ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງວີໂອເອ ປະຈຳແລງ
ວັນພະຫັດມື້ນີ້ ເຮົາຈະພາທ່ານໄປພົບປະໂອ້ລົມ ກັບຍານາງນິນີ ສີຫາປັນຍາ ຜູ້ກວດ
ຄຸນນະພາບຜະລິດຕະພັນ ໃຫ້ແກ່ບໍລິສັດ Georgia-Pacific ຢູ່ທີ່ລັດແມັສຊາຈູແຊັສ.
ບໍລິສັດດັ່ງກ່າວນີ້ຜະລິດບ່ວງ ສ້ອມແລະມີດ ປລາສຕິກ ທີ່ໃຊ້ຢູ່ຕາມໂຮງຮຽນ ບ່ອນປິກ
ນິກ ແລະຫ້ອງອາຫານຕ່າງໆ. ຍານາງນິນີ ໄດ້ເຮັດວຽກໃຫ້ແກ່ບໍລິສັດນີ້ ມາເປັນເວລາ
12 ປີແລ້ວເລີ້ມຈາກຂັ້ນຕົ້ນ ໄດ້ຖືກເລື່ອນຊັ້ນ ຂຶ້ນມາເປັນລຳດັບ ຈົນເຖິງຂັ້ນຜູ້ກວດກາ
ຄຸນນະພາບ. ກິ່ງສະຫວັນ ຈະນຳເອົາການໂອ້ລົມດັ່ງກ່າວ ມາສະເໜີທ່ານ ໃນອັນດັບ
ຕໍ່ໄປ.
Your browser doesn’t support HTML5
ການປະກອບວິຊາອາຊີບ ຢູ່ໃນສະຫະລັດອາເມຣິກາ ມີຢູ່ຫຼາຍໆຮູບແບບ ແລະຫຼາຍໆ
ໜ້າທີ່ຊຶ່ງບັນດາພະນັກງານໄດ້ສະແດງຄວາມຮັບຜິດຊອບຂອງເຂົາເຈົ້າອອກມາຢ່າງ
ຂະຫຍັນຂັນແຂງ ແລະມີໂອກາດຖືກເລື່ອນຊັ້ນຂຶ້ນໄປຕາມລຳດັບ ທີ່ຮັບຮູ້ວ່າ ເປັນຜູ້ມີ
ປະສົບການ ແລະໜ້າສັນລະເສີນ.
ບັດນີ້ຂ້າພະເຈົ້າຂໍແນະນຳໃຫ້ທ່ານຮູ້ຈັກກັບ ຍານາງນິນີ ສີຫາປັນຍາ ຜູ້ກວດກາຄຸນນະ
ພາບຂອງຜະລິດຕະພັນທີ່ສຳເລັດແລ້ວ. ຄວາມຮັບຜິດຊອບຂອງຍານາງນິນີ ກໍຄືກຳ
ກັບການກວດຜະລິດຕະພັນບ່ວງ ສ້ອມ ແລະມີດ ທີ່ເຮັດດ້ວຍປລາສຕິກ ຊຶ່ງເປັນຊະນິດທີ່ໃຊ້ແລ້ວ ໂຍນຖີ້ມພ້ອມ. ຍານາງນິນີ ໄດ້ພົວພັນກັບໜ້າທີ່ວຽກງານດັງກ່າວນີ້ ມາ
ເປັນລຳດັບ ກວ່ານຶ່ງທົດສະວັດແລ້ວ ຊຶ່ງຍານາງນິນີ ໄດ້ເລົ່າສູ ວີໂອເອ ຟັງວ່າ:
Your browser doesn’t support HTML5
ວຽກງານຢູ່ໃນສະຫະລັດ ໂດຍສະເພາະຢູ່ໂຮງຈັກໂຮງງານບ່ອນຜະລິດສິນຄ້າ ຕ່າງໆ
ທີ່ໃຊ້ແຮງງານຄົນ. ບັນດາວຽກເຫລົ່ານີ້ມີຄວາມຮັບຜິດຊອບຢູ່ໃນລະດັບຕ່າງກັນ. ເພາະ
ສະນັ້ນຖ້າຫາກພະນັກງານຄົນໃດບໍ່ຢາກເຮັດວຽກຢູ່ໜ້າທີ່ເກົ່າເຂົາເຈົ້າສາມາດສະໝັກ
ຂໍເລື່ອນຊັ້ນໄດ້ ຫຼືບໍ່ດັ່ງນັ້ນ ຖ້າຫາກຫົວໜ້າເຫັນວ່າ ມີຄວາມສາມາດ ພະນັກງານຄົນດັ່ງ
ກ່າວກໍຈະຖືກສະເໜີໃຫ້ເລື່ອນໜ້າທີ່ ຊຶ່ງຍາ ນາງ ນິນີ ໄດ້ກ່າວເຖິງປະສົບການໃນຄວາມ
ຮັບຜິດຊອບທີ່ຜ່ານມາດັ່ງນີ້:
Your browser doesn’t support HTML5
ກ່ຽວກັບດ້ານການຫາຢູ່ຫາກິນແລະວຽກງານຂອງບັນດາສະມາຊິກສັງຄົມລາວຢູ່ຂົງ
ເຂດທາງພາກຕາເວັນອອກສຽງເໜືອຂອງສະຫະລັດ ບ່ອນທີ່ຍານາງນິນີຕັ້ງຖິ່ນຖານຢູ່
ໃນລັດແມັສຊາຈູແຊັສ ຊຶ່ງເປັນລັດໃກ້ຄຽງກັບລັດຄອນເນັກຕິກັດແລະ ໂຣດໄອແລນນັ້ນ
ຍານາງນິນີ ໄດ້ກ່າວເຖິງຊີວິດການເປັນຢູ່ດັ່ງນີ້:
Your browser doesn’t support HTML5
ການສຶກສາເປັນສິ່ງສຳຄັນສຳລັບອະນາຄົດຂອງພວກລູກໆ ເພາະສະນັ້ນບັນດາພໍ່ແມ່ຜູ້
ປົກຄອງ ຕ້ອງໄດ້ກະກຽມ ທ້ອນຫອມເງິນຄຳ ເປັນຄ່າໃຊ້ຈ່າຍການຮຽນ ການຢູ່ກິນ ແລະ
ໃຊ້ສອຍອື່ນໆ ໃນໄລຍະທີ່ພວກລູກໆຮຽນຢູ່ຂັ້ນມະຫາວິທະຍາໄລ ຊຶ່ງຍານາງນິນີ ໄດ້
ກ່າວມ້ວນທ້າຍຕໍ່ວີໂອເອຟັງດັ່ງນີ້.
Your browser doesn’t support HTML5
ປັດຈຸບັນນີ້ ຍານາງນິນີ ພ້ອມດ້ວຍສາມີ ກຳລັງເຮັດວຽກການແລະປະຕິບັດໜ້າທີ່ປະຈຳ
ວັນຢ່າງຫ້າວຫັນເພື່ອຄວາມສຸກຂອງຄອບຄົວ.