ສະບາຍດີ ແຟນລາຍການສຽງເພງຈາກແດນໄກທຸກໆທ່ານ
ໃນຄ່ຳຄືນຂອງວັນອາທິດ 23 ມິຖຸນານີ້ ຫຼັງຈາກທີ່ໄດ້ນໍາສະເໜີ
ເພງ “ເວົ້າພາສາລາວບໍ່ໄດ້” ຂອງວົງດົນຕີຣ໊ອກ ULUVUS
ຂອງຄົນຝຣັ່ງຫົວໃຈລາວແລ້ວ ກໍໄດ້ມີຫຼາຍໆທ່ານຂຽນເຂົ້າມາ
ຝາກຂໍ້ຄວາມໄວ້ໃນ website ພາສາລາວຂອງ VOA
ວັນນະສອນ ຈຶ່ງຕ້ອງຂໍຂອບໃຈໃນທຸກໆຂໍ້ຄວາມ ແລະກໍປະຕິ
ຍານວ່າຈະພະຍາຍາມຈັດສັນຫາເພງໃໝ່ໆທັງເພງລາວແລະເພງ
ສາກົນ ທີ່ມ່ວນໆໜ້າຟັງແລະຖືກໃຈມາໃຫ້ທ່ານຜູ້ຟັງ ເພາະເຮົາ
ຈະໄດ້ຟັງເພງມ່ວນໆຮ່ວມກັນໃນທຸກໆຄໍ່າຄືນວັນອາທິດ.
ເພງ “ຂອບໃຈ” ທີ່ປະພັນໂດຍ ອາຈານຄໍາຫຼ້າ ໜໍ່ແກ້ວ ທີ່ຜູ້ຟັງ
ຂຽນເຂົ້າມາຢາກຟັງສະບັບຂອງອາຈານພົມມະ ພິມມະສອນ
ແຕ່ເສຍດາຍ ວັນນະສອນໄດ້ຕິດຕໍ່ທາງອາຈານໄປແລ້ວແຕ່ເພິ່ນບໍ່ໄດ້ຮ້ອງເພງນີ້ຂຶ້ນມາໃໝ່
ວັນນະສອນຈຶ່ງພະຍາຍາມຄົ້ນຫາ ເຫັນແຕ່ເພງເກົ່າທີ່ຄຸນນະພາບບໍ່ສູ້ຈະດີ ກໍເລີຍຈັດຂອງ
ສິນລະປິນສາວ ສຸດໃຈ ພູເຮືອງຫົງ ໃຫ້ແທນ ຊຶ່ງທັງສອງທ່ານ ຄືທ່ານນິນທອນ ແສງສະຫວັດ
ແລະທ່ານ ທ່ານສີຄວນ ໂຄດມະນີວົງ ເພື່ອຈັດມອບໃຫ້ທ່ານ ຈັນສະໝອນ ແສງສະຫວັດ
ພ້ອມດ້ວຍຄອບຄົວ ໃນລັດ Gorgia ເອົາຫວັງວ່າ ພໍໄດ້ຟັງເພງນີ້ແລ້ວທ່ານ ຈັນສະໝອນ
ແສງສະຫວັດກໍຄົງຕ້ອງຮີບຟ້າວໂທລະສັບທາງໄກ ໄປຂອບໃຈ ທ່ານທັງສອງທີ່ກ່າວນາມ
ມາຂ້າງເພທິງນີ້ແລ້ວລະ.
Your browser doesn’t support HTML5
ສຸດໃຈ ພູເຮືອງຫົງ - ຂອບໃຈ
ສ່ວນເພງ “Tear In Heaven” ຂອງ Eric Clapton ນີ້ຈັດໃຫ້ຕາມຄໍາຂໍຂອງທ່ານຜູ້ຟັງ
Phongsak Buarapha ຈາກຈັງຫວັດເລີຍ ປະເທດໄທທີ່ຂຽນເຂົ້າມາຜ່ານທາງ FB
ທີ່ວ່າ ເປັນຄົນໄທຍ ແຕ່ມັກຟັງ VOA ພາກພາສາລາວເຮັດໃຫ້ ໄດ້ຮຽນຮູ້ຂ່າວສານແລະ
ສາລະມາກມາຍ ແລະວ່າຍິ່ງ ໄດ້ຍິນສໍານຽງສຽງຫຼວງພະບາງ ກໍຍິ່ງໜ້າຟັງແລະປະທັບໃຈ
ວ່າຊັ້ນ… ວັນນະສອນວ່າ ແມ່ນໃຜຍ້ອງໃຜກັນແທ້ ເພາະເທົ່າທີ່ເຂົ້າໃຈນັ້ນແມ່ນວ່າ
ສໍານຽງຄົນຈັງຫວັດເລີຍ ກໍເວົ້າສໍານຽງແບບດຽວກັບຫຼວງພະບາງ ເປັນອັນວ່າມ່ວນກັນ
ທັງສອງເລີຍ…ແລະກໍຫວັງຢ່າງຍິ່ງວ່າ Phongsak ຄົງຂະຂຽນເຂົ້າມາອີກຫຼັງຈາກ
ໄດ້ຟັງເພງເສົ້າໆຂອງ Eric Clapton ຊຶ່ງເພງນີ້ Eric Clapton ໄດ້ຂຽນເຖິງລູກຊາຍທີ່
ຈາກໄປຢ່າງບໍ່ມີວັນກັບ ແລະວັນນະສອນວ່າ ພໍໄດ້ຟັງເພງນີ້ແລ້ວ… ພາໃຫ້ຄິດເຖິງຄົນທີ່
ທ່ານສູນເສຍໄປຢ່າງແນ່ນອນ. ຂໍເຊີນໄປຟັງຮ່ວມກັນເລີຍ.
Your browser doesn’t support HTML5
Eric Clapton - Tear In Heaven
ສ່ວນເພງສຸດທ້າຍນີ້ ຂໍຈັດໃຫ້ແທນຄໍາຂອບໃຈ ທຸກໆທ່ານທີ່ຂຽນເຂົ້າມາຫາທາງເຮົາ
ວັນນະສອນກໍເລີຍຂໍມອບຜົນງານເພງຂອງ ສຸດທິລິດ ກິຕ້າມື້ຊ້າຍ ທີ່ໄດ້ທໍາຜົນງານ
ເພງເກົ່າສຸດຍອດອໍາມະຕະເພງລາວ ຫຼາຍໆເພງມາທໍາຂຶ້ນໃໝ່ ຫວັງວ່າ ສຸດທິລິດ
ຄົງຈະສືບຕໍ່ສ້າງຜົນງານເພງດີໆອອກໃຫ້ພວກເຮົາໄດ້ຟັງກັນອີກ. ມາຟັງເພງ
“ບາງທີ ” ພ້ອມໆກັນເລີຍ
Your browser doesn’t support HTML5
ສຸດທິລິດ - ບາງທີ
ຂໍໃຫ້ທຸກໆທ່ານຈົ່ງນອນຫລັບຝັນຫວານ.