ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວປະຈຳແລງວັນພະຫັດຂອງ
ວີໂອເອ ມື້ນີ້ ເຮົາຈະນຳເອົາການສຳພາດກັບ ທ່ານວິສະນຸ ຄຳຜຸຍ ນັກທຸລະກິດຜູ້ປະສົບ
ຜົນສຳເລັດ ຢູ່ທີ່ລັດອາລາບາມາ ຕັ້ງຢູ່ທາງພາກໃຕ້ຂອງສະຫະລັດ ມາສະເໜີທ່ານ.
ແຕ່ກ່ອນໜ້ານັ້ນ ທ່ານຄຳຜຸຍໄດ້ປະກອບວິຊາອາຊີບໃຫ້ແກ່ບໍລິສັດອຸດສາຫະກຳມາ ເປັນ
ເວລາຫຼາຍສິບປີ ຢູ່ທາງພາກຕາເວັນອອກຂອງສະຫະລັດ. ແຕ່ທ່ານເຫັນວ່າບໍ່ມີຄວາມ
ກ້າວໜ້າ ເພາະສະນັ້ນ ທ່ານວິສະນຸ ຈຶ່ງໄດ້ພະຈົນໄພ ມາຕັ້ງທຸລະກິດຂະໜາດນ້ອຍເປັນ
ຂອງຕົນເອງ ແລະບັດນີ້ ໄດ້ຂະຫຍາຍກິດຈະການອອກໄປຫຼາຍຢ່າງ. ສ່ວນວ່າຄວາມ
ເປັນມາຂອງທ່ານວິສະນຸ ຄຳຜຸຍ ເປັນຢ່າງໃດ ຂໍເຊີນຟັງການສຳພາດຂອງຜູ້ກ່ຽວຈາກ
ກິ່ງສະຫວັນ ໄດ້ເລີຍ.
Your browser doesn’t support HTML5
ລາຍການຊີວິດຊາວລາວຂອງວີໂອເອ: ການແບ່ງປັນປະສົບການຊີວິດຂອງທ່ານວິສະນຸ ຄຳຜຸຍ
ສະຫະລັດອາເມຣິກາ ແມ່ນເວທີຕະຫຼາດການຄ້າທີ່ຍິ່ງໃຫຍ່ຂອງໂລກ. ນອກຈາກນັ້ນ
ແລ້ວ ບັນດານັກທຸລະກິດການຄ້າທັງຂະໜາດນ້ອຍ ແລະໃຫຍ່ ຢູ່ໃນປະເທດ ຈຶ່ງຕ່າງ
ກໍພາກັນຊົມຊື່ນກັບເສລີພາບໃນການອອກຫົວຄິດຄ້າຂາຍ ແຂ່ງຂັນກັນ ໃຊ້ສະຕິປັນ
ຍາ ພາຍໃຕ້ຕົວບົດກົດໝາຍຂອງປະເທດ ທີ່ມີກົດລະບຽບການຄ້າ ທີ່ເປັນລະບຽບຮຽບ
ຮ້ອຍ ແລະເປັນຂັ້ນຕອນຢ່າງເທົ່າທຽມກັນ.
ທ່່ານວິສະນຸ ຄຳຜຸຍ ອາເມຣິກັນເຊື້ອສາຍລາວ ແມ່ນບັນດານັກທຸລະກິດຂະໜາດ
ນ້ອຍອາເມຣິກັນ ເຊື້ອສາຍລາວຄົນນຶ່ງ ທີ່ປະສົບຜົນສຳເລັດ ໃນການໃຊ້ພິກໄຫວທຳ
ມາຫາກິນຢູ່ໃນວົງການໆຄ້າປະຈຳເຂດທ້ອງຖິ່ນຂອງລັດຟລໍຣິດາ ແລະຢູ່ໃນລັດອາລາ
ບາມາ ທີ່ຕັ້ງຢູ່ທາງພາກໃຕ້ຂອງໃນສະຫະລັດ. ກ່ອນທີ່ທ່ານວິສະນຸ ຈະໄດ້ກາຍມາ
ເປັນນາຍຂອງຕົນເອງ ທ່ານໄດ້ຜ່ານການທຳມາຫາກິນລ້ຽງຄອບຄົວ ໂດຍເຮັດວຽກຢູ່
ໂຮງຈັກໂຮງງານ ແລະບໍລິສັດເອກກະຊົນມາເປັນເວລາຫຼາຍປີ ແຕ່ເຫັນວ່າບໍ່ມີຄວາມ
ກ້າວໜ້າທາງດ້ານການເງິນ. ດ້ວຍເຫດນີ້ເອງ ທ່ານວິສະນຸ ຈຶ່ງໄດ້ຕັດສິນໃຈມາເປັນ
ນັກພະຈົນໄພ ໂດຍການເລີ້ມຕົ້ນລົງທຶນ ຊື້ຮ້ານຊັກເຄື່ອງ ຫຼືລອນໂດຣແມັດ (Laun-
dromat) ຢູ່ເມືອງອໍແລນໂດ ລັດ ຟລໍຣິດາ ມາຊົ່ວໄລຍະນຶ່ງ. ໃນເວລາຕໍ່ມາ ທ່ານໄດ້
ຕັດສິນໃຈຂາຍເມື່ອເຫັນວ່າທຸລະກິດດ້ານນີ້ໄດ້ກຳໄລດີ ເພື່ອຈະໄປຂະຫຽາຍກິດ
ຈະການ ແລະຍົກຍ້າຍຄອບຄົວໄປຕັ້ງຖິ່ນຖານສືບຕໍ່ການຄ້າຢູ່ໃນລັດອາລາບາມາທີ່
ຕັ້ງຢູ່ໃກ້ຄຽງກັນນັ້ນ. ທ່ານວິສະນຸ ໄດ້ເລົ່າເຖິງພິກໄຫວການທຳມາຫາກິນຂອງທ່ານຕໍ່
ວີໂອເອ ດັ່ງນີ້:
ຮ້ານຊັກເຄື່ອງ ຫຼື Laundromat ຂອງທ່ານວິສະນຸ ຄຳຜຸຍ ຢູ່ທີ່ລັດຟລໍຣິດາ ທີ່ໄດ້ຕັ້ງຂຶ້ນມາໃໝ່..
Your browser doesn’t support HTML5
ເຊີນຟັງການສຳພາດ ທ່ານວິສະນຸ ຄຳຜຸຍ
ການຄ້າຂາຍ ແລະການເຮັດວຽກຫາຢູ່ຫາກິນຢູ່ໃນສະຫະລັດ ຈະຕ້ອງໄດ້ແຈ້ງໃຫ້ລັດ
ຖະບານທ້ອງຖິ່ນ ແລະລັດຖະບານກາງຊາບ ເພື່ອເສຍພາສີລາຍໄດ້ປະຈຳປີ. ແລະ
ເລື້ອງນີ້ເປັນເລື້ອງທີ່ມີກົດໝາຍເຄັ່ງຄັດ ຖ້າບໍ່ປະຕິບັດຕາມກໍຈະຖືກປັບໄໝລົງໂທດ
ຢ່າງໜັກ. ທ່ານວິສະນຸ ໄດ້ກ່າວເຖິງລາຍໄດ້ປະຈຳປີຂອງທ່ານຕໍ່ ວີໂອເອ ດັ່ງນີ້:
ຫ້ອງແຖວຮ້ານຄ້າຂອງ ທ່ານວິສະນຸ ຄຳຜຸຍ ທີ່ລັດອາລາບາມາ.
Your browser doesn’t support HTML5
ເຊິນຟັງການສຳພາດ ທ່ານວິສະນຸ ຄຳຜຸຍ
ການຄ້າຂາຍແມ່ນການສ່ຽງຂອງການລົງທຶນ ທີ່ຈະຕ້ອງໄດ້ສຶກສາເຖິງບັນຍາກາດໃນ
ຕະຫຼາດ ແລະສິ່ງແວດລ້ອມໃຫ້ຖີ່ຖ້ວນ. ເຖິງຢ່າງໃດກໍດີ ບໍ່ແມ່ນທຸກຄົນຈະປະສົບຜົນ
ສຳເລັດໄດ້ ຫຼາຍໆຄົນໄດ້ລົ້ມແຫຼວໃນການເຮັດທຸລະກິດຕ່າງໆ ແຕ່ສຳລັບທ່ານວິສະນຸ
ແລ້ວ ທ່ານເປັນຜູ້ໂຊກດີ ມີພິກໄຫວ ເຫັນໄກ ກ້າສ່ຽງໃນການລົງທຶນ ແລະຂະຫຍາຍ
ການຄ້າອອກໄປດັ່ງທ່ານໄດ້ກ່າວເຖິງຕອນນີ້ວ່າ:
ການປຸກສ້າງບ້ານເຮືອນ ຂາຍ ແລະໃຫ້ຄົນເຊົ່າຂອງ ທ່ານວິສະນຸ ຄຳຜຸຍ.
Your browser doesn’t support HTML5
ເຊີນຟັງການສຳພາດ ທ່ານວິສະນຸ ຄຳຜຸຍ
ທ່ານວິສະນຸ ຄຳຜຸຍ ແມ່ນລູກບ້ານຫຼານເມືອງແຂວງຈຳປາສັກ ປະເທດລາວ ທ່ານໄດ້
ມາເຕີບໃຫຍ່ ຮັບການສຶກສາຢູ່ທີ່ແຂວງສະຫວັນນະເຂດ ແລະໄດ້ສ້າງ ຄອບຄົວຢູ່ທີ່
ນັ້ນ. ທ່ານໄດ້ເຂົ້າມາຕັ້ງຖິ່ນຖານໃໝ່ທຳອິດ ຢູ່ໃນລັດໂອຮາຍໂອ ສະຫະລັດອາເມຣິ
ກາ ໃນປີ 1978 ດຳເນີນວຽກການມາຕະຫຼອດ ຈົນໄດ້ບັນລຸຜົນການເປັນນັກທຸລະກິດ
ບັດນີ້ ທ່ານໄດ້ກາຍມາເປັນນາຍຕົນເອງ ຢ່າງປະສົບຜົນສຳເລັດ. ວີໂອເອ ຂໍສະແດງ
ຄວາມຂອບໃຈ ທີ່ທ່ານໄດ້ແບ່ງປັນປະສົບການຊີວິດຂອງທ່ານ ສູ່ພວກເຮົາຟັງ.