18 ຄົນ ຢຽບກັນຕາຍ ຍ້ອນໄປໄວ້ທຸກ ທີ່ນະຄອນ Mumbai (ວີດີໂອ)

ເກິດການຢຽບກັນຕາຍ ໂດຍພວກທີ່​ພາກັນ​ໄປໄວ້ທຸກ ແກ່ຜູ້​ນໍາ​ທາງ​ສາສະໜາຄົນນຶ່ງ.

ບັນດາ​ເຈົ້າ​ໜ້າ​ທີ່ອິນ​ເດຍ ກ່າວວ່າ ​ເກີດ​ການ​ຢຽບ​ກັນ​ຕາຍ​ຂຶ້ນ
ໃນໝູ່​ຝູງ​ຊົນ ທີ່​ພາກັນ​ໄປໄວ້ທຸກໃຫ້​ແກ່ຜູ້​ນໍາ​ທາງ​ສາສະໜາ
ຄົນນຶ່ງ ​ຊຶ່ງເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 18 ຄົນ.

ພວກ​ເຈົ້​າໜ້າ​ທີ່ ​ໃນ​ນະຄອນ Mumbai ກ່າວ​ວ່າ ຢ່າງ​ໜ້ອຍ
40 ຄົນຍັງ​ໄດ້​ຮັບ​ບາດ​ເຈັບ ​ຈາກ​ເຫດຮ້າຍ​ໃນ​ຕອນ​ເຊົ້າ​ວັນ​ເສົາ​
ມື້​ນີ້ ຢູ່​ນອກ​ເຮືອນ​ຂອງພະ​ອາຈານ Syedna Mohammed
Burhanuddin ​ຫົວໜ້າປະຊາ​ຄົມອິສລາມນິກາຍ Dawoodi Bohra.

ພະ​ອາຈານ Burhanuddin ​ໄດ້​ເສ​ຍຊີ​ວິດ​ໃນ​ວັນ​ສຸກ​ວານນີ້. ທ່ານ​ມີ​ອາຍຸ​ໄດ້ 102 ປີ.

ຍັງ​ບໍ່​ທັນ​ເປັນທີ່​ແຈ້ງ​ຂາວ​ເທື່ອ​ວ່າ ​ແມ່ນຫຍັງ​ຄືສາເຫດ ໃຫ້​ເກີດມີການ​ຢຽບ​ກັນ​ຕາຍ. ​

ເຫດຮ້າຍ​ທຳນອງນີ້ ມັກ​ເກີດ​ຂື້ນເລື້ອຍໆຢູ່​ໃນ​ອິນ​ເດຍ​ແລະ​ມັກມີສາ​ເຫດ​ມາຈາກ ​ການຄວບ
ຄຸມຝູງຊົນບໍ່ໄດ້ດີຂອງເຈົ້າ​ໜ້າ​ທີ່​ຕໍາຫລວດ.

Your browser doesn’t support HTML5

India