Your browser doesn’t support HTML5
ຟັງລາຍການສຽງເພງຈາກແດນໄກຂອງ VOA - ບຸນຄຸນຂອງແມ່ - ວຽງຄຳ ໄຊຍະຈັກ
ສະບາຍດີທ່ານຜູ້ຟັງທີ່ເຄົາຣົບແລະຍິນດີຕ້ອນຮັບທ່ານຜູ້ຟັງເຂົ້າສູ່ລາຍການສຽງເພງຈາກແດນໄກຂອງ VOA ຄ່ຳຄືນນີ້ພິເສດແດ່ ເພາະວ່າເປັນວັນແມ່ ໃນສະຫະລັດ ຊຶ່ງກົງກັບວັນອາທິດ ທີ 2 ຂອງເດືອນພຶດສະພາຂອງທຸກປີ ເພາະສະນັ້ນ ວັນນະສອນ ຈຶ່ງຂໍນໍາສະເໜີເພງເພື່ອສະດຸດດີໃຫ້ແກ່ບັນດາແມ່ ທຸກຜູ້ທຸກຄົນໃນສາກົນລະໂລກນີ້ ຊຶ່ງຂໍເລີ້ມຕົ້ນດ້ວຍເພງ ບຸນຄຸນຂອງແມ່ ຊຶ່ງເປັນບົດປະພັນຂອງທ່ານ ລະດົມ ຕະວິນຍານ ແລະຂັບຮ້ອງໂດຍ ວຽງຄຳ ໄຊຍະຈັກ ສິນລະປິນສາວຈາກ ອອສເຕຣເລຍ ຊຶ່ງເພງນີ້ ຄົງສົ່ງຄວາມໝາຍທີ່ດີແທນຄຳຂອບຄຸນ ຈາກພວກລູກໆ ຂໍເຊີນໄປຟັງພ້ອມໆກັນ…
Your browser doesn’t support HTML5
ບຸນຄຸນຂອງແມ່ - ວຽງຄຳ ໄຊຍະຈັກ
ເພງ “ແມ່ຄືແຮງໃຈ” ທີ່ວັນນະສອນ ຫາພົບໃນ youtube ຊຶ່ງວັນນະສອນ ຄຶດແລະຕຶກຕອງແລ້ວວ່າ ເພງນີ້ດີແລະມີຄວາມໝາຍດີ ອີກຢ່າງກໍເປັນການສະໜັບສະໜຸນ ສິນລະປິນໜ້າໃໝ່ ພໍວັນນະສອນໄດ້ຮັບຟັງເພງນີ້ ຈຶ່ງຄຶດວ່າ ຄວນຈະມີການນຳເພງນີ້ມາແບ່ງປັນໃຫ້ທ່ານຜູ້ຟັງ ໄດ້ຮັບຟັງກັນ ຂໍສັນລະເສີນແລະຂໍໃຫ້ສືບຕໍ່ສ່າງຜົນງານດີໆ ຕໍ່ໄປ.ວັນນະສອນ ວ່າ ຈະຮ້ອງເພງນັບຮ້ອຍ ນັບພັນ ກໍຈະບໍ່ສາມາດທົດແທນບຸນຄຸນຂອງແມ່ໄດ້ ຊຶ່ງເພິ່ນໄດ້ອົດທົນອູ້ມລູກຢູ່ໃນທ້ອງເຖິງ 9 ເດືອນຈົນຄອດອອກມາ ທັງຍັງພະຍາຍາມລ້ຽງດູ ພວກລູກໆຈົນໃຫ້ເຕີບໃຫຍ່ ເພື່ອໃຫ້ເປັນຄົນທີ່ມີຄວາມຮູ້ ຄວາມສາມາດ ເປັນຄົນດີແລະມີຄຸນ ຄ່າຂອງຄອບຄົວແລະສັງຄົມ…ວັນນະສອນ ຄິດວ່າສິ່ງທີ່ພວກລູກໆສາມາດກະທໍາໄດ້ໃນຕອນນີ້ ກໍຄືຕອນທີ່ທ່ານຍັງມີຊີວິດຢູ່ນັ້ນ ເພາະວັນນະສອນ ບໍ່ໄດ້ມີໂອກາດນັ້ນ ອີກຕໍ່ໄປແລ້ວ ເພາະສະນັ້ນສິ່ງທີ່ດີທີ່ສຸດກໍຄືເຮັດທຸກສິ່ງຢ່າງເພື່ອທົດແທນບຸນຄຸນແມ່ ໃຫ້ສົມກັບທີ່ເພິ່ນໄດ້ຖະໜອມລ້ຽງດູເຮົາມາ ແລະກໍຢ່າລືມບອກແມ່ວ່າ… “ຮັກ, ຍັງຮັກ,ແລະຈະຮັກ ແມ່ຕະຫຼອດໄປ.” ຂໍມອບເພງ ແມ່ຄືແຮງໃຈ ທີ່ຂັບຮ້ອງໂດຍ Manly Mlex ຂໍເຊີນໄປຟັງ ພ້ອມໆ ກັນເລີຍ.
ເພງສຸດທ້າຍ - ຈົດໝາຍຈາກແມ່ ເປັນເພງນຶ່ງທີ່ວັນນະສອນ ປະທັບໃຈເປັນທີ່ສຸດ
ເພາະເປັນເພງທີ່ໄດ້ບັນລະຍາຍເຖິງຄວາມຮູ້ສຶກຂອງແມ່ທີ່ ມີຕໍ່ລູກໆ...ວັນນະສອນ ຂໍສົ່ງ
ເພງນີ້ເປັນກຳລັງໃຈໃຫ້ພວກລູກໆທີ່ຕັ້ງໜ້າຕັ້ງຕາຮຽນ ຫຼືແມ້ນແຕ່ໄປເຮັດວຽກເຮັດການ
ຢູ່ໃນຕ່າງແດນ ເພາະວ່າເພງນີ້ ຈະໄດ້ຍ້ຳເຕື່ອນໃຫ້ ພວກລູກໆໄດ້ຕະນັກເຖິງຄວາມ
ພາກພຽນພະຍາຍາມ ເອົາໃຈໃສ່ ສົ່ງເສຍພວກລູກໆໃຫ້ໄດ້ຮຽນສູງໆ ເຖີງແມ່ຈະບໍ່ໄດ້
ຮຽນສູງ ແຕ່ກໍພະຍາຍາມຕັ້ງໃຈຂຽນຈົດໝາຍເຖິງລູກ ເທົ່າທີ່ໄດ້ຮ່ຳຮຽນມາ ພຽງເພື່ອຈະໄດ້ຖາມໄຖ່ ສະບາຍດີລູກຮັກ. ຂໍຂອບໃຈບົດເພງນີ້…ຕ້ອງຂໍອະໄພຫຼາຍໆທີ່ບໍ່ໄດ້ຊາບຊື່ຂອງສິນລະປິນແລະນັກປະພັນເພງນີ້ ຜູ້ໃດຮູ້ວ່າແມ່ນໃຜເປັນຄົນຮ້ອງເພງນີ້ ກໍກະລຸນາ ຂຽນເຂົ້າມາບອກກັນແດ່ ເຈົ້າ. ພົບກັນໃຫມ່ໃນສັບປະດາຫນ້າ...Happy Mother’s Day.