ພົນເຮືອເອກ Mullen ຢ້ຽມຢາມເກົາຫຼີໃຕ້ (ເບິ່ງວີດີໂອ)

  • ໄພສານ ວໍຣະຈັກ

ພົນເຮືອເອກ Mike Mullen ປະທານເສນາທິການຮ່ວມຂອງກອງທັບສະຫະລັດ ລົມກັນກັບນາຍພົນ James D. Thurman ຜູ້ບັນຊາການກຳລັງສະຫະລັດຄົນໃໝ່ ໃນແຫຼມເກົາຫຼີ ໃນລະຫວ່າງພິທີເຂົ້າຮັບຕຳແໜ່ງຂອງ ນາຍພົນ Thurman (14 ກໍລະກົດ 2011)

ນາຍທະຫານຊັ້ນສູງສຸດຂອງສະຫະລັດ ກຳລັງຢູ່ໃນລະຫວ່າງການຢ້ຽມຢາມເກົາຫຼີໃຕ້ເພື່ອ
ເຂົ້າຮ່ວມພິທີເຂົ້າຮັບຕຳແໜ່ງຜູ້ບັນຊາການຄົນໃໝ່ຂອງກຳລັງສະຫະລັດຢູ່ໃນເກົາຫຼີໃຕ້.

ປະທານເສນາທິການຮ່ວມຂອງກອງທັບສະຫະລັດພົນເຮືອເອກ Mike Mullen ເດີນທາງ
ໄປຍັງເກົາຫຼີໃຕ້ລຸນຫຼັງການຢ້ຽມຢາມປະເທດຈີນ ເປັນເວລາ 4 ມື້ ຊຶ່ງທ່ານໄດ້ມີການໂອ
ກາດໄປຢ້ຽມຢາມ ແບບທີ່ບໍ່ເຄີຍມີມາ​ກ່ອນ ຖານທັບລູກສອນໄຟນິວເຄລຍແລະກຳປັ່ນດຳ
ນໍ້າຂອງຈີນ.

ຢູ່ທີ່ເກົາຫຼີໃຕ້ໃນວັນພະຫັດມື້ນີ້ ພົນເຮືອເອກ Mullen ໄດ້ເປັນສັກຂີພະຍານ ຂະນະທີ່ນາຍ
ພົນ James Thurman ເຂົ້າຮັບຕຳແໜ່ງເປັນຜູ້ບັນຊາການກຳລັງທະຫານສະຫະລັດຫຼາຍ
ກວ່າ 28,000 ຄົນຢູ່ໃນເກົາຫຼີໃຕ້ນັ້ນ. ນາຍພົນ Thurman ທີ່ເຂົ້າຮັບຕຳແໜ່ງຕໍ່ຈາກນາຍ
ພົນ Walter Sharp ກ່າວວ່າພັນທະມິດສະຫະລັດກັບເກົາຫຼີໃຕ້ແມ່ນພ້ອມແລ້ວທີ່ຈະຮັບມື
ກັບການທ້າທາຍເກາະຜິດໃດໆກໍຕາມທີ່ແນໃສ່ເພື່ອສ້າງຄວາມບໍ່ທຸ່ນທ່ຽງຢູ່ໃນແຫຼມເກົາຫຼີ.

ພົນເຮືອເອກ Mullen ມ້ວນທ້າຍການຢ້ຽມຢາມປະເທດຈີນໃນມື້ວານນີ້ ດ້ວຍການໄປຢ້ຽມ
ຢາມຖານທັບກຳປັ່ນດຳນໍ້າທີ່ແຂວງ Shandong ທີ່ຕັ້ງຢູ່ທາງກໍ້າຕາເວັນອອກຂອງນະຄອນ
ຫຼວງປັກກິ່ງ. ກ່ອນນັ້ນ ທ່ານກໍໄດ້ຮັບອະນຸຍາດໃຫ້ໄປຢ້ຽມຖານທັບອາກາດແຫ່ງນຶ່ງທີ່ມີເຮືອ
ບິນລົບທີ່ກ້າວໜ້າທັນສະໄໝ SU-27 ປະຈຳການຢູ່ ແລະໄປຢ້ຽມກຳລັງປືນໃຫຍ່ທີ 2 ຊຶ່ງ
ເປັນກອງບັນຊາການຄັງອາວຸດນິວເຄລຍຂອງຈີນນັ້ນ.