ໄອຍະການພິເສດໂຣເບີດ ມອລເລີ ໄດ້ກ່າວຢ້ຳໃນວັນພຸດວານນີ້ວ່າ ການຕັ້ງຂໍ້ກ່າວຫາ ຕໍ່ປະທານາທິບໍດີສະຫະລັດ, ທ່ານດໍໂນລ ທຣຳ ວ່າໄດ້ຂັດຂວາງຂະບວນການຍຸຕິທຳບໍ່ແມ່ນທາງເລືອກທີ່ຫ້ອງການຂອງທ່ານທີ່ຈະສາມາດພິຈາລະນາເລືອກເອົາໄດ້ ພາຍໃຕ້ຂໍ້ແນະນຳຂອງກະຊວງຍຸຕິທຳ.
ພ້ອມກັນນັ້ນທ່ານ ມອລເລີ ຍັງໄດ້ປະກາດປິດຫ້ອງການຂອງທ່ານຫລັງຈາກໄດ້ສະຫລຸບການສືບສວນໃນທ້າຍເດືອນມີນາຜ່ານມາ ກ່ຽວກັບການແຊກແຊງຂອງຣັດເຊຍເຂົ້າໃນການເລືອກຕັ້ງປະທານາທິບໍດີສະຫະລັດໃນປີ 2016 ແລະ ສືບສວນເບິ່ງວ່າທ່ານທຣຳໄດ້ຂັດຂວາງຂະບວນຍຸຕິທຳຫລືບໍ່.
ເບິ່ງວີດິໂອ: ມອລເລີກ່າວກ່ຽວກັບເລື້ອງຟ້ອງຮ້ອງປະທານາທິບໍດີ
Your browser doesn’t support HTML5
Mueller: 'A Sitting President Cannot Be Charged with a Crime'
ໃນການອະທິບາຍເຖິງເຫດຜົນທີ່ທ່ານໄດ້ຕັດສິນໃຈບໍ່ຕັ້ງຂໍ້ກ່າວຫາຢ່າງເປັນທາງການຕໍ່ທ່ານທຣຳເຖິງແມ່ນວ່າຈະໄດ້ເປີດເຜີຍໃຫ້ເຫັນຫລາຍກວ່າ 10 ກໍລະນີ ທີ່ເປັນການຂັດຂວາງຂະບວນຍຸຕິທຳກໍຕາມນັ້ນ, ທ່ານ ມອລເລີເວົ້າວ່າ ທ່ານໄດ້ຖືກຫ້າມບໍ່ໃຫ້ເຮັດເຊັ່ນນັ້ນ ໂດຍຄຳຄິດເຫັນທາງກົດໝາຍຂອງກະຊວງຍຸຕິທຳທີ່ມີມາແຕ່ດົນນານວ່າ ປະທານາທິບໍດີທີ່ກຳລັງດຳລົງຕຳແໜ່ງຢູ່ບໍ່ສາມາດຖືກຟ້ອງຮ້ອງໄດ້.
ທ່ານ ມອລເລີ ເວົ້າຢູ່ໃນການກ່າວຄຳຄິດເຫັນຕໍ່ປວງຊົນຄັ້ງທຳອິດ ນັບຕັ້ງແຕ່ທ່ານໄດ້ຖືກແຕ່ງຕັ້ງໃຫ້ຮັບຜິດຊອບວຽກງານນີ້ໃນສອງປີກວ່ານັ້ນວ່າ "ຫ້ອງການ ຂອງໄອຍະການພິເສດ ແມ່ນສ່ວນນຶ່ງຂອງກະຊວງຍຸຕິທຳ ແລະ ຕາມລະບຽບການແລ້ວຫ້ອງການນີ້ ແມ່ນຖືກຈຳກັດໂດຍນະໂຍບາຍຂອງກະຊວງນັ້ນ." ທ່ານກ່າວຕໍ່ໄປວ່າ "ເພາະສະນັ້ນ, ການຕັ້ງຂໍ້ກ່າວຫາຕໍ່ປະທານາທິບໍດີວ່າມີຄວາມຜິດທາງອາຍາ ບໍ່ແມ່ນທາງເລືອກທີ່ພວກເຮົາສາມາດຈະພິຈາລະນາເລືອກເອົາໄດ້."
ເບິ່ງວີດິໂອ: ມອລເລີກ່າວກ່ຽວກັບການສືບສວນເລື້ອງຣັດເຊຍເປັນຄັ້ງທຳອິດ
Your browser doesn’t support HTML5
Mueller Makes First Public Comments on Russia Probe
ອະດີດຫົວໜ້ອງອົງການສັນຕິບານກາງ ຫລື FBI ທ່ານນີ້ ໄດ້ຖືກແຕ່ງຕັ້ງໃຫ້ເປັນໄອຍະການພິເສດ ໃນເດືອນພຶດສະພາ 2017 ພາຍຫລັງທີ່ທ່ານທຣຳ ໄດ້ ປົດທ່ານເຈມສ໌ ໂຄມີ ທີ່ເປັນຫົວໜ້າອົງການ FBI ຢູ່ຕອນນັ້ນ ອອກຈາກຕຳແໜ່ງ. ທ່ານ ມອລເລີ ໄດ້ຖືກມອບໝາຍໃຫ້ສືບສວນເບິ່ງວ່າ ມີການເຊື່ອມໂຍງ ຫລືການປະສານງານໃດໆບໍ່ ລະຫວ່າງຄະນະໂຄສະນາຫາສຽງຂອງທ່ານ ທຣຳ ແລະຣັດເຊຍ, ແລະເບິ່ງວ່າທ່ານໄດ້ແຊກແຊງເຂົ້າໃນການສືບສວນດັ່ງກ່າວນັ້ນ ຫລືບໍ່ ໃນເວລາຕໍ່ມາ.
ເບິ່ງວີດິໂອ: ມອລເລີກ່າວກ່ຽວກັບການກັບຄືນໄປການການດຳລົງຊີວິດແບບສ່ວນຕົວ
Your browser doesn’t support HTML5
Mueller Resigning from Justice Department
ໃນຂະນະທີ່ຢືນກ່າວຢູ່ຕໍ່ໜ້າໂຕະກ່າວຄຳປາໄສຢູ່ໃນກະຊວງຍຸຕິທຳນັ້ນ, ທ່ານ ມອລເລີເວົ້າວ່າ ການຕັດສິນໃຈຂອງທ່ານທີ່ບໍ່ຕັ້ງຂໍ້ກ່າວຫາຕໍ່ທ່ານທຣຳນັ້ນ ສ່ວນນຶ່ງກໍແມ່ນຍ້ອນອີງໃສ່ຂໍ້ກຳນົດຂອງລັດຖະທຳມະນູນສະຫະລັດ ທີ່ໄດ້ມີຂັ້ນຕອນອື່ນຕ່າງຫາກ ເພື່ອທຳການກ່າວຫາຕໍ່ປະທານາທິບໍດີທີ່ດຳລົງຕຳແໜ່ງຢູ່ວ່າ ກະທຳຜິດໄດ້, ຊຶ່ງປາກົດວ່າທ່ານໝາຍເຖິງຂັ້ນຕອນການຟ້ອງຮ້ອງ ຫຼື impeach ທີ່ຖືກຕ້ອງຕາມລັດຖະທຳມະນູນວ່າ ມີການກະທຳຜິດ ແລະກໍປົດ ປະທານາທິບໍດີລົງຈາກຕຳແໜ່ງ.
ທ່ານມອລເລີເວົ້າວ່າ “ແລະນອກເໜືອຈາກນະໂຍບາຍຂອງກະຊວງໄປແລ້ວ, ພວກເຮົາກໍໄດ້ອີງໃສ່ຫລັກການຂອງຄວາມຍຸຕິທຳ.” ທ່ານກ່າວອີກວ່າ “ມັນຈະເປັນເລື້ອງທີ່ບໍ່ຍຸຕິທຳ ທີ່ຈະກ່າວຫາໃຜຜູ້ນຶ່ງວ່າກະທຳຜິດທາງອາຍາໄດ້ ເມື່ອບໍ່ສາມາດມີການແກ້ໄຂຂອງສານຕໍ່ຂໍ້ກ່າວຫາຕົວຈິງອັນນັ້ນໄດ້.”
ແຕ່ວ່າ ທ່ານມອລເລີກໍໄດ້ເວົ້າວ່າ ເຖິງແມ່ນວ່າ “ຈະບໍ່ມີຫລັກຖານພຽງພໍ” ເພື່ອ ທຳການກ່າວຫາທ່ານທຣຳວ່າ “ໄດ້ທຳການສົມຮູ້ຮ່ວມຄິດແບບກວ້າງໆ” ໃນໄລຍະທີ່ມີການເລືອກຕັ້ງຢູ່ນັ້ນໄດ້ກໍຕາມ ແຕ່ທ່ານກໍໄດ້ເນັ້ນຢ້ຳວ່າ ການສືບສວນຂອງທ່ານບໍ່ໄດ້ເຮັດໃຫ້ທ່ານປະທານາທິບໍດີ ພົ້ນຈາກການຖືກກ່າວຫາວ່າກະທຳຜິດໄດ້ ໂດຍເວົ້າວ່າ “ຖ້າຫາກພວກເຮົາມີຄວາມໝັ້ນໃຈວ່າ ທ່ານປະທານາທິບໍດີບໍ່ໄດ້ກະທຳຜິດທາງອາຍາແຕ່ຢ່າງໃດເລີຍ ພວກເຮົາກໍຈະເວົ້າເຊັ່ນນັ້ນແລ້ວ.”