ທະນາຍມຽນມາ ຖືກສັງຫານ ຂະນະທີ່ ຫາທາງ ປະຕິຮູບ ລັດຖະທຳມະນູນ

Your browser doesn’t support HTML5

ທີ່ໃກ້ຊິດກັບນັກກົດໝາຍມຽນມາ ທີ່ຖືກສັງຫານ ທ່ານ Ko Ni ກ່າວວ່າ ນັກຊ່ຽວຊານ ລັດຖະທຳມະນູນ ແມ່ນກຳລັງ​ເຮັດ​ວຽກກ່ຽວ​ກັບ​ແຜນການ ທີ່ຈະເຮັດໃຫ້ອຳນາດ ທາງການເມືອງຂອງ​ພວກທະຫານ ອ່ອນ​ແອລົງ ໃນຕອນທີ່ທ່ານຖືກຍິງຕາຍ​ຢູ່ສະໜາມ
ບິນ ນະຄອນຢ້າງກຸ້ງ ບໍ່ດົນຫຼັງຈາກທີ່ທ່ານໄດ້ເດີນທາງກັບຄືນສູ່ ມຽນມາ ຈາກກອງ
ປະຊຸມ ໃນອິນໂດເນຍເຊຍ ​ເມື່ອວັນທີ 29 ມັງກອນຜ່ານມານີ້.

ການເປີດເຜີຍນີ້ ​ແມ່ນເບິ່ງຄືວ່າ ຈະ​ພາ​ໃຫ້ມີຄວາມສົງໄສຕໍ່​ໄປ ຊຶ່ງ​ໄດ້​ມີ​ການປະຕິເສດ​
ໄປ​ແລ້ວວ່າ ພວກທະຫານແມ່ນບໍ່ມີບົດບາດໃນການສັງຫານທີ່ວ່ານີ້.

ພວກທີ່ສະໜັບສະໜຸນທ່ານ Ko Ni ພາກັນແຫ່ໂລງສົບຂອງທ່ານ, ສະມາຊິກລັດຖະສະພາຊາວມຸສລິມ ຊົນກຸ່ມນ້ອຍ ແລະ ທີ່ປຶກສາດ້ານນິຕິບັນຢັດ ສຳຫຼັບ ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ທີ່ປົກຄອງປະເທດຢູ່ໃນປະຈຸບັນນີ້, ຫຼັງຈາກທີ່ທ່ານໄດ້ຖືກຍິງຕາຍໃນນະຄອນຢ້າງກຸ້ງ, ມຽນມາ, 30 ມັງກອນ, 2017.

ເຖິງແມ່ນວ່າ ໄດ້ມີການໂອນອຳນາດ​ໃຫ້ລັດຖະບານພົນລະເຮືອນ​ແລ້ວ ທີ່ນຳພາໂດຍ
ທ່ານນາງ Aung San Suu Kyi ຜູ້ນຳພັກສັນນິບາດແຫ່ງຊາດເພື່ອປະ ຊາທິປະໄຕ ກອງທັບຂອງມຽນມາ ກໍຍັງມີອຳນາດ​ໃນ​ຂອບ​ເຂດ​ທີ່​ກວ້າງ ພາຍໃຕ້ລັດຖະທຳມະນູນ
ທີ່ຮ່າງ​ຂຶ້ນໃໝ່ ໃນປີ 2008 ນັ້ນ.

ຕຳຫຼວດມຽນມາ ຢືນລາດຕະເວນ ຫ້ອງການສັນນິສູດ ໃນໂຮງພະຍາບານ ບ່ອນທີ່ຮ່າງຂອງທ່ານ Ko Ni ຖືກເກັບຮັກສາໄວ້, ໃນນະຄອນຢ້າງກຸ້ງ, 29 ມັງກອນ, 2017.

ລັດຖະທຳມະນູນ ຄ້ຳປະກັນວ່າ ພວກ​ທະຫານ​ຈະ​ກຳ​ບ່ອນ​ນັ່ງ 25 ເປີເຊັນ​ໃນ​ສະພາ
​ແຫ່ງ​ຊາດ ແລະ​ມີ​ສິດ​ຢັບຢັ້ງ ຕໍ່​ການ​ປ່ຽນ​ແປງລັດຖະທຳມະນູນໃດໆ.​ ນອກນັ້ນ
ພວກ​ທະຫານ​ຍັງ​ເປັນ​ຜູ້​ຄວບ​ຄຸມກະຊວງພາຍໃນ ​ໂດຍ​ເຮັດ​ໃຫ້​ພວກ​ທະຫານ​ມີ
ອຳນາດ​ລື່ນລັດຖະກອນ​ຖາວອນ​ຂອງ​ປະ​ເທດ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ