Your browser doesn’t support HTML5
ຟັງລາຍການສຽງເພງຈາກແດນໄກຂອງ VOA - ອາລຸນາ ຖາວອນສຸກ-26ຕຸລາ14
ສະບາຍດີທ່ານເຟນເພງທີ່ໜ້າຮັກທັງຫຼາຍ ບຶດດຽວກໍຈະໝົດ
ເດືອນຕຸລາແລ້ວເຮັດຫຍັງນໍາກະບໍ່ທັນ ແຕ່ເຖິງຢ່າງໃດກໍດີ ກໍຂໍ
ໃຫ້ຕັ້ງໃຈຂະຫຍັ້ນເຮັດຂະຫຍັ້ນທຳລະກັນ ມືນຶ່ງຂ້າງໜ້າມັນກໍ
ຈະດີໄປເອງ ຄໍ່າຄືນນີ້ວັນນະສອນຝາກຜົນງານເພງ single
ໃໝ່ຫຼ້າສຸດຂອງສິນລະປິນສາວລາວຄົນເກັ່ງ ທີ່ມາກດ້ວຍຄວາມ
ສາມາດທັງຮ້ອງ ທັງຫຼິ້ນດົນຕີນຳ ແລະທີ່ສຳຄັນໄປກວ່ານັ້ນ ເປັນ
ນັກຂຽນໜັງສືແລະປະພັນເພງເອງອີກຕ່າງຫາກ…ໄດ້ມີລາຍການຕ່າງປະເທດສຳພາດມາແລ້ວ ຊຶ່ງຮວມທັງ “Today Show” ທີ່ສຳພາດໂດຍ Matt Louwer ພ້ອມທັງລາຍການຂອງໄທ ນຳ ຂໍເຊີນໄປຟັງໃໝ່ ທີ່ນ້ອງອາລຸນາສົ່ງມາໃຫ້ ລາຍການເຮົາເປັນຄົນທຳອິດ…ເຊີນໄປຟັງພ້ອມໆກັນເລີຍ…
ນັ້ນແມ່ນເພງ“ຂ້ອຍຮູ້ສຶກແບບນັ້ນກັບເຈົ້າ” ຂອງ ອາລຸນາ ຖາວອນສຸກ ກໍເປັນຜົນງານ
ເພງທີ່ມີຄວາມໝາຍ ເປັນຄວາມຮູ້ສຶກດີໆ ສຳຫຼັບ ບໍ່ວ່າຜູ້ຍິງ ຜູ້ຊາຍທີ່ຈະໄດ້ບອກຄວາມໄນ ໃຫ້ກັນແລະກັນ…ແລະກໍຕ້ອງຂໍຂອບໃຈນ້ອງອາລຸນາ ທີ່ສົ່ງເພງມາໃຫ້ ທ່ານໃດທີ່ບໍ່ມີເພງນີ້ ກໍໃຫ້ຊ່ອຍພາກັນສະໝັນສະໜຸນ download single ໃໝ່ໄດ້…ທີ່ http://www.cdbaby.com/cd/
ກໍຂໍໃຫ້ຊ່ອຍກັນສົ່ງເສີມຄົນລະໄມ້ລະມື ກໍແລ້ວກັນ ເພື່ອເປັນກຳລັງໃຈໃຫ້ສິນລະປິນລາວ
ໄດ້ມີຄວາມຕັ້ງໃຈ ມຸມານະ ໃຫ້ສ້າງຜົນງານດີໆຕະຫຼອດໄປ.
ເພງຕໍ່ໄປນີ້ຈັດໃຫ້ຜູ້ຟັງ ທີ່ໜ້າຮັກ ເຈົ້າອິນທະສອນ ກຸນລະວຸດ ຈາກຫຼວງພະບາງທີ່ຂຽນເຂົ້າມາຂໍຟັງເພງ ທີ່ໃສ່ທັງນ້ຳອ້ອຍນ້ຳຕານ ຍ້ອງມາເອົາແທ້ເອົາວ່າ ຄົງຢ້ານເອື້ອຍວັນນະສອນບໍ່ຈັດເພງໃຫ້…ບໍ່ດອກ ມີຜູ້ຟັງທີ່ໜ້າຮັກແບບເຈົ້າອິນທະສອນ ນີ້ ກໍຕ້ອງຈັດໃຫ້ຕາມທີ່ນ້ອງຂໍມາຢູ່ແລ້ວ…ເປັນຜົນງານເພງຂອງ Tom Rainbow ໃນບົດເພງ “ຫ່າງກາຍໃຈເຫງົາ” ເອົາເຊີນຮັບຟັງພ້ອມໆກັນເລີຍ.
Your browser doesn’t support HTML5
ຕ້ອມ ເຣນໂບລ - ຫ່າງກາຍໃຈເຫົງາ
ກ່ອນອຳລາທ່ານຜູ້ຟັງໃນຄ່ຳຄືນນີ້ ວັນນະສອນຂໍມອບເພງ “ພໍ່” ທີ່ຂັບຮ້ອງໂດຍຕຸກຕາ ພູມິວົງ ແລະປະພັນ ໂດຍອາຈານຄຳຫຼ້າ ໜໍ່ແກ້ວ ຂໍມອບພິເສດແກ່ Peter ລູກຊາຍຫົວແກ້ວຫົວແຫວນຂອງມື້ລາງທ່ານນະເລດ ງາມສະນິດ ທີ່ໄດ້ອຳລາຈາກໂລກໄປແລ້ວ ຊຶ່ງທ່ານນະເລດ ກໍເປັນສິນລະປິນ ນັກດົນຕີຜູ້ນຶ່ງໃນປະຊາຄົມລາວ-ອາເມຣິກັນໃນຂົງເຂດ
ລັດ Virginia ວັນນະສອນ ຂໍຖືຕາງໜ້າຄະນະ VOAຂໍສະແດງຄວາມເສົ້າສະລົດໃຈມາຍັງຄອບຄົວງາມສະນິດ ດ້ວຍ ແລະຂໍໃຫ້ດວງວິນຍານ ຂອງທ່ານນະເລດ ຈົ່ງໄປສູ່
ສຸຂະຕິພົບດ້ວຍເຖີ້ນ...
Your browser doesn’t support HTML5
ຕຸກຕາ ພູມິວົງ - ພໍ່