ປະທານາທິບໍດີເທີກີ ທ່ານ Tayyip Erdogan ແລະກະສັດ Abdullah II ແຫ່ງຈໍແດນ ຈະເດີນທາງມາສະຫະລັດ ເພື່ອເຂົ້າຮ່ວມພິທີສົ່ງສະການ ໃຫ້ແກ່ນັກມວຍສະຫະລັດ ທີ່ ມີຊື່ສຽງໂດ່ງດັງ ທ່ານ Muhammad Ali ໃນທ້າຍອາທິດນີ້ ອີງຕາມຄຳເວົ້າຂອງໂຄສົກ ປະຈຳຄອບຄົວຂອງທ່ານ.
ທ່ານ Bob Gunnell ໃນວັນຈັນວານນີ້ໄດ້ປະກາດເຖິງລາຍລະອຽດ ກ່ຽວກັບພິທີສົ່ງສະ ການຂອງທ່ານ Ali ຊຶ່ງຈະຈັດຂຶ້ນທີ່ເຮືອນຂອງນັກມວຍ ທີ່ເມືອງ Louisville ລັດ Ken- tucky ໃນວັນສຸກຈະມາເຖິງນີ້. ອົງດາໄລລາມະ ໄດ້ຖືກເຊື້ອເຊີນ ແຕ່ໄດ້ຕອບດ້ວຍຄວາມເສຍໃຈທີ່ບໍ່ສາມາດມາຮ່ວມໄດ້.
Your browser doesn’t support HTML5
Muhammad Ali Legacy Carries Global Impact
ພິທີ່ສົ່ງສະການຈະຮວມທັງການໄວ້ອາໄລຂອງປະຊາຊົນ ຢູ່ເດີ່ນກິລາທີ່ໃຊ້ໄດ້ໃນພິທີ ຕ່າງໆຊຶ່ງມີບ່ອນນັ່ງເຖິງ 22,000 ບ່ອນ. ພິທີດັ່ງກ່າວຈະເປີດໃຫ້ແກ່ສາທາ ລະນະຊົນ ເຂົ້າຮ່ວມແລະຖ່າຍທອດທາງອິນເຕີີແນັດ. ຈະມີພິທີແຫ່ສົບຍາວຫຼາຍໄມຢູ່ຕາມຖະໜົນ ຫົນທາງສາຍຕ່າງໆໃນເມືອງດັ່ງກ່າວ. ວັນກ່ອນພິທີສົ່ງສະການຄືໃນວັນພະຫັດນັ້ນ ຈະມີ ພິທີຈັດຂຶ້ນສຳລັບຄອບຄົວ ພ້ອມດ້ວຍພິທີສູດມົນທາງບສາສະໜາອິສລາມ.
ອະດີດນັກມວຍ Muhammad Ali, ຊ້າຍ, ກອດ ອະດິດປະທານາທິບໍດີ Bill Clinton.
ທ່ານ Gunnell ກ່າວວ່າ ແນວຄິດຫລາຍຢ່າງກ່ຽວກັບພິທີສົ່ງສະການ ໄດ້ຖືກວາງແຜນ ໄວ້ ໂດຍທ່ານ Ali ເອງກ່ ອນທ່ານໄດ້ເຖິງແກ່ກຳ ໃນວັນສຸກແລ້ວນີ້ ຮວມອາຍຸໄດ້ 74 ປີ ຫລັງຈາກໄດ້ຕໍ່ສູ້ກັບພະຍາດພາກກິນຊັນມາເປັນເວລາດົນນານ.
ທ່ານ Gunnell ກ່າວວ່າ “ທຸກສິ່ງທຸກຢ່າງທີ່ພວກເຮົາປະຕິບັດຢູ່ນີ້ ແມ່ນໄດ້ຮັບຄວາມເຫັນ ພ້ອມຈາກທ່ານ Muhammad Ali ແລະເປັນສິ່ງທີ່ທ່ານຕ້ອງການ.”
Your browser doesn’t support HTML5
‘I Am Ali’ – a Glimpse Into the Boxing Legend's Private Life
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
Muhammad Ali Funeral