ລະເບີດ ແຕກຂຶ້ນ ຫຼາຍບັ້ນ ຢູ່ໃນສອງເມືອງ ແຄມທະເລ ຂອງຊີເຣຍ

ໃນຮູບພານນີ້ ທີ່ໄດ້ເປີດເຜີຍ ໂດຍ ອົງການຂ່າວ SANA ຂອງທາງການຊີເຣຍ ທີ່ສະແດງໃຫ້ເຫັນ ຊາວຊີເຣຍ ຈຳນວນນຶ່ງ ເຕົ້າໂຮມກັນຢູ່ດ້ານໜ້າຂອງລົດຄັນນຶ່ງທີ່ຖືກໄຟເຜົາ ບ່ອນທີ່ມືລະເບີດສະຫລະຊີບ ໄດ້ລະເບີດໂຕເອງ ຢູ່ທີ່ເມືອງແຄມຝັ່ງ Tartus ຂອງຊີເຣຍ, ວັນຈັນ ທີ 23 ພຶດສະພາ 2016.

ເຫດລະເບີດຫຼາຍຄັ້ງ ທີ່​ມີ​ຂຶ້ນເປັນໄລຍະໆ ຢູ່ໃນສອງເມືອງແຄມຝັ່ງທະເລຂອງຊີເຣຍ ເຮັດໃຫ້ມີຢ່າງນ້ອຍ 100 ຄົນ ເສຍຊີວິດ ແລະ ຫຼາຍສິບຄົນໄດ້ຮັບບາດເຈັບ ໃນວັນຈັນ ມື້ນີ້ ອິງຕາມລາຍງານຂອງໂທລະພາບລັດຖະບານ ແລະ ອົງການສິິ້ງຊອມ ສິດທິມະນຸດ ຂອງຊີເຣຍ.

​ເຫດລະເບີດ 4 ຄັ້ງ ທີ່ລວມທັງການໂຈມຕີສະຫລະຊີບຢ່າງນ້ອຍນຶ່ງບັ້ນ ໄດ້ແຕກຂຶ້ນ ຢູ່ໃນ ເມືອງ Jableh ອັນເປັນທີ່ໝັ້ນຂອງລັດຖະ ບານ ຢູ່ຕາມແຄມຝັ່ງທະເລ Mediterranean.

ອົງການຂ່າວ SANA ຂອງທາງການຊີເຣຍ ໄດ້ກ່າວວ່າ ຈະຫຼວດ 3 ລູກໄດ້ຖືກຍິງເຂົ້າໄປ ໃນ ເມືອງ Jableh ​ໂດຍຕົກຖືກ​ຄິວ​ລົດ​ເມຢູ່ໃກ້ກັບທາງເຂົ້າຂອງເມືອງ. ກຸ່ມສິ້ງຊອມ ສິດທິມະນຸດຂອງຊີເຣຍ ໄດ້ກ່າວວ່າ ຢ່າງນ້ອຍ 53 ຄົນ ຖືກຂ້າຕາຍ ໃນການໂຈມຕີນັ້ນ.

​ເຫດລະເບີດອີກສາມບັ້ນ ຢ່າງນ້ອຍບັ້ນນຶ່ງແມ່ນເປັນການໂຈມຕີສະຫຼະ ຊີບ ມີ​ຂຶ້ນຢູ່ເມືອງ Tartus ຫ່າງຈາກເມືອງ Jableh ​ໄປທາງກ້ຳໃຕ້ ປະມານ 60 ກິໂລແມັດ ໃນອັນທີ່ຫົວໜ້າ ຂອງອົງການສິ້ງຊອມ​ສິດທິ​ມະນຸດ​ໃນ​ຊີ​ເຣຍ ທ່ານ Rami Abdel Rahman ເອີ້ນວ່າ ​ເປັນການໂຈມຕີທີ່ “ບໍ່ເຄີຍມີມາກ່ອນ.”

ແຜນທີ່ ປະເທດຊີເຣຍ ສະແດງໃຫ້ເຫັນ ເມືອງ Jableh ແລະ Tartus ຢູ່ແຄມຝັ່ງ ທະເລເມດີເທີເຣນຽນ

ອີກຄັ້ງນຶ່ງ ພວກກໍ່ການຮ້າຍ ໄດ້ແນເປົ້າໝາຍໃສ່ ຄິວ​ລົດ​ເມທີ່ແອອັດໄປດ້ວຍຄົນ ອິງຕາມ ລາຍງານຂອງອົງການຂ່າວ SANA. ລາຍງານຂອງໂທລະພາບ ໄດ້ກ່າວວ່າ ຢ່າງນ້ອຍ ມືລະເບີດສະຫລະຊີບຄົນນຶ່ງ ໄດ້ລະເບີດຕົນເອງ ຢູ່ໃກ້ໆສະຖານີລົດເມ ແລະ ຫຼັງຈາກນັ້ນ ບໍ່ທໍ່ໃດນາທີ ກໍ​ໄດ້​ມີໂຈມຕີໂດຍລົດລະເບີດ. ອີກ 48 ຄົນ ໄດ້ເສຍຊີວິດ ໃນການໂຈມຕີ ດ້ວຍລົດລະເບີດ ອິງຕາມທ່ານ Rahman.

ອົງການຂ່າວ ທີ່ເປັນເຄືອຂ່າຍ ຂອງກຸ່ມລັດອິສລາມ ໄດ້ອ້າງ​ວ່າເປັນຜົນງານ ຂອງພວກ ຫົວຮຸນແຮງອິສລາມ ​ໃນການໂຈມຕີດັ່ງກ່າວ.

ອົງການຂ່າວ Amaq ໄດ້ກ່າວຜ່ານ​ທາງ Twitter ໂດຍອ້າງເຖິງ ຊົນກຸ່ມນ້ອຍ ທີ່ປະທະນາ ທິບໍດີ Bashar al-Assad ​ໄດ້ຍົກຍ້ອງນັ້ນ ວ່າ ​ເປັນ “ການໂຈມຕີທັງຫຼາຍ ໂດຍນັກລົບ ລັດອິສລາມ ແມ່ນແນໃສ່ ການເຕົ້າໂຮມຊຸມນຸມ ຂອງຊາວ Alawite ຢູ່ທີ່ເມືອງແຄມຝັ່ງ Tartus ແລະ Jableh ຂອງຊີເຣຍ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Your browser doesn’t support HTML5

Syria Violence