Your browser doesn’t support HTML5
ລາຍການສຽງພຽງຈາກແດນໄກ: ມີນ້ອງ ອ້າຍບໍ່ຕ້ອງມີເຂົາ - ຂັນທະລີ ເມືອງໃຕ້
ສະບາຍດີທ່ານຜູ້ຟັງ ກັບມາພົບກັນອີກຕາມເຄີຍ ແລະຟັງເພງລາວມ່ວນໆໃນລາຍການສຽງເພງຈາກແດນໄກ ຊຶ່ງທາງເຮົາກໍຈະສັນຫາແຕ່ເພງມ່ວນໆຂອງສິນລະປິນລາວ ໃນທົ່ວໂລກ ມາຝາກທ່ານຜູ້ຟັງ ຄ່ຳຄືນນີ້ ວັນນະສອນ ມີເພງໃໝ່ໆຂອງສິນລະປິນສາວລາວ-ອາເມຣິກັນ ຈາກລັດ Illinois ຂັນທະລີ ເມືອງໃຕ້ ຊຶ່ງເປັນສິນລະປິນທີ່ມີຄວາມສາມາດ ທັງຮ້ອງເພງ ທັງຂັບລຳລາວຂະໜານແທ້ໄດ້...ຂໍເລີ້ມດ້ວຍເພງ ມີນ້ອງອ້າຍບໍ່ຕ້ອງມີເຂົາ ຊຶ່ງເປັນຊື່ຊຸດຫວັງວ່າ ທ່ານຜູ້ຟັງຄົງຈະຈັດໃຫ້ ຂັນທະລີ ເມືອງໃຕ້ ເຂົ້າໃນລາຍຊື່ຂອງສິນລະ ປິນທີ່ທ່ານຊື່ນຊົມ ຂໍເຊີນໄປຟັງພ້ອມໆກັນເລີຍ.
Your browser doesn’t support HTML5
ຂັນທະລີ ເມືອງໃຕ້ - ມີນ້ອງ ອ້າຍບໍ່ຕ້ອງມີເຂົາ
ຈັ່ງໃດກໍໄດ້ຟັງເພງຂອງ ຂັນທະລີ ເມືອງໃຕ້ ໄປແລ້ວ ອັນດັບຕໍ່ໄປຂໍເຊີນທ່ານຟັງຂັບລຳລາວ ວ່າສຽງຂອງ ຂັນທະລີ ຈະມ່ວນຂະໜາດໃດ ຂໍເຊີນໄປຟັງພ້ອມໆກັນເລີຍ ຂັບລຳລາວທີ່ມີຊື່ວ່າ...ລຳແຄນ.
Your browser doesn’t support HTML5
ຂັນທະລີ ເມືອງໃຕ້ - ລຳແຄນ
ຄົງມີຫຼາຍໆທ່ານສົງໃສວ່າ ສາວໃຕ້ ຢ່າງ ຂັນທະລີ ເມືອງໃຕ້ ຈະສາມາດຂັບທຸ້ມຫຼວງພະບາງໄດ້ ນອກຈາກຈະເກັ່ງ ທັງຮ້ອງເພງແລະຂັບລຳລາວໄດ້ແລ້ວ ຍັງ ຂັບທຸ້ມຫຼວງພະບາງ ໄດ້ອີກ ຂໍເຊີນໄປພິສູດໄດ້ເລີຍ ໃນ ຂັບທຸ້ມຫຼວງພະບາງ ພົບກັນໃໝ່ໃນອາທິດໜ້າ. ຂໍໃຫ້ທຸກໆທ່ານ ນອນຫຼັບຝັນດີ.