Shape of You - Ed Sheeran

Ed Sheeran ຖ່າຍພາບ ໃນຕອນທີ່ເຂົ້າຮ່ວມງານລາງວັນ ຂອງອັງກິດ - The Brit Awards 2017 ໃນນະຄອນ ລອນດອນ, 22 ກຸມພາ, 2017.

Your browser doesn’t support HTML5

ຟັງລາຍການສຽງພຽງຈາກແດນໄກ: Shape of You - Ed Sheeran

ສະບາຍດີທ່ານແຟນລາຍການສຽງເພງຈາກແດນໄກທຸກໆທ່ານ. ເຮົາຂໍແຈ້ງໃຫ້ທ່ານຊາບ
ວ່າ ຕໍ່ໄປນີ້ ທາງເຮົາ ຈະນຳສະເໜີແຕ່ເພງສາກົນ ທີ່ທາງເຮົາມີຫໍສະມຸດເກັບໄວ້ເທົ່ານັ້ນ.
ສ່ວນວ່າ ເພງລາວນັ້ນ ທາງເຮົາ ບໍ່ໄດ້ເກັບກຳ ເທົ່າທີ່ນຳສະເໜີຜ່ານມານັ້ນ ກໍແມ່ນ ໄດ້ມາ
ຈາກ ເພື່ອນສິນລະປິນ ທີ່ຈັດສົ່ງມາໃຫ້ທາງເຮົາ ຫຼືບໍ່ ກໍຫາໄດ້ໃນ Youtube. ເອົາເໜາະ ເພື່ອບໍ່ໃຫ້ເສຍເວລາຕື່ມ ເຮົາຂໍສະເໜີ ເພງ Shape of You ເລີຍ. ເພງນີ້ ຂັບຮ້ອງ ໂດຍ
Ed Sheeran ຕິດອັນດັບ 1. ຂໍເຊີນຟັງພ້ອມໆກັນເລີຍ...

ເພງ: “Shape of You” ​ໂດຍ Ed Sheeran

ສ່ວນເພງຕໍ່ໄປນີ້ ຂັບຮ້ອງໂດຍ ສິນລະປິນສາວນ້ອຍ ທີ່ເຕັມປ່ຽມໄປດ້ວຍຄວາມສາມາດ ເຈົ້າຂອງ ຫຼາຍໆລາງວັນ ແລະກໍເປັນເພງຄູ່ຂອງ Zayn ແລະ Taylor Swift ໃນບົດເພງ
I Don't Wanna Live Forever...ຂໍໃຫ້ມ່ວນໆກັບເພງສາກົນ ຊຶ່ງທ່ານຈະໄດ້ຝຶກ
ພາສາອັງກິດໄປພ້ອມໆເລີຍ ແລະເພງ I Don't Wanna Live Forever ແມ່ນ ໄດ້ຕິດ
ອັນດັບ 2 ໃນຊ່ວງນີ້.

ເພງ: “I Don't Wanna Live Forever” ​ໂດຍ Taylor Swift

ຂໍປິດທ້າຍລາຍການດ້ວຍເພງ ຂອງ Rihanna ສິນລະປິນສຸດ sexy ບົດເພງ “Love
On The Brain”
ຖ້າຈະແປເປັນພາສາລາວ ກໍຄົງຕ້ອງບອກວ່າແມ່ນ ຄວາມຮັກ
ໃນສະໝອງ.

ເພງ: Rihanna - Love On The Brain