ໃນລາຍການສຽງເພງຈາກແດນໄກຂອງ VOA ໃນຄໍ່າຄືນນີ້ ວັນນະສອນໄດ້ນໍາເພງ
ສາກົນທີ່ມີຄວາມໝາຍດີ ທີ່ມີບຸກຄົນທີ່ໂດງດັງອັນດັບໂລກຈາກຫຼາຍວົງການມາ
ໂຮມຕົວກັນຫຼາຍກ່ວາ 150 ຄົນ ເພື່ອໂຄສະນາຊ່ອຍເຫຼືອຊາວອັຟຣິກາທີ່ອິດຢາກນັ້ນ
ຂໍເຊີນທ່ານຜູ້ຟັງ ເຂົ້າສູ່ລາຍການໄດ້ເລີຍ.
ອາທິດນີ້ທາງລາຍການສຽງເພງຈາກແດນໄກຂອງ VOA ຈັດເພງສາກົນ ທີ່ຫລາຍໆ
ສິນລະປິນຮ່ວມກັນຮ້ອງ ເພື່ອເປັນການກຸສົນຫາລາຍໄດ້ໄປຊ່ອຍບັນດາເດັກນ້ອຍທີ່
ອຶດຢາກ ຢູ່ອາຟຣິກາ ເປັນເພງທີ່ດັດແປງຈາກເພງຕົ້ນສະບັບ “High Tide or Low Tide,”
ຂອງ Bob Marley ແລະເພີ່ມຕື່ມເນື້ອຮ້ອງທີ່ມີຄໍາວ່າ “I’m Gonna Be Your Friend
- ຂ້ອຍຈະເປັນເພື່ອນເຈົ້າ.
ເພງທີ່ໂດ່ງດັງອີກຕື່ມເພງນຶ່ງ ທີ່ພວກສິນລະປິນຊື່ສຽງດັງໆຮ່ວມກັນຮ້ອງ ເມື່ອດົນກ່ວາ
25 ປີຜ່ານມາແລ້ວ ເພື່ອຊ່ວຍເຫລືອພວກອຶດຫິວໃນອາຟຣິກາຄືກັນນັ້ນ ແມ່ນເພງຂອງ
ມື້ລາງນັກຮ້ອງ Michael Jackson ໃນບົດເພງ We Are The World."
ເຊີນທ່ານຕິດຕາມຫາຄວາມອະພິສໍາລານໄດ້.
ພົບກັນໃໝ່ໃນສັບປະດາໜ້າ.