ທ່ານ ແຄວິນ ກອງສະມິດ ກ່າວເຖິງປະສົບການ ຫຼິ້ນສະກີຢູ່ພູ ຮູດ ລັດອໍເຣກັນ

ທ່າແຄວິນ ກອງສະມິດ ຖ່າຍຮູບຢູ່ພູ ຮູດ (Mt Hood) ລັດອໍເຣກັນ.

ລະດູໜາວໄດ້ມາເຖິງແລ້ວ ພ້ອມດ້ວຍຫິມະກໍໄດ້ຕົກລົງມາບາງບ່ອນ ໂດຍສະເພາະຢູ່ເທິງເຊິ່ງເໝາະສົມສຳລັບການຫຼິ້ນສະກີ. ບັດນີ້ສະຖານທີ່ຫຼິ້ນສະກີຫິມະຢູ່ໃນສະຫະລັດ ຫຼາຍໆແຫ່ງ ຈາກພາກຕາເວັນອອກຫາພາກຕາເວັນຕົກ ແມ່ນໄດ້ມີຫິມະປົກຄຸມຫຼາຍພອມສົມຄວນ. ພວກ ນັກຫຼິ້ນສະກີໄດ້ພາກັນກະກຽມອຸປະກອນຂອງເຂົາເຈົ້າເຊັ່ນວ່າ ເຄື່ອງນຸ່ງ ປ້ອງກັນອາກາດເຢັນ, ໝວກ, ແວນຕາກັນແສງແດດ ຊົບມື, ເກີບ ແລະ ແປ້ນສະກີ.

ໃນບັນດາຄົນທີ່ມັກຫຼິ້ນກະສີນັ້ນ ກໍແມ່ນທ່ານ ແຄວິນ ກອງສະມິດ ເຊິ່ງລາວມັກໃຊ້ເວລາພັກທ້າຍອາທິດ ພາຄອບຄົວໄປຫຼິ້ນສະກີ ເພື່ອຫາຄວາມມ່ວນຊື່ນ ກັບບັນຍາກາດ ຊຶ່ງທ່ານແຄວິນ ກອງສະມິດໄດ້ກ່າວຕໍ່ວີໂອເອຟັງດັ່ງນີ້:

Your browser doesn’t support HTML5

ເຊີນຟັງທ່ານແຕວິນ ກອງສະມິດ

ການຫຼິ້ນສະກີຫິມະ ເປັນກິລາທີຕ້ອງໄດ້ໃຊ້ຈ່າຍເງິນພໍສົມຄວນ ຈາກຫຼາຍຮ້ອຍ ໂດລາ ໄປ
ເຖິງພັນກວ່າໂດລາ ເພື່ອຊື້ ຫຼືເຊົ່າອຸປະກອນການຫຼິ້ນ ການຮຽນຄ່າອາຫານການກິນ ແລະ
ສະຖານທີ່ບ່ອນພັກເຊົາເລົ່ານີ້ເປັນຕົ້ນ.