22 ຄົນ ເສຍຊີວິດ ໃນການໂຈມຕີ ສະຫຼະຊີບ ທີ່ນະຄອນຫຼວງ ຂອງອີຣັກ

ຄວັນປົກຄຸມທ້ອງຟ້າ ໃນຂະນະທີ່ ກຳລັງຮັກສາຄວາມປອດໄພ ອີຣັກ ແລະ ພວກພົນລະເຮືອນ ເຕົ້າໂຮມກັນ ຢູ່ບໍລິເວນຈຸດເກີດເຫດ ການໂຈມຕີສະຫລະຊີບ ດ້ວຍລົດລະເບີດ ໃນເຂດຄຸ້ມ New Baghdad ຂອງຊາວ Shiite ທີ່ອາໄສຢູ່ຢ່າງຫຼວງຫຼາຍ, ອີຣັກ, ວັນພະຫັດທີ 9 ມິຖຸນາ 2016.

ການໂຈມຕີສະຫລະຊີບດ້ວຍລົດລະເບີດ ສອງບັ້ນ ທີ່ນະຄອນຫຼວງຂອງອີຣັກ ເຮັດໃຫ້ ມີຢ່າງນ້ອຍ 22 ຄົນ ເສຍຊີວິດ ໃນຕອນເຊົ້າວັນພະຫັດມື້ນີ້ ອີງຕາມເຈົ້າໜ້າທີ່ຕຳຫຼວດ.

ເປົ້າໝາຍຂອງລົດລະເບີດຄັນທຳອິດ ແນໃສ່ ເສັ້ນທາງເຂດພານິດ ຢູ່ທາງພາກຕາເວັນ ອອກ ຂອງນະຄອນຫຼວງ Baghdad ທີ່​ເຮັດ​ໃຫ້ພົນລະເຮືອນ 15 ຄົນ​ເສຍ​ຊີວິດ ແລະ ອີກ 35 ບາດເຈັບ. ສ່ວນລົດລະເບີດອີກຄັນໜຶ່ງ ໄດ້​ແຕກ​ຂຶ້ນບ່ອນລົດເມຢຸດ ໃກ້ໆ ຖານຄ້າຍ ທະຫານ ແຫ່ງໜຶ່ງ ທີ່ໃຫຍ່ທີ່ສຸດຂອງປະເທດ ຢູ່ທາງພາກເໜືອຂອງນະຄອນຫຼວງ Baghdad ແລະ ​ເຮັດ​ໃຫ້ຢ່າງນ້ອຍ 12 ຄົນ​ເສຍ​ຊີວິດ ແລະອີກ 28 ຄົນ ໄດ້ຮັບບາດເຈັບ.

ກຸ່ມລັດອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບ ​ໃນການໂຈມຕີ ເກືອບທັງໝົດ ຢູ່ໃນ ນະຄອນຫຼວງ Baghdad ໃນ​ໄລຍະສອງສາມເດືອນຜ່ານມານີ້ ​ເຖິງແມ່ນຍັງ​ບໍ່​ທັນ​ໄດ້ ອ້າງເອົາຄວາມຮັບຜິດຊອບ ​ໃນການວາງລະເບີດ ໃນວັນພະຫັດມື້ນີ້.

ໂຄສົກຂອງທະຫານ ທ່ານໜຶ່ງ ໄດ້ກ່າວໃນວັນພຸດວານນີ້ ວ່າ ການໂຈມຕີຫຼາຍບັ້ນ ຢູ່ໃນນະຄອນຫຼວງຂອງອີຣັກ ຍັງບໍ່ໄດ້ຫລຸດນ້ອຍຖອຍລົງ ດັ່ງທີ່ຫຼາຍຄົນໄດ້ຄາດຄິດ ເຖິງແມ່ນວ່າ ອີຣັກໄດ້ບຸກໂຈມຕີ ຕໍ່ກຸ່ມ ຫົວຮຸນແຮງລັດອິສລາມ ຢູ່ທີ່ ເມືອງ Fallujah ກໍຕາມ.

ກອງກຳລັງຂອງອີຣັກ ໄດ້ສູ້ລົບ ກັບພວກນັກລົບຂອງກຸ່ມລັດອິສລາມ ມາໄດ້ສອງສາມ ອາທິດ​ແລ້ວ ໃນຄວາມພະຍາຍາມ ທີ່ຈະຍຶດເມືອງດັ່ງ ກ່າວຄືນ ຊຶ່ງ ໄດ້ຖືກຄວບຄຸມ ໂດຍກຸ່ມມຸສລິມ ມາຕັ້ງແຕ່ເດືອນມັງກອນ ປີ 2014. ການບຸກໂຈມຕີຂອງກອງກຳລັງອີຣັກ ມາເຖິງປັດຈຸບັນນີ້ ແມ່ນໄດ້ປິດລ້ອມເມືອງ Fallujah ໃນສາມດ້ານ ໂດຍມີພຽງດ້ານ​ດຽວ ທີ່ຍັງເຫຼືອ ບໍ່ໄດ້ຖືກປິດລ້ອມ ກໍຄືແຄມຝັ່ງທາງພາກຕາເວັນຕົກຂອງແມ່ນ້ຳ Euphrates.

ກຸ່ມປົກປ້ອງສິດທິມະນຸດ Human Rights Watch ໄດ້ຮຽກຮ້ອງ​ໃຫ້ ລັດຖະບານອີຣັກ ໃນວັນພະຫັດມື້ນີ້ ສືບສວນສອບສວນ ລາຍງານການລະເມີດ ທີ່ໄດ້ກະທຳ ໂດຍກຳລັງ ທະຫານອີຣັກ ຕໍ່ພວກພົນລະເຮືອນ ໃນການປະຕິບັດການເພື່ອຍຶດເອົາເມືອງ Fallujah ຄືນມາ.

ພວກຜູ້ຊາຍ ຫຼາຍຮ້ອຍຄົນ ຢູ່ໃນໂຮງໝໍເມືອງ Fallujah ອ້າງວ່າ ພວກເຂົາເຈົ້າ ໄດ້ຖືກ ທຳຮ້າຍຮ່າງກາຍ ໂດຍ ກອງກຳລັງປຸກລະດົມ ມະຫາຊົນຂອງອີຣັກ ອີງຕາມກຸ່ມປົກ​ປ້ອສິດທິມະນຸດສາກົນດັ່ງກ່າວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Your browser doesn’t support HTML5

Iraq Bombings