ໃນຄ່ຳຄືນນີ້ທາງລາຍການສຽງເພງຈາກແດນໄກຂອງ VOA ຈະມາກ່ອມທ່ານຜູ້ຟັງ
ດ້ວຍເພງແນວ classic ແລະວ່າຈະມີເພງໃດແດ່ນັ້ນ ຂໍເຊີນທ່ານເຂົ້າສູ່ລາຍການ
ໄດ້ນະບັດນີ້.
Your browser doesn’t support HTML5
ລາຍການສຽງເພງຈາກແດນໄກຂອງວີໂອເອ: ເພງ I Started A Joke ຂັບຮ້ອງໂດຍ Bee Gees
ສບາຍດີທຸກໆທ່ານ ຂະນະນີ້ກໍຍັງຢູ່ໃນຊ່ວງທ້າຍລະດູຮ້ອນຢູ່ ອີກບໍ່ດົນ ກໍຈະເຖິງ
ລະດູໃບໄມ້ຫລົ່ນແລ້ວ ຊຶ່ງຊ່ວງນັ້ນ ໃບໄມ້ແຕ່ລະໃບ ກໍຈະປ່ຽນສີ ຈາກຂຽວຂະຈີ
ຄ່ອຍໆປ່ຽນເປັນເຫຼືອງ ແສດ ແດງແລະນ້ຳຕານເຂັ້ມ ແລະຫຼົ່ນອອກຈາກຕົ້ນຈົນ
ບໍ່ເຫຼືອ ແມ່ນກະທັງໃບດຽວ ແຕ່ລະຕົ້ນເບິ່ງຄືແຫ້ງຫ່ຽວຕາຍໄປຈົນກວ່າລະດູບານໃໝ່
ຈະມາເຖິງ ແລະຄ່ອຍໆຄືນຊີບໃຫ້ຕົ້ນໄມ້ກັບໄປມີຊີວິດຊີວາອີກໃໝ່ ອາກາດ
ໃນນະຄອນຫຼວງວໍຊິງຕັນພີ້ ກໍຍັງຮ້ອນຢູ່ ແລະມີຝົນປະປາຍເປັນບາງວັນ ຈັ່ງໃດ
ກໍຕາມແຕ່ ຄ່ຳຄືນນີ້ພວກເຮົາມາຟັງເພງມ່ວນໆນຳກັນເນາະໃນບົດເພງເຢັນໆ
ແບບຟັງສະບາຍໆ ປະເພດ classic...ເອົາໄປຟັງເພງ I Started A Joke ຂອງວົງ
Bee Gees ກັນກ່ອນ ແລ້ວຄ່ອຍມາລົມກັນອີກ.
ຈັ່ງໃດລະ ເພງເກົ່າທີ່ຫາຟັງໄດ້ຍາກນີ້ ຄົງຈະເຮັດໃຫ້ຫຼາຍໆທ່ານຜູ້ຟັງຄິດເຖິງອະດີດ
ເມື່ອຄັ້ງຍັງເປັນໜຸ່ມເປັນສາວພຸ້ນນັ້ນ. ເອົາມາຟັງເພງທີ່ເປັນອຳມະຕະອີກຕື່ມເພງນຶ່ງ
ພໍໄດ້ແຕ່ເລີ້ມຂຶ້ນຕົ້ນເພງນີ້ ທຸກຄົນກໍຈະພາກັນຮ້ອງອໍ...ໄປຕາມໆກັນ.
ທີ່ທ່ານຫາຟັງຈົບລົງໄປນັ້ນແມ່ນເພງ Yesterday ຂອງວົງ Beatles ບໍ່ຕ້ອງບອກ
ກໍຊາບແລ້ວລະວ່າແຟນໆລາຍການສຽງເພງຈາກແດນໄກທີ່ຕິດຕາມຮັບຟັງຢູ່ໃນຂະນະ
ນີ້ ແມ່ນຖືກໃຈເປັນແນ່ແທ້…ສ່ວນເພງ Speak Softly Love ຂອງ Andy William ນີ້
ຈັດແຖມພິເສດໃຫ້ແກ່ແຟນລາຍການທີ່ມັກຮັກເພງປະເພດ classic ນີ້ ອີກຕື່ມເພງນຶ່ງ.
ເປັນຈັ່ງໂຊກແທ້ໆ ທີ່ວ່າ ທາງເຮົາຍັງພໍມີເວລາເຫຼືອຢູ່ ວັນນະສອນ ຈຶ່ງຂໍ ອຳລາທ່ານ
ດ້ວຍເພງແນວ classic ອີກຕື່ມເພງນຶ່ງ ເປັນເພງທີ່ວັນນະສອນ ຄິດວ່າ ທ່ານຜູ້ຟັງ
ຄົງຮ້ອງຕາມໄປດ້ວຍກັນ ໃນບົດເພງ All I Have To Do Is Dream ຂອງວົງ
Everly Brothers ຂໍໃຫ້ທຸກໆທ່ານນອນຫລັບຝັນດີແລະພົບກັນໃໝ່ ໃນສັບປະດາໜ້າ.