ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງວີໂອເອ ແລງວັນພະຫັດ
ອາທິດທຳອິດຂອງປີ 2021 ມືິ້ນີ້ ເຮົາຈະພາທ່ານໄປຮູ້ຈັກກັບ ກຍານາຕຸ່ນ ອາຣຸນໂນໄທ
ນາງອາກາດ ຫຼື ນາງສາວບໍລິການຢູ່ເທິງເຮືອບິນ ໃຫ້ແກ່ສາຍການບິນນຶ່ງ ຂອງສະຫະລັດ.
ຍານາງຕຸ່ນ ໄດ້ປະກອບອາຊີບນີ້ມາ ໄດ້ເກືອບສິບປີແລ້ວ ແລະໄດ້ແບ່ງປັນ ປະສົບການ
ດັ່ງກ່າວສູ່ ວີໂອເອຟັງ ຊຶ່ງ ກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງການສຳພາດ ຍານາຕຸ່ນ ອາຣຸນໂນໄທ
ເວລາທ່ານເດີນທາງໄປກັບເຮືອບິນ ບໍ່ວ່າຈະເປັນສາຍການບິນໃດໆກໍຕາມ ທ່ານຈະພົບ
ກັບ ບັນດານາງອາກາດ ຫຼືນາງສາວບໍລິການຢູ່ເທິງເຮືອບິນ ທີ່ເອີ້ນເປັນພາສາອັງກິດວ່າ
Flight Attendance ທີ່ພາກັນນຸ່ງເຄື່ອງແບບ ຢ່າງສວຍ ງາມ. ຖ້າເປັນຄົນເອເຊຍ ອາດ
ຈະເຮັດໃຫ້ທ່ານຢາກຮູ້ວ່າ ແມ່ຍິງຄົນນນັ້ນແມ່ນ ໃຜ ແລະມີເຊື້ອສາຍມາຈາໃສ. ມີວິທີດຽວ
ທີ່ຈະຮູ້ໄດ້ກໍຄືອ່ານນາມສະກຸນ ທີ່ຕິດ ຢູ່ເສື້ອກໍ້າຂວານັ້ນ ຖ້າຫາກເປັນນາມສະກຸນຄົນ
ລາວທ່ານອາດຈະຢາກທັກທາຍ ສະບາຍດີ ແລະໂອ້ລົມເປັນພາສາລາວ.
ຍານາງຕຸ່ນ ອະຣຸນໂນໄທ ແມ່ນນາງສາວບໍລິການ ຢູ່ເທິງເຮືອບິນ ຂອງບໍລິສັດການບິນ
ພາຍໃນສະຫະລັດບໍລິສັດນຶ່ງທີ່ບໍ່ສາມາດບອກຊື່ໄດ້ອັນເປັນກົດລະບຽບ ຂອງບໍລິສັດ.
ຍານາງຕຸ່ນໄດ້ເຮັດວຽກເປັນນາງສາວບໍລິການເທິງເຮືອບິນມາໄດ້ ເກືອບສິບປີແລ້ວ ແລະ
ໄດ້ກ່າວເຖິງຄວາມຝັນທີ່ຢາກເດີນທາງໄປເຫັນໂລກພາຍ ນອກສູ່ ວີໂອເອ ຟັງດັ່ງນີ້:
Your browser doesn’t support HTML5
ເຊີນຟັງການສຳພາດ ຍານາງຕຸ່ນ ອາຣຸນໂນໄທ
ຍານາງຕຸ່ນ ສໍາເລັດການສືກສາປະລິນຍາຕີຝ່າຍບໍລິຫານທຸລະກິດຫຼັງຈາກໄດ້ ເຮັດວຽກ
ແລະມີປະສົບການຫຼາຍໆຢ່າງ ຕໍ່ມາຍານາງໄດ້ຕັດສິນໃຈ ເສັງເຂົ້າ ເປັນນາງສາວບໍລິ
ການຢູ່ເທິງເຮືອບິນ. ແຕ່ກ່ອນທີ່ຈະໄດ້ເຂົ້າ ເຮັດວຽກໂຕຈິງ ນັ້ນ ຍານາງຕຸ່ນຕ້ອງໄດ້ຮຽນ
ຮູ້ວິທີການປະຕິບັດງານຫຼາຍໆຢ່າງດັ່ງນີ້:
Your browser doesn’t support HTML5
ເຊີນຟັງການສຳພາດ ຍານາງຕຸ່ນ ອາຣຸນໂນໄທ
ຍານາງຕຸ່ນ ມີສາມີອາເມຣິກັນ ທີ່ເປັນນັກບິນໃນບໍລິສັດດຽວກັນ ມີບ້ານເຮືອນຢູ່ ລັດອາຣີ
ໂຊນາຢູ່ທາງທິດຕາເວັນຕົກສຽງໃຕ້ຂອງສະຫະລັດ. ການເຮັດວຽກຕ້ອງ ໄດ້ໜີຈາກບ້ານ
ເປັນເວລາຫຼາຍວັນ ຕ້ອງຂີ່ເຮືອບິນໄປນະຄອນຊີຄາໂກ ລັດອີລ- ລີນອຍ ຕັ້ງຢູ່ທາງພາກ
ກາງ ທີ່ເປັນສູນກາງການບິນດັ່ງກ່າວ ຊຶ່ງຍານາງຕຸ່ນໄດ້ ກ່າວຕໍ່ໄປວ່າ:
Your browser doesn’t support HTML5
ເຊີນຟັງການສຳພາດ ຍານາງຕູ່ນ ອາຣຸນໂນໄທ
ໜ້າທີ່ຄວາມຮັບຜິດຊອບ ຢູ່ເທິງເຮືອບິນ ກໍຄື ເບິ່ງຄວາມເປັນລະບຽບຮຽບຮ້ອຍ ການບໍລິ
ການແລະຄວາມຮູ້ດ້ານຄວາມປອດໄພຕ່າງໆຂອງຜູ້ໂດຍສານ. ຜົນກຳ ໄລຈາກການເຮັດ
ວຽກກໍຄື ເດີນທາງທີ່ບໍ່ເສຍຄ່າ ຊຶ່ງຍານາງຕຸ່ນ ໄດ້ອະທີບາຍ ສູ່ຟັງດັ້ງນີ້:
Your browser doesn’t support HTML5
ເຊີນຟັງການສຳພາດ ຍານາງຕູ່ນ ອາຣຸນໂນໄທ
ຍານາງຕຸ່ນ ອາຣຸນໂນໄທ ແມ່ນສັດຕີອາເມຣິກັນເຊື້ອສາຍລາວເດີນທາງເຂົ້າ ມາໃນສະ
ຫະລັດ ກັບຄອບຄົວໃນປີ 1981 ເວລານັ້ນ ມີອາຍຸໄດ້ 1 ປີ. ຍາ ນາງຕຸ່ນໄດ້ຖືກລ້ຽງດູ ຢູ່
ໃນຄອບຄົວທີ່ຮັກສາພາສາລາວຢ່າງເຄັ່ງຄັດ ເພາະ ສະນັ້ນ ຍານາງຕຸ່ນ ຈຶ່ງສາມາດປາກ
ພາສາລາວດ້ວຍສຳນຽງວຽງຈັນໄດ້ດີ.