ວີໂອເອລາວ ສຳພາດ ທ່ານໂຣເຈີ ວັນນະສັກ ສີກຸນລະບຸດ ນາຍຊ່າງເຫລັກ ຈາກລັດມິຊິແກນ

ທ່ານໂຣເຈີ ສັນນະສັກ ສີກຸນລະບຸດ.

ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວ ຂອງ ວີໂອເອ ປະຈຳວັນພະຫັດມື້ນີ້ ເຮົາຂໍແນະນຳໃຫ້ທ່ານຮູ້ຈັກກັບທ່ານວັນນະສັກ ແລະຮູ້ກັນດີ ໃນຊື່ ທ່ານໂຣເຈີ ສີກຸນລະບຸດ ທີ່ຕັ້ງຖິ່ນຖານຢູ່ເມືອງໂຮລລັງ (Holland) ລັດມີຊີ ແກນ (Michigan.) ທ່ານໂຣເຈີ ເປັນນາຍຊ່າງຂົດເຫລັກກໍ່ ສ້າງໂຄງຮ່າງ ເພື່ອຕໍ່ ເຂົ້າກັບຄານ ຂື່ ແລະເສົາທີ່ໃຊ້ກໍ່ສ້າງອາຄານຕ່າງໆ. ທ່ານໂຣເຈີ ໄດ້ປະກອບອາ ຊີບນີ້ ມາໄດ້ 30 ກວ່າປີແລ້ວ ແລະກຳລັງຕຽມ ຈະອອກບໍານານ. ຄອບຄົວທ່ານ ໂຣເຈີ ເປັນຄອບຄົວອາເມຣິກັນເຊື້ອສາຍລາວໂຕຢ່າງທີ່ປະສົບຜົນສຳເລັດໃນວຽກ ງານ ມີບ້ານເຮືອນຢູ່ເປັນຂອງຕົນເອງ ແລະລູກເຕົ້າທັງສາມຄົນ ຮຽນຈົບມະຫາວິ ທະຍາໄລເປັນຢ່າງດີ. ກິ່ງສະຫວັນ ຈະນຳເອົາການສຳພາດ ມາສະເໜີທ່ານ ໃນ ອັນດັບຕໍ່ໄປ.

ຄອມພິວເຕີໃຊ້ໃນການອອກແບບ ແລະຄໍານວນ

Your browser doesn’t support HTML5

ເຊີນຟັງການສຳພາດ ທ່ານໂຣເຈີ ວັນນະສັກ ສີກຸນລະບຸດ

ການຕັ້ງຖິ່ນຖານຊີວິດໃໝ່ ຂອງຊາວອົບພະຍົບລາວ ທີ່ມີມາກວ່າສີ່ທົດ ສະວັດ ໂດຍທີ່ເຂົາເຈົ້າເດີນທາງມາດ້ວຍມືເປົ່າ ບໍ່ຮູ້ພາສາ ບໍ່ຮູ້ວັດທະນາທຳ ແລະສິ່ງແວດລ້ອມໃໝ່. ໃນໄລຍະສາມກວ່າທົດສະວັດທີ່ຜ່ານມານີ້ ເຂົາເຈົ້າ ໄດ້ສ້າງຄວາມກ້າວໜ້າຫຼາຍໆຢ່າງ ແລະກຳລັງພາກັນເລີ້ມບຳນານໄປຕາມໆ ກັນ. ໃນເວລາອັນຍາວນານຂອງການຕັ້ງຊີວິດໃໝ່ນີ້ ເຂົາເຈົ້າໄດ້ສະແດງໃຫ້ ເຫັນເຖິງຄວາມມີມານະອົດທົນ ໄດ້ຮັບກ້າວໜ້າໃນໜ້າທີ່ການ ມີບ້ານເຮືອນ ເປັນທີ່ຢູ່ຂອງຕົນ ອັນເປັນຄວາມຝັນ ຂອງຊາວອາເມຣິກັນ. ສິ່ງສຳຄັນທີ່ສຸດ ອີກຢ່າງນຶ່ງນັ້ນກໍຄື ລ້ຽງລູກໃຫ້ສຳເລັດການສຶກສາດີ ແລະເປັນພົນລະເມືອງ ດີຂອງປະເທດ. ຄອບຄົວ ທ່ານໂຣເຈີ (ວັນນະສັກ) ສີກຸນລະບຸດ ທີ່ໄດ້ເດີນທາງມາຈາກ ເມືອງ ປາກເຊ ແຂວງຈຳປາສັກ ປະເທດລາວ ໃນປີ 1986. ເວລານັ້ນ ທ່ານໂຣເຈີ ຍັງໜຸ່ມນ້ອຍຕ້ອງໄດ້ເລີ້ມຮໍ່າຮຽນພາສາອັງກິດ ວັດທະນາທຳອາເມຣິກັນ ແລະ ລະບົບການເຮັດວຽກຢູ່ໃນສະຫະລັດໃຫ້ໄວ ເພື່ອຫາລ້ຽງຊີບຕົນເອງໃຫ້ເປັນອິດ ສະຫຼະ. ທ່ານໂຣເຈີໄດ້ເລີ້ມເຮັດວຽກຢູ່ບໍລິສັດຂົດເຫຼັກແຫ່ງນຶ່ງໃນເມືອງໂຮລລັງ ລັດມີຊິແກນ ບ່ອນທີ່ທ່ານໄດ້ເລີ້ມຕັ້ງຖິ່ນຖານໃໝ່ ແລະໄດ້ຢູ່ມາຈົນເຖິງເທົ້າປັດ ຈຸບັນ ຊຶ່ງທ່ານໂຣເຈີ ໄດ້ເລົ່າສູ່ຟັງດັ່ງນີ້.

ຂົດແຜ່ນເຫລັກເພື່ອນຳໄປປະກອບ

Your browser doesn’t support HTML5

ເຊີນຟັງທ່ານໂຣເຈີ ວັນນະສັກ ສີກຸນລະບຸດ

ທ່ານໂຣເຈີ ກ່າວເຖິງຄວາມຮັບຜິດຊອບໜ້າທີ່ວຽກງານ ຊົ່ວໂມງລາຍໄດ້ ປະກັນ ໄພສຸຂະພາບ ອັນເປັນສິ່ງສຳຄັນທີ່ສຸດ ພັກປະຈຳປີ ແລະການແບ່ງປັນກຳໄລທຸ ລະກິດປະຈຳປີ ຫຼືໂບນັສຈາກບໍລິສັດ ຊຶ່ງທ່ານ ໂຣເຈີ ກ່າວວ່າ:

Your browser doesn’t support HTML5

ເຊີນຟັງທ່ານໂຣເຈີ ວັນນະສັກ ສີກຸນລະບຸດ

ທ່ານໂຣເຈີ ໄດ້ເຮັດວຽກຂົດເຫລັກ ໂດຍການໃຊ້ເຄື່ອງຄອມພິວເຕີ ຊ່ວຍຄຳນວນ ທີ່ນຳໄປສູ່ຄວາມຊຳນິຊໍານານ ໄວ້ເນື້ອເຊື່ອໃຈຈາກຫົວໜ້າ ແລະເຮັດວຽກຢ່າງ ເປັນອິດສະຫຼະ ຊຶ່ງທ່ານໂຣເຈີ ກ່າວວ່າ:

ອຸບປະກອນຂົດເຫລັກ

Your browser doesn’t support HTML5

ເຊີນຟັງທ່ານໂຣເຈີ ວັນນະສັກ ສີກຸນລະບຸດ

ກ່ຽວກັບດ້ານຄອບຄົວ ຍານາງລັຕະນາ (Diana) ພັນລະຍາທ່ານໂຣເຈີ ຍັງເຮັດ ວຽກຢູ່ ແລະຈະອອກບໍານານໃນອີກສອງປີພ້ອມກັບສາມີ. ສ່ວນພວກລູກສາມຄົນ ສຳເລັດຂັ້ນມະຫາວິທະຍາໄລ ທຸກຄົນ ປະກອບວິຊາອາຊີບຢ່າງເປັນຜົນສຳເລັດ ແລະຢູ່ເປັນຕົນເອງ. ທ່່ານໂຣເຈີ ໄດ້ກ່າວມ້ວນທ້າຍເຖິງຄວາມເພີ່ງພໍໃຈກັບຊີວິດ ການເປັນຢູ່ໃນສະຫະລັດອາເມຣິກາ ໃນໄລຍະສາມສິບກວ່າທົດສະວັດທີ່ຜ່ານມາ ດັ່ງນີ້:

Your browser doesn’t support HTML5

ເຊີນຟັງທ່ານໂຣເຈີ ວັນນະສັກ ສີກຸນລະບຸດ

ທ່ານໂຣເຈີ ວັນນະສັກ ສີກຸນລະບຸດ ປັດຈຸບັນອາຍຸ 66 ປີ ພ້ອມແລ້ວ ທີ່ຈະເຊົາ ເຮັດວຽກມາເປັນເວລາກວ່າສາມທົດສະວັດ ແລະບັດນີ້ຈະອອກບໍານານເພື່ອຊົມຊື່ນ ກັບກັບໝາກຜົນ ທີ່ໄດ້ສ້າງມາ.