ໃນລາຍການສຽງເພງຈາກແດນໄກໃນຄໍ່າຄືນທາງເຮົາຈັດເພງໃຫ້ ແທນຄໍາຂອບໃຈແກ່
ທ່ານຜູ້ຟັງທີ່ຂຽນຂໍ້ຄວາມລົງໃນ website ຂອງ VOA ຂອງພວກເຮົາ ຊຶ່ງເພງ
“ອັກສອນຊາດລາວ”ເພງທຳອິດນີ້ ເປັນຜົນງານເພງຂອງອູ່ແກ້ວ ໄຊຍະວົງ ນັກຮ້ອງ
ຈາກ ສປປ ລາວ ແລະເຈົ້າຄຳຜາຍ ກຸລວຸທເປັນຜູ້ແຕ່ງທັງເນື້ອຮ້ອງແລະທຳນອງ
ຈັດມອບໃຫ້ຜູ້ຟັງ ນ້ອງ Johnson, PPY ແລະອ້າຍອ່ອນຈັນ ທັມມະວົງສາ ຈາກ
Switzerland.
ເພງທີ່ສອງນີ້ຄົງຈະພາໃຫ້ຫຼາຍໆທ່ານຜູ້ທີ່ພັດພາກຈາກບ້ານເກີດເມືອງນອນມາເນີ້ນນານ
ຄົງຈະມີຄວາມຮູ້ສຶກແບບນີ້ “ຄິດເຖິງບ້ານ” ຊຶ່ງເປັນຜົນງານເພງຂອງແສງເພັດ ພານຸສິດ
ສິນລະປິນລາວອະເມຣິກັນ ທີ່ຮ້ອງຄູ່ກັບ ພູສົມສະນຸກ ໜໍ່ສະຫວັນ ຈັດໃຫ້ Thao Henry
Khanthaly ຈາກ Paris, France.
“ສະຫວັນແດນຮັກ” - Tom Rainbow
ເພງ “ສະຫວັນແດນຮັກ” ຂອງ Tom Rainbow ນີ້ ຈັດພິເສດໃຫ້ທາງຄະນະຊຸມນຸມສະຫວັນ ນະເຂດແລະສະມາຊິກທຸກໆ ທ່ານ ທີ່ຫາກໍຈັດງານ Savannakhet Reunion
ຂຶ້ນ ໃນຫວ່າງບໍ່ດົນມານີ້
ທີ່ນະຄອນ Las Vegas,
Nevada.
ຂໍໃຫ້ຮັກຫໍ່ໂຮມກັນແລະມີແບບນີ້ຂຶ້ນເລື້ອຍໆ ເພື່ອທີ່ພວກເຮົາຄົນລາວຈະໄດ້ຮັກແພງ,
ຕິດຕໍ່, ແລກປ່ຽນຂໍ້ມູນແລະສົ່ງເສີມຊຶ່ງກັນແລະກັນ.