ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວ ຂອງ ວີໂອເອ ປະຈຳແລງວັນພະຫັດ
ມື້ນີ້ ເຮົາຈະນຳເອົາການສຳພາດກັບ ທ່ານແສງດາຣາ ສຣີສະວັດໄທ ນັກວິສະວະກອນ
ກົນໄກ ດ້ານການແພດ ມາສະເໜີທ່ານ. ທ່ານແສງດາຣາ ໄດ້ເຂົ້າມາຕັ້ງຖິ່ນຖານຢູ່ໃນ
ສະຫະລັດ ກັບພໍ່ແມ່ໃນປີ 1981 ເວລານັ້ນມີອາຍຸໄດ້ 13 ປີ. ຫລັງຈາກຮຽນຈົບມັດທະ
ຍົມແລ້ວ ແສງດາຣາ ກໍໄດ້ໄປຮຽນຕໍ່ ເອົາປະລິນຍາຕີ ຝ່າຍວິສະວະກຳກົນໄກ ຈາກມະ ຫາວິທະຍາໄລ Chico ຢູ່ໃນລັດຄາລິຟໍລເນຍ. ປັດຈຸບັນນີ້ ແສງດາຣາ ເປັນຜູ້ອຳນວຍ
ການ ໃຫ້ແກ່ບໍລິສັດ Sheathing ທີ່ຜະລິດອຸບປະກອນການແພດ ຢູ່ໃນລັດຄາລີຟໍເນຍ.
ຄວາມເປັນມາຂອງທ່ານແສງດາຣາ ເປັນຢ່າງໃດນັ້ນ ກິ່ງສະຫວັນຈະນຳມາສະເໜີທ່ານ
ໃນອັນດັບຕໍ່ໄປ.
ສິ້ນສ່ວນການຜະລິດເຄື່ງມືການແພດ
Your browser doesn’t support HTML5
ເຊີນຟັງການສຳພາດ ທ່ານແສງດາຣາ ແລະຍານາງຣັດຕະນາ ສຣີສະວັດໄທ
ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ພອນສະຫວັນ ແມ່ນສິ່ງທີ່ປະເສີດເລີດລໍ້າເກີດມາພ້ອມໆ
ກັບຊີວິດຂອງບາງຄົນເທົ່ານັ້ນ ເຊັ່ນມີຫົວຄິດປະດິດສ້າງ ເຮັດແນວໃດແນວນຶ່ງໄດ້ ດ້ວຍ
ສະຕິປັນຍາຕົນເອງ ໂດຍບໍ່ໄດ້ ສຶກສາຮໍ່າຮຽນຫຍັງຫຼາຍ. ເຖິງຢ່າງໃດກໍດີ ແຕ່ກໍຍັງຕ້ອງໄດ້ໄປສຶຶກສາໃຫ້ສູງໆຢູ່ ເພື່ອສົ່ງເສີມເຕີມຕໍ່ພັດທະນາຕົນເອງໄປສູ່ຜົນສຳເລັດ.
ທ່ານແສງດາລາ ແມ່ນຄົນອາເມຣິກັນເຊື້ອສາຍລາວ ມີພອນສະຫວັນດ້ານກົນໄກ ມັກ
ແປງເຄື່ອງຈັກ ມັກປະດິດຄິດສ້າງມາແຕ່ຍັງນ້ອຍ ໂດຍທີ່ພໍ່ແມ່ບໍ່ໄດ້ແນະນຳບອກສອນ
ນຳການສຶກສາຫຍັງຫຼາຍ. ແສງດາຣາມີໂອກາດໄດ້ຮໍ່າຮຽນເໝືອນກັບບັນດາເຍົາວະ
ຊົນອື່ນໆ ທີ່ໄດ້ເຂົ້າມາຕັ້ງຖິ່ນຖານຢູ່ໃນສະຫະລັດ. ດ້ວຍການສະແຫວງຫາການຮຽນ
ໃນວິຊາທີ່ຕົນມັກ ແສງດາຣາ ຈຶ່ງໄດ້ຮຽນຈົບຈາກ ມະຫາວິທະຍາໄລ Chico ຢູ່ໃນລັດ
ຄາລີຟໍເນຍ ຢ່າຍວິຊະວະກັມກົນໄກ ດ້ານການແພດ ແລະໄດ້ເລີ້ມເຮັດວຽກ ໃຫ້ແກ່ບໍ
ລິສັດ Sheathing Technology ອອກແບບ ເຄື່ອງໃຊ້ປິ່ນປົວ ດ້ານການແພດ ທີ່ໃຊ້
ແຫຍ່ເຂົ້າໄປກວດສ່ອງເບິ່ງທາງໃນຂອງຮ່າງກາຍ ຊຶ່ງທ່ານແສງດາຣາໄດ້ອະທິບາຍຕໍ່
ວີໂອເອ ຟັງດັ່ງນີ້:
ສ່ວນນຶ່ງຂອງເຄື່ອງຈັກຜະລິດເຄື່ອງມືການແພດ.
Your browser doesn’t support HTML5
ເຊີນຟັງການສຳພາດ ທ່ານແສງດາຣາ ສຣີສະວັດໄທ
ເຄື່ອງມືທີ່ໃຊ້ກວດ ເພື່ອປິ່ນປົວຄົນເຈັບເປັນເລື້ອງສະລັບສັບຊ້ອນ ທີ່ຜູ້ບໍ່ມີພື້ນຖານດ້ານ
ກົນໄກ ຮຽນຮູ້ກ່ຽວກັບດ້ານການແພດ ຈະສາມາດເຂົ້າໃຈໄດ້ຍາກ. ເພາະສະນັ້ນພວກ
ນາຍແພດ ຈຶ່ງຕ້ອງໄດ້ເປັນຜູ້ຮຽນຮູ້ ເຂົ້າໃຈໃຊ້ເຄື່ອງມືດັ່ງກ່າວ ທີ່ໄດ້ຖືກປັບປຸງ ຜະລິດ
ອອກມາໃຫ້ໃຊ້ ແຕ່ລະສອງປີ ແລະນີ້ເປັນໜ້າທີ່ຮັບຜິດຊອບຂອງທ່ານແສງດາຣາ ຊຶ່ງ
ທ່ານໄດ້ກ່າວຕໍ່ ວີໂອເອ ດັ່ງນີ້:
Your browser doesn’t support HTML5
ເຊີນຟັງການສຳພາດ ທ່ານແສງດາຣາ ສຣີສະວັດໄທ
ຢູ່ໃນສະຫະລັດອາເມຣິກາ ມີກົດໝາຍບັງຄັບໃຊ້ ຢ່າງເຄັ່ງຄັດ ຕໍ່ຜະລິດຕະພັນຕ່າງໆ
ກ່ອນຈະອອກນຳຂາຍ ແລະນຳໃຊ້ ດັ່ງໂຕຢ່າງ ເຄື່ອງມືດ້ານການແພດຂອງ ບໍລິສັດ Cheathing ຊຶ່ງເປັນບໍລິສັດດຽວຢູ່ໃນສະຫະລັດ ເປັນບໍລິສັດນ້ອຍໆຂອງຄອບຄົວນຶ່ງ
ທີ່ທ່ານແສງດາຣາ ເປັນຜູ້ອຳນວຍການແລະອອກແບບ ຊຶ່ງທ່ານໄດ້ອະທິບາຍຕໍ່ໄປວ່າ:
Your browser doesn’t support HTML5
ເຊີນຟັງການສຳພາດ ທ່ານແສງດາຣາ ສຣີສະວັດໄທ
ພອນສະຫວັນເປັນສິ່ງທີ່ປະເສີດເລີດລໍ້າ ການສຶກສາແມ່ນແສງທຽນ ແຍງທາງໄປສູ່ຜົນ
ສຳເລັດ ເພື່ອອະນາຄົດ ສິດເສລີພາບ ແລະຄວາມສະເໝີພາບ ແມ່ນສິດທິມະນຸດທີ່ໝົດ
ທຸກຄົນປາດຖະໜາ ທີ່ຫຼາຍປະເທດຍັງກີດກັ້ນຕ້ານຄວາມຈະເລີນຢູ່. ທ່ານແສງດາຣາ
ເກີດຢູ່ປະເທດລາວ ໄດ້ກາຍມາເປັນອາເມຣິກັນເຊື້ອສາຍລາວ ເວລາທ່ານຍັງເປັນເດັກ
ນ້ອຍຢູ່ ບໍ່ມີເຄື່ອງຫລິ້ນເໝືອນດັ່ງເດັກນ້ອຍຢູ່ໃນບັນດາປະເທດອຸດສາຫະກຳ. ທ່ານ
ຕ້ອງໄດ້ປະດິດຄິດສ້າງເຄື່ອງຫລິ້ນດ້ວຍຕົນເອງ ແລະມັກສ້ອມ ແປງເຄື່ອງຈັກ. ເວລາ
ຕົກມາຢູ່ໃນສະຫະລັດອາເມຣິກາ ທ່ານແສງດາຣາ ຈຶ່ງໄດ້ພິສູດໃຫ້ເຫັນອີກຄົນນຶ່ງທີ່ປະ
ສົບຜົນສຳເລັດໃນດ້ານການສຶກສາ ແລະເປັນພົນລະເມືອງດີຂອງຊາດ ທ່ານໄດ້ກາຍ
ມາເປັນນັກຜະລິດຄິດສ້າງ ເພື່ອຜົນປະໂຫຍດ ຂອງສັງຄົມທົ່ວໆໄປ. ທ່ານແສງດາຣາ
ໄດ້ກ່າວເຖິງຄວາມມັກຮັກ ດ້ານກົນໄກ ແລະການສ້າງລາຍໄດ້ ປະຈຳປີຂອງທ່ານ ສູ່
ວີໂອເອຟັງ ດັ່ງນີ້ :
Your browser doesn’t support HTML5
ເຊີນຟັງການສຳພາດ ທ່ານແສງດາຣາ ສຣີສະວັດໄທ
ທ່ານແສງດາຣາ ສຣີສະວັດໄທ ແລະຄອບຄົວປັດຈຸບັນນີ້ຕັ້ງຖິ່ນຖານຢູ່ເມືອງໂຮລິສເຕີ
ລັດຄາລິຟໍເນຍ ມີບ້ານເຮືອນ ແລະໜ້າທີ່ວຽກການທີ່ໜ້າສັນລະເສີນ. ຫວ່າງມໍ່ໆມານີ້
ພັນລະຍາຂອງທ່ານ ຍານາຣັດຕະນາ ໄດ້ຢຸດເຮັດວຽກໂດຍທີ່ບໍ່ມີຄວາມຈຳເປັນເຮັດຕໍ່
ໄປອີກຈາກການບໍລິຫານເປັນເຈົ້າຂອງທຸລະກິດຮ້ານເສີມສວຍສອງຮ້ານມາເປັນເວລາ
18 ປີຍານາງໄດ້ໃຫ້ເຫດຜົນຂອງການຢຸດບໍ່ເຮັດວຽກຕໍ່ດັ່ງນີ້:
ຍານາງຣັດຕະນາ ສຣີສະວັດໄທ.
Your browser doesn’t support HTML5
ເຊີນຟັງການສຳພາດ ຍານາງຣັດຕະນາ ສຣີສະວັດໄທ
ບັດນີ້ຍານາງໄດ້ມາດູແລລູກເຕົ້າໃນການຮໍ່າຮຽນເພື່ອອະນາຄົດອັນແຈ່ມໃສ. ນີ້ແມ່ນໂຕ
ຢ່າງອາເມຣີກັນເຊື້ອສາຍລາວອີກຄອບຄົວນຶ່ງ ທີ່ປະສົບຜົນສຳເລັດ ຂອງການດຳລົງຊີ
ວິດຢູ່ໃນສະຫະລັດອາເມຣິກາ.