ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວ ປະຈຳແລງ ວັນພະຫັດ
ຂອງວີໂອເອ ມື້ນີ້ ເຮົາຂໍແນະນຳໃຫ້ທ່ານຮູ້ຈັກກັບ ທ່ານທະວີ ທຳມະສຸກ ເຈີນ ນັກສະ
ຖາປະນິກອອກແບບບ້ານເຮືອນ ຮ້ານຄ້າ ແລະເຄຫາສະຖານຕ່າງໆ. ນອນນັ້ນ ທ່ານ
ຍັງເປັນນັກບັນເທີງ ສະແດງເປັນນັກຮ້ອງ ທີ່ມີຊື່ສຽງຂອງສະຫະລັດ ຄື ມື້ລາງທ່ານ
“ແອລວິສ ແພຣັສລີ.” ປັດຈຸບັນນີ້ທ່ານ ທະວີ ຕັ້ງຖິ່ນຖານຢູ່ເມືອງພອດແລນ ລັດອໍເຣ
ກັນທາງພາກພາຕາເວັນຕົກສຽງເໜືອຂອງສະຫະລັດ. ກິ່ງສະຫວັນ ຈະນຳເອົາການ
ໂອ້ລົມກັບທ່ານທະວີ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງການສຳພາດ ທ່ານທະວີ ທຳມະສຸກ ເຈີນ
ການກໍ່ສ້າງອາຄານ ບ້ານເຮືອນ ເຄຫາສະຖານ ແລະຮ້ານຄ້າຕ່າງໆເປັນເລື່ອງທີ່ມີ
ຄວາມສັບສົນ ໃຊ້ຄວາມຊຳນິຊຳນານ ໃນການວັດແທກ ແລະອອກແບບ ໃຫ້ເຂົ້າກັບ
ເນື້ອທີ່ ສິ່ງແວດລ້ອມ ແລະໃຫ້ມີຄວາມປອດໄພ. ນີ້ແມ່ນໜ້າທີ່ຂອງ ທ່ານທະວີ ທຳມະ
ສຸກ ເຈີນ ນັກສະຖາປະນິກ ທີ່ໄດ້ປະກອບວິຊາອາຊີບດັ່ງກ່າວມາເປັນເວລາກວ່າສາມ
ທົດສະວັດແລ້ວ ຢູ່ທີ່ນະຄອນພອດແລນ ລັດອໍເຣກັນ. ການປຸກສ້າງໃດໆກໍຕາມຢູ່ໃນ
ສະຫະລັດ ໂດຍສະເພາະຢູ່ໃນເຂດເທດສະບານ ຈະຕ້ອງໄດ້ຜ່ານການກວດກາທຸກໆ
ຂັ້ນຕອນຢ່າງເຄັ່ງຄັດ ເພື່ອໃຫ້ຖືກຕ້ອງຕາມຫລັກການ ແລະກົດດລະບຽບແຜນຜັງ
ຂອງເມືອງ ດັ່ງທ່ານທະວີ ໄດ້ກ່າວກ່ຽວກັບຂັ້ນຕອນ ການກໍ່ສ້າງສູ່ ວີໂອເອ ຟັງດັ່ງນີ້:
Your browser doesn’t support HTML5
ເຊີນຟັງການສຳພາດ ທ່ານທະວີ ທຳມະສຸກ ເຈີນ
ທ່ານທະວີ ໄດ້ອະທິບາຍກ່ຽວກັບກົດລະບຽບການກໍ່ສ້າງ ແລະຄວາມແຕກຕ່າງຂອງ
ເຄຫະສະຖານຕ່າງໆ ໃຫ້ຖືກກັບກົດລະບຽບຂອງເຂດເມືອງຕໍ່ໄປອີກວ່າ:
Your browser doesn’t support HTML5
ເຊີນຟັງການສຳພາດ ທ່ານທະວີ ທຳມະສຸກ ເຈີນ
ທ່ານທະວີ ໄດ້ປະກອບວິຊາອາຊີບເປັນນັກວິສະວະກອນໃຫ້ແກ່ບໍລິສັດ BENNER
STANGE ASSOCIATES ARCHITECTS, INC ຢູ່ທີ່ລັດອໍເຣກັນມາເປັນເວ
ລາກວ່າສາມທົດສະວັດແລ້ວ ປັດຈຸບັນນີ້ທ່ານກຳລັງອາສາສະໝັກອອກແບບ ການກໍ່
ສ້າງຫໍພິພິດທະພັນ ໃຫ້ແກ່ສັງຄົມລາວ ທີ່ຈະສ້າງຂຶ້ນຢູ່ໃນລັດໃດລັດນຶ່ງ ໃນສະຫະ
ລັດ ຊຶ່ງທ່ານໄດ້ກ່າວເຖິງແຜນການກໍ່ສ້າງດັ່ງກ່າວ ສູ່ ວີໂອເອ ຟັງດັ່ງນີ້:
Your browser doesn’t support HTML5
ເຊີນຟັງການສຳພາດ ທ່ານທະວີ ທຳມະສຸກ ເຈີນ
ນອກຈາກເປັນນັກສະຖາປະນິກອາຊີບແລ້ວ ທ່ານທະວີ ຍັງເປັນທີ່ຮູ້ຈັກກັນດີຢູ່ໃນ
ສັງຄົມລາວອາເມຣິກັນ ໂດຍສະເພາະການສະແດງເປັນນັກຮ້ອງ ມື້ລາງ ສິນລະປີນ
ອາເມຣິກັນ ທີ່ມີຊື່ສຽງຄື ທ່ານແອລວິສ ແພຣັສລີ ຊຶ່ງທ່ານທະວີ ໄດ້ກ່າວມ້ວນທ້າຍກ໋ຽວ
ກັບເລື້ອງນີ້ວ່າ
Your browser doesn’t support HTML5
ເຊີນຟັງການສຳພາດ ທ່ານທະວີ ທຳມະສຸກ ເຈີນ
ເຖິງແມ່ນວ່າທ່ານທະວີ ໄດ້ປະກອບວິຊາອາຊີບເປັນສະຖາປະນິກຢ່າງເປັນຜົນສຳ
ເລັດ ແລະໄດ້ກ່ອມອາລົມໃຫ້ແກ່ສະມາຊິກສັງຄົມລາວອາເມຣິກັນ ມາໄດ້ກວ່າສາມ
ທົດສະວັດແລ້ວກໍຕາມ ທ່ານທະວີກໍຍັງບໍ່ລົດລະທີ່ຈະດຳເນີນຄວາມມັກຮັກກັບການ
ໃຊ້ຊີວິດດັ່ງກ່າວນີ້ ຢູ່ຕໍ່ໄປອີກ.