ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງວີໂອເອ ແລງວັນ
ພະຫັດມື້ນີ້ ເຮົາຈະນຳເອົາການໂອ້ລົມ ກັບຍານາງລັດດາ ລືນາມ ກ່ຽວກັບລະບົບບຳ
ນານຢູ່ໃນສະຫະລັດ. ຍານາງລັດດາ ເປັນອະດີດເຈົ້າໜ້າທີ່ສັງຄົມສົງເຄາະ ຂອງອົງ
ການເອກກະຊົນ ທີ່ໄດ້ຮັບໃຊ້ ໃນການຕັ້ງຖິ່ນຖານຂອງອົບພະຍົບ ມາຈາກທົ່ວໂລກ
ຮວມທັງປະເທດລາວນໍາ ເປັນເວລາສິບກວ່າປີ. ຫຼັງຈາກໂຄງການດັ່ງກ່າວໄດ້ເສັດສິ້ນ
ລົງໄປແລ້ວ ຍານາງລັດດາ ກໍໄດ້ຕັດສິນໃຈລາອອກກິນເບ້ຍບໍານານກ່ອນກຳນົດການ
ເມື່ອສີ່ປີກ່ອນ ຊຶ່ງເປັນລະບົບບໍານານ ຢູ່ໃນສະຫະລັດ. ປັດຈຸບັນນີ້ ຍານາງລັດດາກຳ
ລັງມາມ່ວນຊື່ນກັບໝາກຜົນຂອງການເຮັດວຽກເຮັດການມາ. ສ່ວນວ່າຄວາມເປັນມາ
ຂອງຍານາງລັດດາເປັນຢ່າງໃດ ກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.
ແກຣນແຄນຍອນ (Grand Canyon) ແມ່ນບ່ອນທ່ອງທ່ຽວ ທີມີຊື່ສຽງຂອງລັດອາຣິໂຊນາ.
Your browser doesn’t support HTML5
ເຊີນຟັງການຳພາດ ຍານາງລັດດາ ລືນາມ.
ຢູ່ໃນສະຫະລັດອາເມຣິກາ ມີລະບົບເບ້ຍບໍານານທີ່ໜ້າສັນລະເສີນ ແລະຮັບປະກັນ
ຄວາມປອດໄພໃຫ້ແກ່ທຸກໆຄົນ ໂດຍສະເພາະຢ່າງຍິງຜູ້ທີ່ປະກອບວິຊາອາຊີບເປັນ
ລັດຖະກອນ ອົງການເອກກະຊົນ ຫຼືເຮັດທຸລະກິດສ່ວນໂຕກໍເຊັ່ນກັນ. ສິ່ງທຳອິດທີ່ທຸກ
ຄົນຈະຕ້ອງປະຕິບັດໃນເວລາເຮັດວຽກຢູ່ນັ້ນ ກໍຄືເສຍພາສີລາຍໄດ້ ໃຫ້ລັດຖະບານ
ຕ້ອງໄດ້ແຈ້ງລາຍຮັບປະຈຳປີ ລວມທັງລາຍຈ່າຍນຳ ບາງກໍລະນີ. ນອກຈາກເສຍພາ
ສີລາຍໄດ້ຈາກການເຮັດວຽກແລ້ວ ລັດຖະບານຍັງມີລະບົບທ້ອນຫອມເງິນເບ້ຍບໍານານ
ໄວ້ໃຫ້ແກ່ທຸກໆຄົນ ທີ່ຮ້ອງວ່າ ໂຊຊຽນຊິຄິວຣິຕີ (Social Security) ພ້ອມທັງມີປະກັນ
ໄພສຸຂະພາບເຫລົ່ານີ້ເປັນຕົ້ນ. ນອກຈາກນັ້ນອີກ ແລ້ວກໍຍັງລະບົບການທ້ອນເງິນອອມ
ສິນ ຫັກອອກໄວ້ແຕ່ລະເດືອນ ແລ້ວແຕ່ຄວາມສາມາດຂອງໃຜລາວ ເພື່ອນຳໄປໃຊ້ຈ່າຍ
ໃນເວລາສຸດເສີນ ແລະລໍຖ້າຈົນຈະອອກບໍານານ. ປັດຈຸບັນນີ້ ຢູ່ໃນສະຫະລັດ ອາຍຸກະ
ສຽນອອກບໍານານແມ່ນ 66 ປີ ແຕ່ຫຼາຍໆຄົນ ກໍສາມາດເຮັດວຽກເກີນໄປກວ່ານັ້ນ ແລະ
ຫຼາຍຄົນກໍພາກັນອອກບຳ ນານກ່ອນກຳນົດກໍມີ ແລ້ວແຕ່ສະພາບການຂອງໃຜລາວຊຶ່ງ
ເຮົາມີໂຕຢ່າງ ຈາກປະສົບການໃນຊີວິດຂອງຍານາງລັດດາ ລືນາມ ມາເລົ່າສູ່ທ່ານຟັງ
ກ່ຽວກັບການປະກອບວິຊາອາ ຊີບທີ່ຜ່ານມາ ແລະບັດນີ້ກຳລັງຊົມຊື່ນກັບການເລືອກ
ອອກບໍານານກ່ອນກຳນົດ ແລະ ພັກຜ່ອນຢ່ອນອາລົມຢູ່ບ້ານ ເດີນທາງທ່ອງທ່ຽວອັນ
ເປັນກຳໄລຊີວິດ ແລະເຮັດສິ່ງຕ່າງໆທີ່ຢາກເຮັດ ຊຶ່ງຍານາງລັດດາ ໄດ້ກ່າວຕໍ່
ວີໂອເອ ດັ່ງນີ້:
ຕົ້ນໝາກຂີ້ຫູດຢູ່ຫຼັງບ້ານຄອບຄົວຍານາງລັດດາ ແລະທ່ານດາດ.
Your browser doesn’t support HTML5
ເຊີນຟັງການສຳພາດ ຍານາງລັດດາ ລືນາມ.
ຕາມປະເພນີແລ້ວ ກ່ອນຈະອອກກິນເບ້ຍບຳນານ ຊາວອາເມຣິກັນຈະພາກັນຫ້າງຫາ
ວາງແຜນໄວ້ລ່ວງໜ້າຫຼາຍຢ່າງເຊັ່ນວ່າ ຈະຢູ່ບ່ອນເກົ່າ ຫຼືຍົກຍ້າຍໄປຢູ່ແຫ່ງອື່ນ ແລ້ວ
ແຕ່ຄວາມມັກຮັກ ແລະສະພາບການຂອງແຕ່ລະຄົນ ເຊັ່ນວ່າຍ້າຍໄປຊື້ບ້ານເຮືອນຢູ່
ແຄມທະເລ ແລະບ່ອນທີ່ສະຫງົບງຽບແຫ່ງໃດແຫ່ງນຶ່ງ. ສຳລັບຄອບຄົວທີ່ມີລູກເຕົ້າ
ຫຼາຍຄົນ ມີເຮືອນຫຼັງໃຫຍ່ ລູກເຕົ້າພາກັນຍົກຍ້າຍອອກໄປເປັນຄອບເປັນຄົວຂອງຕົນ
ເອງ ແລະເຮັດວຽກເຮັດການຢູ່ຫ່າງໄກຈາກພໍ່ແມ່ແລ້ວ ອັນນີ້ກໍແມ່ນເຫດຜົນນຶ່ງທີ່ຜູ້
ອອກກິນເບ້ຍບໍານານຕ້ອງໄດ້ຄິດພິຈາລະນາເຖິງການໃຊ້ຈ່າຍ ໃຫ້ໜ້ອຍລົງ ເຊ່ັນວ່າ
ອາດຈະຂາຍເຮືອນ ແລ້ວໄປຊື້ບ່ອນຢູ່ທີ່ເໝາະສົມກັບຄວາມຕ້ອງການ ສະດວກ
ສະບາຍ ແລະມີຄວາມຮັບຜິດຊອບໜ້ອຍລົງ. ຍານາງລັດດາ ໄດ້ກ່າວເຖິງການໃຊ້ຊີວິດ
ບໍານານສູ່ຟັງດັ່ງນີ້:
ໝາກຂີ້ຫູດ ຢູ່ຫຼັງບ້ານຍານາງລັດດາ ແລະທ່ານດາດ ລືນາມ.
Your browser doesn’t support HTML5
ເຊີນຟັງການສຳພາດ ຍານາງລັດດາ ລືນາມ..
ອາຣີໂຊນາ (Arizona) ແມ່ນລັດທີ 48 ຕັ້ງຢູ່ພາກຕາເວັນຕົກສຽງໃຕ້ຂອງສະຫະລັດ
ເປັນລັດມີພື້ນທີ່ໃຫຍ່ອັນດັບທີຫົກ ມີປະຊາກອນອາໄສຢູ່່ເຈັດລ້ານກວ່າຄົນ ນະຄອນ
ຫຼວງມີຊື່ວ່າ ຟິນິກສ໌ (Phoenix.) ອາຣີໂຊນາ ແມ່ນລັດທີ່ມີຊື່ສຽງທາງທຳມະຊາດ ມີ
ຮ່ອມພູຜາເຫວຊັນ ທີ່ຮ້ອງວ່າ ແກຣນແຄນຍອນ (Grand Canyon) ຊຶ່ງເປັນສະຖານທີ່ທ່ອງທ່ຽວມີຊຶື່ສຽງ. ຢູ່ໃນລັດອາຣີໂຊນານີ້ ປະຊາຄົມລາວອາເມຣິກັນ ມີວັດວາອາ
ຮາມ ຮ້ານອາຫານ ແລະການຈັດຕັ້ງ. ວີໂອເອ ໄດ້ຖາມເຖິງການເປັນຢູ່ ຄວາມສຸກທຸກ
ຂອງບັນດາຜູ້ເຖົ້າຜູ້ແກ່ເຊື້ອສາຍລາວວ່າໄດ້ຖືກດູແລເບິ່ງແຍງຢ່າງໃດ ຊຶ່ງຍານາງ
ລັດດາ ໄດ້ກ່າວຕໍ່ ວີໂອເອ ດັ່ງນີ້:
ສ່ວນນຶ່ງຂອງທຳມະຊາດ ສິ່ງແວດລ້ອມຢູ່ໃນລັດອາຣີໂຊນາ.
Your browser doesn’t support HTML5
ເຊີນຟັງການສຳພາດ ຍານາງລັດດາ ລືນາມ.
ຍານາງລັດດາແມ່ນອະດີດນັກສຶກສາລາວຢູ່ໃນສະຫະລັດໃນປີ 1973 ຍານາງເຄີຍໄດ້ໄປໃຊ້ຊີວິດຢູຸ່ໃນຫຼາຍໆລັດທາງພາກຕາເວັນອອກຂອງສະຫະລັດ ກ່ອນຈະໄດ້ຕັດສິນ
ໃຈຍົກຍ້າຍ ໄປຕັ້ງຖິ່ນຖານ ຢູ່ໃນລັດອາຣີໂຊນາໃນຊຸມປີ 1985 ບ່ອນທີ່ຍານາງໄດ້ປະ
ກອບວິຊາອາຊີບເປັນເຈົ້າໜ້າທີ່ສັງຄົມສົງເຄາະ ຊ່ວຍໃນການຕັ້ງຖິ່ນຖານອົບພະຍົບທີ່
ມາຈາກທົ່ວໂລກ. ຍານາງໄດ້ກ່າວສະຫລຸບເຖິງປະສົບການ ແລະຄວາມກ້າວໜ້າ ຂອງ
ຊາວອົບພະຍົບດັ່ງນີ້:
ຂົງເຂດທີ່ແຫ້ງແລ້ງຂອງ ລັດອາຣີໂຊນາ.
Your browser doesn’t support HTML5
ເຊີນຟັງການສຳພາດ ຍານາງລັດດາ ລືນາມ.
ເປັນໄລຍະເວລາ 40 ກວ່າປີ ຂອງການຕັ້ງຕົ້ນຊີວິດໃໝ່ ຊາວອາເມຣິກັນເຊື້ອສາຍລາວ
ໄດ້ວາງບົດບາດເປັນພົນລະເມືອງດີຂອງຊາດ ຮັບໃຊ້ໃນໜ້າທີ່ການຫຼາຍໆຢ່າງ ທີ່ໜ້າ
ສັນລະເສີນ. ບັດນີ້ກໍມີຫຼາຍໆຄົນ ໄດ້ເຖິງກຳນົດອອກບໍານານແລ້ວ ເພື່ອພັກຜ່ອນຄ່ອຍ
ໄປ ຄ່ອຍມາ ມີໂອກາດເດີນທາງໄປຢ້ຽມຢາມຍາດຕິພີ່ນ້ອງ ກິນອາຫານອັນແຊບໆ ແລະອອກກຳລັງກາຍເປັນປະຈຳ. ວີໂອເອ ຂໍສະແດງຄວາມຂອບໃຈມາຍັງ ຍານາງ
ລັດດາ ລືນາມ ທີ່ໄດ້ແບ່ງປັນປະສົບການຊີວິດຂອງທ່ານສູ່ພວກເຮົາຟັງ.
ຕາເວັນຕົກດິນຢູ່ສຸດຂອບຟ້າ.