Your browser doesn’t support HTML5
ຟັງລາຍການສຽງພຽງຈາກແດນໄກ: ພາວັນດີ ມີໄຊ - ເມືອງລາວເຮົາກໍມີຫົວໃຈ
Your browser doesn’t support HTML5
ພາວັນດີ ມີໄຊ - ເມືອງລາວເຮົາກໍລືນາມ
ສະບາຍດີທ່ານຜູ້ຟັງ ແລະນັ້ນແມ່ນເພງ ເມືອງລາວເຮົາກໍລືນາມ ຂອງພາວັນດີ ມີໄຊ ສິນລະປິນລາວໃນຍີ່ປຸ່ນ ທີ່ໄດ້ຂັບຮ້ອງເພງທີ່ມີຄວາມໝາຍແລະວັນນະສອນ ຂໍຈັດເພງ ທີ່ມີຄວາມໝາຍດີກ່ຽວກັບປະເທດລາວ ໃຫ້ແກ່ບັນດາແຟນລາຍການສຽງເພງຈາກແດນ ໄກ ທຸກໆທ່ານ ໂດຍສະເພາະຄົນລາວທີ່ກະຈັດກະຈາຍກັນຢູ່ຕ່າງປະເທດ...ເພງ ເມືອງ ລາວ ເຮົາກໍລືນາມ ຂອງພາວັນດີ ມີໄຊ ນີ້ ຄົງຈະເຮັດໃຫ້ທ່ານຄິດເຖິງບ້ານ ບໍ່ຫຼາຍ ກໍໜ້ອຍ ວັນນະສອນ ຂໍມອບເພງທີ່ເປັນເອກະລັກຂອງລາວອີກຕື່ມເພງນຶ່ງໃຫ້ຟັງ ຈາກ ສິບລປິນ ລາວ-ອາເມຣິກັນ ຈາກລັດ California ສັກກີ້ ແກ້ວມໍຣະກົດ ທີ່ເປັນ ນັກຮ້ອງ ນັກສິນ ລະປະນທີ່ມີຄວາມສາມາດ ໄດ້ແຕ່ງເພງ ເຮົາເປັນຄົນລາວ ນີ້ ໄດ້ສົມໃຈໄວ ຣຸ້ນເປັນທີ່ສຸດ ເພາະເປັນຈັ່ງຫວະຮ້ອນແຮງ ຂໍເຊີນໄປຟັງເພງທີ່ມີຄວາມໝາຍດີຂອງ ຄົນລາວ ໃນຈັ່ງ ຫວະ ຣ໊ອກກັນເລີຍ...
ວັນນະສອນ: ສ່ວນທ່ານ ເສດ ໄຊຊະນະ ທີ່ຂຽນຂໍ້ຄວາມໄວ້ໃນ website ຂອງ VOA ນັ້ນ ວັນນະສອນ ຂໍມອບເພງ ເຈົ້າກໍລາວ ຂ້ອຍກໍລາວ ຂອງ ອະນຸລັກ ອະນຸໂລມ ສິລະປິນ ລາວ ຈາກລັດ Nevada ຫວັງວ່າທ່ານເສດ ໄດ້ຮັບຟັງເພງນີ້ແລ້ວ ກໍໃຫ້ຂຽນເຂົ້າ ມາຫາ ທາງເຮົາ ອີກ. ພົບກັນໃໝ່ໃນອາທິດໜ້າ ຂໍໃຫ້ທຸກໆທ່ານນອນຫຼັບຝັນດີ.
Your browser doesn’t support HTML5
ເຈົ້າກໍລາວ ຂ້ອຍກໍລາວ - ອະນຸໂລມ ອະນຸລັກ