ທ່ານລຳແກ້ວ ສຸນດາຣາ ໄດ້ປະສົບກັບໄພອັນຕະລາຍຕໍ່ຊີວິດ ເມື່ອຫິມະຂະໜາດແຮງ ຕົກທີ່ລັດເທັກຊັສ

Your browser doesn’t support HTML5

ວີດີໂອບັນທຶກໂດຍທ່ານລຳແກ້ວ ສຸນດາຣາ ເມື່ອພາຍຸຫິມະຂະໜາດແຮງ ຕົກລົງໃສ່ເຂດເມືອງດາລລັສ ແລະເມືອງໃຫຍ່ອື່ນໆຂອງລັດເທັກຊັສ ໃນວັນທີ 12 ກຸມພາ, 2021.

Your browser doesn’t support HTML5

ທ່ານລຳແກ້ວ ສຸນດາຣາ ໄດ້ປະສົບກັບ ໄພອັນຕະລາຍຕໍ່ຊີວິດ ເມື່ອຫິມະຂະໜາດໃຫຍ່ ຕົກໃສ່ລັດເທັກຊັສ

ທ່ານລຳແກ້ວ ສຸນດາຣາ ອາໄສຢູ່ໃນເມືອງດາລັສ ລັດເທັກຊັສ ມາໄດ້ 35 ປີແລ້ວ ນັບຕັ້ງແຕ່ໄດ້ເຂົ້າມາຕັ້ງຖິ່ນຖານຢູ່ໃນສະຫະລັດ ຊຶ່ງໃນວັນທີ 11 ກຸມພາທີ່ຜ່ານມາ ໄດ້ມີພະຍຸຫິມະຕົກໜັກຢູ່ໃນເຂດລັດເທັກຊັສເປັນເວລາຫຼາຍວັນ ອັນ ເປັນເຫດການທີ່ບໍ່ຄ່ອຍເກີດຂຶ້ນແລະເສັ້ນທາງຫຼວງເປັນນ້ຳກ້ອນ ກໍ່ໃຫ້ເກີດອຸບັດຕິເຫດລົດຕຳກັນ ຢ່າງຫຼວງຫຼາຍດັ່ງທີ່ ທ່ານລຳແກ້ວ ກ່າວສູ່ຟັງວ່າ:

Your browser doesn’t support HTML5

ທ່ານລຳແກ້ວ ກ່າວກ່ຽວກັບ ອຸບັດຕິເຫດລົດຕຳກັນຫຼາຍຄັນຢູ່ທາງຫຼວງ ຍ້ອນທາງເປັນນ້ຳກ້ອນ

ນອກຈາກທາງຫຼາຍສາຍ ເປັນນ້ຳກ້ອນແລ້ວ ອຸນຫະພູມໃນລັດດັ່ງກ່າວ ກໍໄດ້ຫລຸດລົງເຖິງ 5 ອົງສາຟາເຣັນໄຮ ເທົ່າກັບ -15 ອົງສາແຊລເຊີສຫຼາຍມື້ຕິດຕໍ່ກັນ ຖືວ່າຕ່ຳສຸດເປັນປະຫວັດການໂດຍສົ່ງຜົນໃຫ້ໂຮງງານໄຟຟ້າທີ່ໃຊ້ແກັສທຳມະຊາດ ພ້ອມທັງໃບກັງຫັນລົມຜະລິດໄຟຟ້າທັງຫຼາຍ ແຂງເປັນນ້ຳກ້ອນ ເຮັດໃຫ້ບໍ່ສາມາດສະໜອງໄຟຟ້າຢູ່ໃນຫຼາຍໆເຂດທົ່ວລັດເທັກຊັສ ດັ່ງທີ່ທ່ານລຳແກ້ວ ເລົ່າສູ່ຟັງວ່າ:

Your browser doesn’t support HTML5

ທ່ານລຳແກ້ວ ກ່າວກ່ຽວກັບ ການຢູ່ໃນຄອນໂດໂດດດ່ຽວ ເປັນເວລາ 3 ວັນ

ທ່ານລຳແກ້ວ ກ່າວວ່າ ທ່ານຢູ່ຄອນໂດຄົນດຽວປາສະຈາກໄຟຟ້າແລະນ້ຳໃຊ້ເປັນເວລາສາມວັນ ພ້ອມທັງອຸນຫະພູມ ກໍຕ່ຳລົງຫຼາຍໃນແຕ່ລະມື້ ກໍເຫັນວ່າສະພາບການແມ່ນບໍ່ປອດໄພ ທ່ານຈຶ່ງຕັດສິນໃຈ ຍ້າຍໄປຢູ່ເຮືອນນ້ອງຊາຍຂອງທ່ານທີ່ຢູ່ບໍ່ໄກ ແຕ່ຕ້ອງໄດ້ຂັບລົດໄປໃນເສັ້ນທາງທີ່ຍັງເປັນນ້ຳກ້ອນຢູ່ ຈຶ່ງໃຊ້ເວລາເປັນຊົ່ວໂມງ ຊຶ່ງຕາມທຳມະດາແລ້ວ ໃຊ້ເວລາພຽງ 15 ນາທີເທົ່ານັ້ນ.

Your browser doesn’t support HTML5

Video taken by Mr. Lamkeo Soundara after snow fall had stop at his brother's home in Dallas, Texas.