ໃນລາຍການຊີວິດຊາວລາວໃນຕ່າງແດນ ຂອງ ວີໂອເອ ສຳລັບແລງວັນພະຫັດມື້ນີ້ ເຮົາຈະນຳເອົາການໂອ້ລົມ ກັບທ່ານໂທນີ ອິນນຸວົງ ນັກທຸລະກິດຮ້ານເຄື່ອງດື່ມປັ່ນຢູ່ເມືອງອິດິນເບີກ ຊຶ່ງເປັນເມືອງ ນ້ອຍໆທີ່ແຫ້ງແລ້ງ ຕັ້ງຢູ່ພາກໃຕ້ສຸດ ໄປທາງທິດຕາເວັນຕົກ ຂອງລັດເທັກຊັສ ທີ່ ກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງລາຍການເມືອງລາວໃນປັດຈຸບັນ
ເມືອງອີດິນເບີກ (Edinberg) ເປັນເມືອງນ້ອຍທີ່ແຫ້ງແລ້ງ ມິີອາກາດຮ້ອນຕະຫລອດປີ ຕັ້ງຢູ່ທາງທິດຕາ ເວັນຕົກສຽງໃຕ້ຂອງລັດເທັກຊັສ ໃກ້ກັບຊາຍແດນຂອງປະເທດເມັກຊິໂກ. ເມຶອງອີດິນເບີກ ມີປະຊາກອນປະມານ 104,048 ຄົນ ປະກອບດ້ວຍຄົນຜິວຂາວ ຜິວດຳ ສະແປນິສ ອາເມຣິກັນອິນດຽນ ແລະຈຳນວນນ້ອຍໆ ແມ່ນຊາວຟິລິບປິນ ຫວຽດນາມ ຈິນ ແລະລາວ ມີແຕ່ຄອບຄົວດຽວເທົ່ານັ້ນ ທີ່ຕັ້ງຖິ່ນຖານຢູ່ທີ່ນີ້.
ທ່ານໂທນີ ແລະນ້ອງສາວ ນາງອີເມີລີ ອິນນຸວົງ
ທ່ານໂທນີ ອິນນຸວົງ ຄົນອາເມຣິກັນເຊື້ອສາຍລາວ ໄດ້ສ້າງຄອບຄົວກັບແມ່ຍິງຄົນອາເມຣິກັນເຊື້ອສາຍເມັກຊິໂກ ຊຶ່ງລາວເຮັດວຽກກ່ຽວກັບໄອທີ (IT) ພ້ອມທັງເປີດຮ້ານເຄື່ອງດື່ມ ຊື່ວ່າ ໂມໂບບາ (Moboba) ມາໄດ້ປີນຶ່ງແລ້ວ ແລະເປັນຮ້ານທີ່ບໍ່ຊໍ້າແບບໃຜ ຊຶ່ງທ່ານໂທນີ ໄດ້ກ່າວສູ່ ວີໂອເອ ຟັງດັ່ງນີ້:
Your browser doesn’t support HTML5
ເຊີນຟັງທ່ານໂທນີ ອິນນຸວົງ
ນາງເອມີລີ ອິນນຸວົງ ນ້ອງສາວຂອງທ່ານໂທນີ ເປັນຜູ້ບໍລິຫານຮ້ານໂມໂບບາ. ເນື່ອງຈາກປະຊາຊົນສ່ວນໃຫຍ່ຢູ່ຂົງເຂດນີ້ເປັນຊາວສະແປນິສ ປາກພາສາສະແປນິສ ແລະອັງກິດ ເພາະສະນັ້ນຮ້ານນີ້ ຈຶ່ງມີພະນັກງານເປັນຄົນສະແປນິສທັງໝົດແປດຄົນ. ຮ້ານໂມໂບບາເປີດບໍລິການເຈັດມື້ຕໍ່ອາທິດ ຂາຍໄອສະຄຣີມ ເຄື່ອງດື່ມປະສົມໝາກຖົ່ວດໍາ ເຜືອກ ແລະອື່ນໆ ລາຄາຈອກນຶ່ງ 6.50 ໂດລາ ຫາ 8.00 ໂດລາ. ນອກນັ້ນຍັງຂາຍອາຫານຍ່ອຍເຊັ່ນວ່າ ເຂົ້າໃສ່ປາຫໍ່ໃສ່ໄຄແຜ່ນຍີ່ປຸ່ນ ຊຶ່ງເປັນອາຫານແປກໆ ແນະນຳໃຫ້ຄົນຢູ່ໃນຂົງເຂດນີ້ໄດ້ຊີມ ແລະຂາຍໄດ້ດີ ຊຶ່ງນາງເອເມີລີ ກ່າວສູ່ຟັງດັ່ງນີ້:
Your browser doesn’t support HTML5
ເຊີນຟັງນາງເອເມີລີ ອິນນຸວົງ
ຮ້ານໂມໂບບາ ລົງທຶນກວ່າສອງແສນໂດລາ ມີເນື້ອທີ່ 1,400 ຟິດມົນທົນ ເຊົ່າເດືອນນຶ່ງ 3,000 ກວ່າໂດລາ ບໍລິຫານອາຫານເພື່ອສຸຂະພາບ ແລະມີລົດຊາດທີ່ເປັນສັນຍາລັກຂອງຊາວເອເຊຍ ຊຶ່ງທ່ານໂທນີ ກ່າວມ້ວນທ້າຍວ່າ:
Your browser doesn’t support HTML5
ເຊີນຟັງທ່ານໂທນີ ອິນນຸວົງ
ຄອບຄົວອິນນຸວົງ ແມ່ນລາວອາເມຣິກັນເຊື້ອສາຍລາວຄອບຄົວດຽວ ທີ່ຢູ່ຫ່າງໄກຈາກປະຊາຄົມລາວ ບໍ່ມີວັດວາອາຮາມ ແລະເພື່ອນຝູງຄົນລາວ ແຕ່ຢູ່ປະປົນກັບຊາວສະແປນິສ ແລະຊົນຊາດອື່ນໆ ແລະເຮັດທຸລະກິດຂະໜາດນ້ອຍຢ່າງເປັນຜົນສຳເລັດ.
ຮ້ານຂາຍເຄືອງດື່ມ ໂມໂບບາ ທີ່ເມືອງອິດິນເບີກ ຢູ່ພາກໃຕ້ສຸດທິດຕາເວັນຕົກຂອງລັດເທັກຊັສ