA ເລີຍ ຫວັງວ່າຄົງຈະບໍ່ເບື່ອກັນເທື່ອເນາະ ສັບປະດານີ້ ວັນນະສອນ ຂໍຈັດຂັບລຳລາວ ຊຶ່ງຈະພາໃຫ້ຫຼາຍໆທ່ານຄິດເຖິງອະດີດ ຄິດເຖິງມາຕຸພູມບ້ານເກີດ...ເອົາໃຈຄໍໝໍລຳ ໂດຍສະເພາະບັນດາທ່ານຜູ້ຟັງທີ່ຂຽນຂໍ້ຄວາມຝາກໄວ້ໃນ website ຂອງເຮົາອັນມີທ່ານໜາ ທ່ານຫງວນ ສັກປຣະເສີດ ແລະທ່ານວຽງສອນ ເມໂນຣາດ ຊຶ່ງແຕ່ລະທ່ານຂຽນບອກມາວ່າ...“ມັກລາຍການເພງຈາກແດນໄກຂອງ ວີໂອເອ ທີ່ຫາເພງມ່ວນໆມາໃຫ້ ຟັງຂໍໄຫ້ວີໂອເອ
ຈົ່ງຈະເລີນຍິ່ງຢືນນານ.” ວັນນະສອນຕ້ອງຂໍຂອບໃຈທ່ານຜູ້ຟັງທັງຫຼາຍທີ່ຄອຍຕິດຕາມແລະຫວັງວ່າເພງນີ້ ຄົງເປັນທີ່ພໍໃຈ ຂໍເຊີນໄປຟັງພ້ອມໆກັນເລີຍ ໃນຂັບງື່ມ ຄິດຮອດແມ່
ຈາກສຽງສິນລະປິນສາວ ນາດລຶດີ…
ວັນນະສອນ ຂໍປ່ຽນບັນຍາກາດ ມາຈັດເພງລາວເຜົ່າມົ້ງ ຊຶ່ງຜູ້ຟັງນ້ອງສົມໃຈ ແນະນຳມາ ເປັນເພງຫວານທີ່ມີຄວາມໝາຍດີ ຈາກສິນລະປິນສາວລາວເຜົ່າມົ້ງ ຖ້າຜູ້ໃດຮູ້ຊື່ເພງນີ້ແລ້ວ ກະລຸນາຂຽນມາບອກແດ່ ແລະກໍຫວັງເຊັ່ນກັນວ່າ ນ້ອງສົມໃຈ ຄົງຈະແນະນຳເພງມົ້ງອື່ນໆ ມາໃຫ້ທາງເຮົາອີກໃນໂອກາດໜ້າ…ຂໍຈັດມອບໃຫ້ບັນດາທ່ານຜູ້ຟັງເຊື້ອສາຍເຜົ່າມົ້ງ ໂດຍສະເພາະໃນແຂວງຊຽງຂວາງແລະຫຼາຍໆເຂດທາງພາກເໜືອຂອງລາວ. ເອົາໄປຟັງພ້ອມໆ
ກັນເລີຍ.
Your browser doesn’t support HTML5
ເພງມົ້ງ
ສ່ວນເພງ ປິດທ້າຍລາຍການນີ້ ຂໍຈັດມອບໃຫ້ນ້ອງ Pauline Phiou Koulavong ທີ່ຂຽນມາບອກມາວ່າ ມັກເພງ ຂ້ອຍຮັກສາວລາວ ແລະມ່ວນຫລາຍ ທັງເນື້ອໃນແລະດົນຕີຼ ທີ່ທາງເຮົາຫາ ກໍໄດ້ອອກອາກາດໄປໃນຫວ່າງມໍ່ໆມານີ້ ເພາະສະນັ້ນຈຶ່ງຂໍມອບເພງລາວຂອງສິນ
ລະປິນສາວລາວ ທີ່ເປັນທັງນັກຮ້ອງແລະນັກດົນຕີ ແລະແຕ່ງເພງເອງ ຂໍໃຫ້ທຸກໆທ່ານມ່ວນ
ກັບເພງນີ້ ຂອງອະລຸນາ ຖາວອນສຸກ...ໃນບົດເພງ “ເພງນີ້ເພງເຈົ້າ.”
ຂໍໃຫ້ທຸກໆທ່ານ ນອນຫຼັບຝັນດີ ພົບກັນໃໝ່ໃນສັບປະດາໜ້າ.