ຄະນະກຳມາທິການແມ່ນໍ້າຂອງ MRC ຈະຈັດກອງປະຊຸມປຶກສາຫາລືຄັ້ງທີ່ 1 ສຳລັບ
ໂຄງການເຂື່ອນປາກລາຍໃນວັນທີ 20 ຫາ 21 ກັນຍາ ສ່ວນອົງການທີ່ບໍ່ຂຶ້ນກັບລັດຖະ
ບານຫຼື NGOs ໃນໄທ ແລະສາກົນກໍຈະຄັດຄ້ານຢ່າງສຸດກຳລັງຊຶ່ງຊົງລິດ ໂພນເງິນນັກ
ຂ່າວວີໂອເອ ຈະມີລາຍງານຈາກບາງກອກ ມາສະເໜີທ່ານ.
Your browser doesn’t support HTML5
ເຊີນຟັງລາຍງານ ເມືອງລາວໃນປັດຈຸບັນ
ຄະນະປະຕິບັດງານຮ່ວມຂອງຄະນະກຳມາທິການແມ່ນໍ້າຂອງ (MRC) ທີ່ປະກອບ
ດ້ວຍຜູ້ຕາງໜ້າຂອງລັດຖະບານລາວ ໄທ ກຳປູເຈຍ ແລະຫວຽດນາມ ໄດ້ມີມະຕິຕົກ
ລົງຮັບຮອງເອົາໂຄງການກໍ່ສ້າງເຂື່ອນໄຟຟ້າປາກລາຍເທິງແນວແມ່ນໍ້າຂອງໃນລາວ
ເຂົ້າສູ່ຂະບວນການປຶກສາຫາລືຂອງ MRC ກ່ອນທີ່ຈະລົງ ມືກໍ່ສ້າງໃນພາກປະຕິບັດ
ໂຕຈິງເມື່ອບໍ່ນານມານີ້ ໂດຍການປຶກສາຫາລື ດັ່ງກ່າວ ຈະໃຊ້ເວລາ 6 ເດືອນເພື່ອເປີດ
ໂອກາດໃຫ້ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງໄດ້ແລກປ່ຽນຂໍ້ມູນຂ່າວສານ ແລະປະກອບ
ຄວາມຄິດເຫັນ ແລະບັນດາຂໍ້ກັງວົນໃຈຕ່າງໆທີ່ມີຕໍ່ໂຄງການຢ່າງເປີດກວ້າງ.
ທັງນີ້ໂດຍທ່ານເຕ ນາວຸດ ປະທານຄະນະປະຕິບັດງານຮ່ວມຂອງ MRC ຢືນຢັນວ່າ
ການປຶກສາຫາລືຈະປະກອບດ້ວຍການປະຊຸມແລກປ່ຽນຂໍ້ມູນຂ່າວສານລະດັບຊາດ
ເພື່ອປຶກສາຫາລື ແລະບັນທຶກຂໍ້ກັງວົນຂອງພາກສ່ວນຕ່າງໆ ທີ່ມີຕໍ່ໂຄງການເຂື່ອນ
ປາກລາຍ ໃນຕະຫຼອດໄລຍະ 6 ເດືອນຕໍ່ໜ້າ ແລະຈະມີການຈັດກອງປະຊຸມປຶກສາຫາ
ລືໃນລະດັບພາກພື້ນ 2 ຄັ້ງ ໂດຍຄັ້ງທີ 1 ກໍໄດ້ກຳນົດຈະມີຂຶ້ນໃນວັນທີ 20 ຫາ 21 ກັນ
ຍາ 2018 ນີ້ ທີ່ນະຄອນຫຼວງວຽງຈັນ ສ່ວນຄັ້ງທີ 2 ກໍຈະໄດ້ກຳນົດໃນໂອກາດຕໍ່ໄປ
ເພື່ອເຮັດໃຫ້ການປຶກສາຫາລືເສັດສົມບູນ ພາຍໃນເດືອນມີນາ 2019 ແຕ່ຖ້າຫາກການ
ປຶກສາຫາລືດັ່ງກ່າວຍັງບໍ່ໄດ້ຂໍ້ສະຫລຸບ ຫຼືບໍ່ເປັນທີ່ຍອມຮັບຂອງປະເທດສະມາຊິກຂອງ
MRC ດ້ວຍກັນກໍສາມາດທີ່ຈະຂະຫຍາຍເວລາຕໍ່ໄປໄດ້ອີກຕາມຄວາມເໝາະສົມ ຊຶ່ງ
ໝາຍຄວາມວ່າການກໍ່ສ້າງເຂື່ອນປາກລາຍ ຈະສາມາດດໍາເນີນການໄດ້ນັ້ນຈະຕ້ອງໄດ້
ຮັບການເຫັນຊອບຈາກປະເທດສະມາຊິກຂອງ MRC ຢ່າງຄົບຖ້ວນເສຍກ່ອນນັ້ນເອງ.
ທາງດ້ານທ່ານນາງພຽນພອນ ດີເທດ ຜູ້ອຳນວຍການຝ່າຍຈັດການກິດຈະກຳຂອງອົງ
ການແມ່ນໍ້າສາກົນ (International Rivers) ປະຈຳປະເທດໄທ ໃຫ້ການຢືນຢັນວ່າ
ແນວທາງການເຄື່ອນໄຫວເພື່ອສະແດງການຄັດຄ້ານໂຄງການເຂື່ອນໄຟຟ້າເທິງແນວ
ແມ່ນໍ້າຂອງ ໃນໄລຍະໃໝ່ ຈະເນັ້ນໜັກຄວາມສຳຄັນເປັນພິເສດຕໍ່ບັນຫາຜົນກະທົບ ທີ່
ມີລັກສະນະຂ້າມພົມແດນລະຫວ່າງປະເທດໃນລຸ່ມແມ່ນໍ້າຂອງດ້ວຍກັນ ໂດຍການ
ເຄື່ອນໄຫວໃນແນວທາງນີ້ໄດ້ຮັບການຕອບສະໜອງແລ້ວເມື່ອປາກົດວ່າສານປົກຄອງ
ສູງສຸດຂອງໄທໄດ້ຮັບຮອງການຟ້ອງຮ້ອງຂອງເຄືອຂ່າຍປະຊາຊົນໄທ ທີ່ຄັດຄ້ານການ
ຮັບຊື້ກະແສໄຟຟ້າຈາກໂຄງການເຂື່ອນໄຊຍະບູລີເທິງແນວແມ່ນໍ້າຂອງໃນລາວທີ່ມີ
ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ກຟຜ ເປັນຜູ້ຊື້ນັ້ນ ດັ່ງທີ່ ທ່ານນາງພຽນພອນ
ໄດ້ໃຫ້ການຢືນຢັນວ່າ
“ສານປົກຄອງສູງສຸດກໍມີຄຳສັ່ງຮັບຟ້ອງກໍລະນີທີ່ເຄື່ອຂ່າຍປະຊາຊົນໄທ 8 ຈັງຫວັດ
ລຸ່ມແມ່ນໍ້າຂອງ ໄດ້ຍື່ນຟ້ອງ ກຟຜ. ກໍລະນີທີ່ໄປຮັບຊື້ໄຟຟ້າຈາກເຂື່ອນໄຊຍະບູລີ ເ
ປັນຄັ້ງທຳອິດທີ່ສານປົກຄອງມີການຮັບຮອງໃນປະເດັນຜົນກະທົບຂ້າມພົມແດນ
ວ່າມີຈິງ ແລ້ວກໍຕ້ອງການໃຫ້ໜ່ວຍງານລັດຂອງໄທ ທີ່ໄປສະໜັບສະ ໜູນໂຄງການ
ຂ້າມພົມແດນ ຈະຕ້ອງປະຕິບັດຕາມກົດໝາຍໄທ.”
ທ່ານນາງພຽນພອນ ຢືນຢັນວ່າ ການຟ້ອງຮ້ອງຕໍ່ສານປົກຄອງຂອງໄທໃນລັກສະນະ
ດຽກັນນີ້ ຍັງຈະຮວມເຖິງໂຄງການເຂື່ອນປາກລາຍເທິງແນວແມ່ນໍ້າ ຂອງໃນແຂວງ
ໄຊຍະບູລີ ທີ່ທາງການລາວໄດ້ສະເໜີເຂົ້າສູ່ການປຶກສາຫາລືຂອງ MRC ດັ່ງກ່າວ
ດ້ວຍ ເນື່ອງຈາກວ່າເປັນໂຄງການທີ່ມີລັກສະນະດຽວກັນກັບໂຄງການເຂື່ອນໄຊຍະບູ
ລີນັ້ນເອງ.
ກ່ອນໜ້ານີ້ ເຄືອຂ່າຍປະຊາຊົນໄທ ເພື່ອການອະນຸລັກສິ່ງແວດລ້ອມທຳມະຊາດໃນ
ແມ່ນໍ້າຂອງກໍໄດ້ຮ່ວມກັນເຄື່ອນໄຫວ ເພື່ອຄັດຄ້ານໂຄງການເຂື່ອນປາກ ແບງເທິງ
ແນວແມ່ນໍ້າຂອງໃນແຂວງອຸດົມໄຊຂອງລາວ ແລະກໍໄດ້ຟ້ອງຮ້ອງຕໍ່ສານປົກຄອງໃນ
ໄທ ເພື່ອຂໍໃຫ້ມີຄຳສັ່ງບັງຄັບໃຫ້ລັດຖະບານໄທຕ້ອງສະແດງການ ຄັດຄ້ານໂຄງການ
ດັ່ງກ່າວໃນ MRC ດ້ວຍເຊັ່ນກັນ.
ທັງນີ້ກໍເນື່ອງຈາກວ່າໂຄງການກໍ່ສ້າງເຂື່ອນເທິງແນວແມ່ນໍ້າຂອງໃນລາວນັ້ນຈະສົ່ງ
ຜົນກະທົບຕໍ່ການອົບພະຍົບຂອງປາ ແລະລະບົບນິເວດທຳມະຊາດໃນເຂດຕອນລຸ່ມ
ຂອງແມ່ນໍ້າຂອງດ້ວຍ ຫາກແຕ່ກໍເປັນການຍາກທີ່ຈະຄັດຄ້ານໂຄງ ການເຂື່ອນດັ່ງກ່າວ
ໄດ້ໂດຍທາງການໄທ ເພາະວ່າເປັນໂຄງການທີ່ຕັ້ງຢູ່ໃນເຂດອະທິປະໄຕຂອງລາວ
ດ້ວຍເຫດນີ້ ປະເທດສະມາຊິກໃນ MRC ດ້ວຍກັນ ຈຶ່ງບໍ່ສາມາດທີ່ຈະເຂົ້າໄປເແຊກ
ແຊງໄດ້ນອກຈາກການພິຈາລະນາຂໍ້ມູນຕ່າງໆທີ່ທາງການລາວໄດ້ນຳສະເໜີຕໍ່ MRC
ເທົ່ານັ້ນ.