ສະບາຍດີທຸກໆທ່ານ ແລະຍິນດີຕ້ອນຮັບທ່ານຜູ້ຟັງເຂົ້າສູ່ລາຍ
ການສຽງເພງຈາກແດນໄກຂອງ VOA. ສາວນ້ອຍຄົນເກັ່ງຄົນນີ້
ໄດ້ຫາຍຈາກວົງການເພງລາວ ໄປສຶກສາຕໍ່ທີ່ຍີ່ປຸ່ນຕັ້ງຫຼາຍປີ
ແລະກໍໄດ້ກັບມາແລ້ວພ້ອມທັງນໍາເພງໃໝ່ໆມາຝາກທ່ານຜູ້ຟັງ
ຊຶ່ງວັນນະສອນຈະຂໍຈັດມອບໃຫ້ທ່ານ Wittaya Kotenarin
ຜູ້ຟັງຈາກປະເທດໄທ ທີ່ບອກມາວ່າ ຟັງ VOA ມາໄດ້ 20 ກວ່າ
ປີແລ້ວ ບອກມາວ່າຟັງ ຕອນ 7:30 ຕອນແລງ ຕາມເວລາໃນ
ທ້ອງຖິ່ນພ້ອມທັງບອກມາວ່າດີໃຈທີ່ໄດ້ຮັບຂ່າວແລະຕິດຕາມ
ຟັງຢູ່ສະເໝີ ສາວນ້ອຍຄົນນີ້ ບໍ່ແມ່ນຄົນອື່ນຄົນໄກ ເພາະວ່າ
ພໍບອກຊື່ນີ້ໄປແລ້ວ ຄົງພາໃຫ້ທ່ານຜູ້ຟັງພາກັນຮ້ອງ ອໍ…ໄປ
ຕາມໆກັນ ເພາະເປັນທັງນັກຮ້ອງທີ່ໂດ່ງດັງໃນລາວ ແລະກໍ
ເປັນນາງເອກ ນັກສະແດງທີ່ທຸກຄົນຊາບດີ ໃນປະເທດໄທ…
ເພງນີ້ຄົງຈະເຮັດໃຫ້ທ່ານຜູ້ຟັງຝັນເຖິງແລະຢາກບອກສາວ
ງາມ Alexandra ດ້ວຍຕົວເອງ …ແບບວ່າ “ຮັກເຈົ້າຕະຫຼອດໄປ.”
ແລະທາງ VOA ຂໍສະແດງຄວາມເສົ້າສະລົດໃຈແລະຈະຄອຍເປັນກໍາລັງໃຈໃຫ້ກັບ
Alexandra ແລະຄອບຄົວດ້ວຍ ໃນການຈາກໄປຂອງບິດາຜູ້ບັງເກີດເກົ້າ…ຫວ່າງ
ບໍ່ດົນມານີ້.
ເພງ: Alexandra: ຮັກເຈົ້າຕະຫຼອດໄປ
ປັດຈຸບັນນີ້ ກໍໄດ້ມີມີນັກຮ້ອງລາວຮຸ້ນໃໝ່ເກີດຂຶ້ນມາກມາຍ ທັງໃນ ສປປ ລາວ ແລະຕ່າງ
ປະເທດ ທີ່ມີຄວາມສາມາດຫຼາກຫຼາຍແລະເກັ່ງໆກັນທັງນັ້ນ ຊຶ່ງວັນນະສອນ ຈຶ່ງຂໍສະແດງ
ຄວາມຍິນນໍາແລະໃຫ້ສືບສານຕໍ່ໆໄປ…ເພງຕໍ່ໄປນີ້ ເປັນເພງຂອງສາວນ້ອຍທີ່ມີລີລາ ບໍ່ທໍາ
ມະດາ... “Alina ຕ໊ອດ” ຂໍມອບໃຫ້ ໄກພອນ ນຽມວິມານ ທີ່ຂຽນຂໍ້ຄວາມຝາກໄວ້ໃນ
website ທີ່ບອກມາວ່າ...ຢາກໃຫ້ຂຽນພາສາລາວໃນຫົວຂໍ້ ແທນທີ່ຈະເປັນພາສາອັງກິດ
ເພາະຜູ້ຟັງຈະອ່ານໄດ້…ເອົາລະ ຂໍຂອບໃຈທີ່ຕິດຕາມແລະກໍຈະປັບປຸງຂຶ້ນໄປຢ່າງຕໍ່ເນື່ອງ.
ຂໍເຊີນຟັງເພງ Cry Cry ພ້ອມໆກັນເລີຍ…
ອາທິດນີ້ ວັນນະສອນຂໍມອບເພງທີ່ເປັນຂອງສິນລະປິນສາວທັງໝົດກໍແລ້ວກັນ ວັນນະສອນ
ຂໍຝາກສຽງເພງຫວານໆນີ້ໄວ້ໃນດວງໃຈທ່ານຜູ້ຟັງອີກຄົນນຶ່ງ ນໍ້າ ອິນທິດາ ທີ່ຈະມາຂັບກ່ອມ
ທ່ານໃນບົດເພງ “ເຈັບພໍແລ້ວ”…ວັນນະສອນຫວັງວ່າ ເພງນີ້ຄົງຈະເຮັດໃຫ້ທ່ານຜູ້ຟັງກັບຄືນ
ມາຟັງເພງກັບ ວັນນະສອນໃນລາຍການສຽງເພງຈາກແດນໄກຂອງ VOA ອີກໃນອາທິດໜ້າ
ນອນຫລັບຝັນຫວານ…
ເພງ: ນໍ້າ ອິນທິດາ: “ເຈັບພໍແລ້ວ”

Your browser doesn’t support HTML5
ຟັງລາຍການເພງຕາມຄໍາຂໍ_Alexandra_ຮັກເຈົ້າຕະຫຼອດໄປ_ວັນທີ13ຕຸລາ13