ໃນຄ່ຳຄືນນີ້ ທ່ານຈະໄດ້ຟັງເພງ Fight Song ຊຶ່ງເປັນນຶ່ງໃນຫຼາຍໆເພງ ທີ່ວັນນະສອນ
ໄດ້ຕຽມໄວ້ໃຫ້ທ່ານໄດ້ຮັບຟັງກັນ ໃນລາຍການສຽງເພງຈາກແດນໄກຂອງວີໂອເອໄດ້.
Your browser doesn’t support HTML5
ສະບາຍດີ ທ່ານແຟນລາຍການສຽງເພງຈາກແດນໄກຂອງ VOA ທັງຫຼາຍ ເພງທີ່ທ່ານ
ຫາກໍໄດ້ຟັງຈົບລົງໄປນັ້ນແມ່ນເພງນັ້ນແມ່ນເພງ “Fight Song” ທີ່ Rachel Platten
ຂັບຮ້ອງ ຊຶ່ງວັນນະສອນຄິດວ່າເພງນີ້ ເປັນເພງທີ່ມີພະລັງ ສົ່ງເສີມໃຫ້ທຸກທ່ານ ມີກຳລັງ
ໃຈຕໍ່ສູ້ກັບອຸບປະສັກຕ່າງໆນາໆ ໃຫ້ທຸກຄົນ ໄດ້ລຸກຂຶ້ນສູ້ເພື່ອຊີວິດອັນສົດໃຈ ຕໍ່ໄປ.
ບັດນີ້ກັບມາຟັງເພງທີ 2 ກັນເລີຍເນາະ ເປັນເພງທີ່ສະໜຸກສະໜານ ຟັງແລ້ວຢາກເຕັ້ນ
ໄປພ້ອມ In Your Arms ທີ່ຂັບຮ້ອງໂດຍ Nico & Vinz ແລະກໍຫວັງວ່າ ທ່ານຜູ້ຟັງ
ຄົງຈະອອກມາເຕັ້ນນຳກັນ.
ຂໍມ້ວນທ້າຍລົງດ້ວຍເພງ Night Changes ຂອງວົງດົນຕີOne Direction ເປັນເພງ
ຫວານໆທີ່ຟັງແລ້ວສະບາຍໆ ຜ່ອນຄາຍອາລົມດີ ຂໍໃຫ້ທຸກໆທ່ານຈົ່ງນອນຫຼັບຝັນຫວານ
ພົບກັນໃໝ່ໃນສັບປະດາໜ້າ.