ນັກມວຍອາເມຣິກັນ ທີ່ມີຊື່ສຽງໂດ່ງດັງກ້ອງໂລກ Mohammad Ali ໄດ້ເຖິງແກ່ກຳແລ້ວ ຫລັງຈາກໄດ້ຕໍ່ສູ້ກັບໂຣກປາກກິນຊັ່ນມາເປັນເວລາ 32 ປີ ຮວມອາຍຸໄດ້ 74 ປີ.
ອະດີດແຊມປ້ຽນໂລກຮຸ້ນ heavyweight ໄດ້ຕໍ່ສູ້ກັບເລື້ອງລະບົບຫາຍໃຈທີ່ເປັນບັນຫາ ແຊກຊ້ອນຈາກໂຣກປາກກິນຊັ່ນ ທີ່ລາວໄດ້ກວດພົບໃນຕົ້ນຊຸມປີ 1980.
Mohammad Ali ຊຶ່ງເປັນທັງທີ່ເຄົາລົບຮັກແລະບັນຫາໂຕ້ແຍ້ງໄດ້ຄອບງຳວົງການມວຍອາຊີບທີ່ວາລະສານ Sports Illustrated ໄດ້ໃຫ້ສົມຍານາມແກ່ຜູ້ກ່ຽວວ່າ ເປັນນັກກິລາປະຈຳສັດຕະວັດທີ 20. ເປັນທີ່ຮູ້ກັນດີໃນເລື້ອງເວົ້າຄຸຍໂມ້ ຂີ້ໂມໂຫ ແລະວິທີຕ່າງໆດ້ວຍການໃຊ້ຄຳເວົ້າຂອງລາວ ທີ່ລາວໄດ້ກ່າວ ຢ່າງມີຊື່ສຽງວ່າ ລາວຈະບິນ ຄືກັນກັບແມງກະເບື້ອແລະຕອດຄືກັນກັບແມ່ເຜິ້ງ.
ລູກຊາຍຄົນທາສີ ຈາກລັດເຄນຕັກກີ້ Mohammad Ali ໄດ້ໄປຮຽນມວຍ ຫຼັງຈາກພວກ ກໍ່ກວນຢູ່ໃນຄຸ້ມໄດ້ລັກເອົາລົດຖີບຂອງລາວໄປ. ຄູຝຶກຂອງລາວກ່າວວ່າເດັກຊາຍຄົນນີ້ ຊຶ່ງໃນເວລານັ້ນ ມີຊື່ວ່າ Cassius Clay ໄດ້ເຕີບໃຫຍ່ຂຶ້ນມາໂດຍເອົາພອນສະຫວັນມາ ປະສົມປະສານເຂົ້າກັບການຕັດສິນໃຈອັນແນ່ວແນ່.
ປະທານາທິບໍດີ George W. Bush ມອບຫລຽນໄຊອິດສະຫຼະພາບ ໃຫ້ແກ່ Muhammad Ali ຢູ່ທຳນຽບຂາວ ເມື່ອວັນທີ 9 ພະຈິກ ປີ 2005.
ໃນປີ 1964 Mohammad Ali ໄດ້ສ້າງຄວາມຕື່ນຕົກໃຈ ດ້ວຍການເອົາຊະນະ Sonny Liston ຊຶ່ງຄາດວ່າ ຈະໄດ້ຮັບໄຊຊະນະນັ້ນ ໂດຍຄວ້າເອົາ ຕຳແໜ່ງແຊມປ້ຽນໂລກຮຸ້ນ heavyweight ມາຄອງເປັນເທື່ອທຳອິດ.
Muhammad Ali: A Legend And A Cultural Icon Dead at 74
ຫລັງຈາກການຊິງແຊ້ມດັ່ງກ່າວ ນັກມວຍຄົນນີ້ ໄດ້ປ່ຽນໄປນັບຖືສາສະໜາອິສລາມແລະປ່ຽນຊື່ໄປເປັນ Mohammad Ali ຊຶ່ງເປັນທີ່ເຄົາລົບນັບຖືຢູ່ໃນທົ່ວໂລກ. ສາມປີຫຼັງຈາກ ນັ້ນ ລາວໄດ້ຖືກປະນາມ ຍ້ອນປະຕິເສດບໍ່ຍອມຖືກເກນໄປເປັນທະຫານ ອີງຕາມຄວາມ ເຊື່ອທາງສາສະໜາ ແລະການຄັດຄ້ານຕໍ່ສົງຄາມຫວຽດນາມຂອງລາວ. Mohammad Ali ໄດ້ຕັດສິນວ່າມີຄວາມຜິດ ຍ້ອນຫລົບຫຼີກການເກນທະຫານແລະຖືກຖອດອອກຈາກ ຕຳແໜ່ງ ແລະຂັດຂວາງບໍ່ໃຫ້ຜູ້ກ່ຽວ ຂຶ້ນຊົກມວຍ ເປັນເວລາສາມປີ ຈົນເທົ່າສານສູງສຸດ ໄດ້ຕ່າວປີ້ນການຕັດສິນໂທດດັ່ງກ່າວ.
ບໍ່ເທົ່າໃດເດືອນ ຫຼັງຈາກໄດ້ກັບຄືນຂຶ້ນສູ່ເວທີ ແຊມປ້ຽນ heavyweight, Joe Frazier ກໍໄດ້ນຳເອົາຄວາມພ່າຍແພ້ໃນຖານະນັກມວຍອາຊີບ ມາໃຫ້ Mohammad Ali ເປັນຄັ້ງ ທຳອິດ. ແຕ່ໃນເວລາຕໍ່ມາ Mohammad Ali ກໍໄດ້ແກ້ແຄ້ນ Joe Frazier ແລະຊະນະ ການຊົກຄັ້ງທີ 2 ຂອງພວກເຂົາເຈົ້າ.