ທ່ານຜູ້ຟັງທີ່ເຄົາຣົບ ລາຍການສຽງເພງຈາກແດນໄກ ຂອງ ວີໂອເອ ໃນແລງວັນອາທິດ
ມື້ນີ້ ວັນນະສອນ ໄດ້ນໍາເອົາສຽງເພງຂັບລໍາ ອັນສະໜຸກສະໜານ ເປັນພິເສດ ມາສະເໜີ
ທ່ານ ຈະມີເພງໃດແດ່ນັ້ນ ຂໍເຊີນທ່ານເຂົ້າສູ່ລາຍການຂອງເຮົາໄດ້ນະບັດນີ້.
Your browser doesn’t support HTML5
ຟັງລາຍການສຽງເພງຈາກແດນໄກ: ເຈົ້າປາງຄຳ ໜໍ່ຄຳ ວໍຣະເດດ - ແສນເສຍດາຍ
ສະບາຍດີທຸກໆທ່ານ ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການສຽງເພງຈາກແດນໄກ
ຂອງ VOA ເພງຫວານໆ ທີ່ວັນນະສອນ ໄດ້ນຳສະເໜີໄປຕອນເປີດລາຍການນັ້ນ
ແມ່ນເພງ ແສນເສຍດາຍ ຈາກນ້ຳສຽງຫວານໆ ຂອງສິນລະປິນລາວຈາກຝຣັ່ງ
ຂອງເຈົ້າປາງຄຳ ໜໍ່ຄຳ ດິດທະວົງ ທີ່ໄດ້ນຳເພງຫວານໆໃນອະດີດຂຶ້ນມາຂັບຮ້ອງ
ໃໝ່ ຊຶ່ງວັນນະສອນວ່າ ເພງນີ້ຄົງພາໃຫ້ທ່ານຜູ້ຟັງຫຼຸດເຂົ້າໄປຫ້ວງອະດີດຫວານຊື່ນ
ເມື່ອສະໄໝທີ່ຍັງຢູ່ປະເທດລາວພຸ້ນ.
ສ່ວນເພງຕໍ່ໄປນີ້ ຂໍຈັດລຳເຕີ້ຍ ເພື່ອເອົາໃຈຜູ້ຟັງຄໍໝໍລຳ…ເປັນຜົນງານເພງຂອງ
ສິນລະປິນສາວລາວຈາກຝຣັ່ງເສດ ແຕ່ຕອນນີ້ ມາຢູ່ອາເມຣິກາເປັນການຖາວອນ
ແລ້ວ…ເອົາມາຟັງສຽງຫວານໆຂອງນ້ອງປະກາຍຫົງ ວົງພະຈັນ ໃນລຳເຕີ້ຍ
ອາເມຣິກາ…
ເພງສຸດທ້າຍນີ້ ເປັນເພງໜ້າຮັກ ໜ້ຮັກ ຈາກສິນລະປິນລາວ ໃນສະຫະລັດ ເຈເດນ ເມກມໍຣະກົດ ໃນບົດເພງ ນຶ່ງຮັກ ນຶ່ງໃຈ…ໂອກາດໜ້າວັນນະສອນ ຈະມາຈັດເພງ
ມ່ວນໆໃຫ້ທ່ານຜູ້ຟັງອີກ ນອນລັບຝັນດີ.