ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງວີໂອເອ ປະຈຳແລງວັນພະຫັດ
ມື້ນີ້ ເຮົາຈະໃຫ້ທ່ານໄດ້ຟັງການສຳພາດກັບ ທ່ານເຊີ ວັງ ອະດີດນາຍພັນເອກກອງທັບ
ແຫ່ງພະລາດຊະອານາຈັກລາວ ຊຶ່ງປັດຈຸບັນນີ້ ຜູ້ກ່ຽວເປັນຜູ້ປະສານງານດ້ານປະຊາ
ສຳພັນໃຫ້ແກ່ ບໍລິສັດຜະລິດເກີບແມັກເຣ ຢູ່ທີ່ລັດຄາໂຣໄລນາເໜືອ ທີ່ຮັບເໝົາຜະລິດ
ເກີບໃຫ້ແກ່ກອງທັບສະຫະລັດ. ທ່ານເວົ້າວ່າ ຢູ່ໂຮງງານແຫ່ງນີ້ ມີພະນັກງານອາເມຣິ
ກັນ ເຊື້ອສາຍລາວ ແລະຊາວເອເຊຍຕ່າງໆ ພາກັນປະກອບວິຊາອາຊີບ ເຮັດວຽກຢູ່.
ຄວາມເປັນມາຂອງທ່ານເຊີ ວັງ ແລະບໍລິສັດແມັກເຣ ເປັນຢ່າງໃດ ກິ່ງສະຫວັນຈະມາ
ອະທີບາຍສູ່ທ່ານຟັງ.
Your browser doesn’t support HTML5
ເຊີນຟັງການສຳພາດ ທ່ານເຊີ ວັງ ຫົວໜ້າປະຊາສຳພັນ ອຸດສາຫຳກໍາ ເຮັດເກີບບຸຕ
ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ມື້ນີ້ຂ້າພະເຈົ້າຈະນຳພາພວກທ່ານ ໄປຢ້ຽມຢາມ ໂຮງ
ງານຜະລິດເກີບໂບກ ຫຼືເກີບທະຫານມີຊື່ວ່າ ແມັກເຣ (McRae) ແຕ່ກ່ອນເປັນບ່ອນ
ເຮັດເກີບເດັກນ້ອຍ ຕັ້ງຂຶ້ນມາໃນປີ 1959. ຕົກມາເຖິງປີ 1966 ລະຫວ່າງສົງຄາມ
ຫວຽດນາມ ບໍລິສັດແມັກເຣ ໄດ້ຮັບສັນຍາຈາກລັດຖະບານສະຫະລັດ ໃຫ້ຜະລິດເກີີບ
ໂບກ (boot) ໃຫ້ແກ່ທະຫານໃສ່ຢູ່ໃນສະໜາມລົບ. ບໍລິສັດແມັກເຣ ໄດ້ຮັບໃຊ້ກອງທັບສະຫະລັດ ແລະບັນດາປະເທດພັນທະມິດມາໄດ້ 40 ກວ່າປີແລ້ວ. ນອກຈາກນັ້ນບໍລິ
ສັດແມັກເຣ ຍັງໄດ້ຜະລິດເກີບບຸດຕ່າງໆໃຫ້ແກ່ພົນລະເຮືອນອີກດ້ວຍ.
ພະນັກງານຫຍິບເກີບ
ໃນຊຸມປີ 1980 ບໍລິສັດແມັກເຣ ໄດ້ຕັ້ງໂຮງງານຂຶ້ນໃໝ່ອີກແຫ່ງນຶ່ງຢູ່ໃນລັດຄາໂລ
ໄລນາເໜືອ ຕັ້ງຢູ່ທາງພາກໃຕ້ຂອງສະຫະລັດ. ຂົງເຂດແຫ່ງນີ້ເວລານັ້ນຖືວ່າຍັງເປັນ
ເຂດຊົນນະບົດ ແລະເກືອບວ່າບໍ່ມີປະຊາກອນເອເຊຍເລີຍ. ບັດນີ້ໄດ້ກາຍມາເປັນ
ເມືອງ ທີ່ມີປະຊາກອນອາເມຣິກັນເຊື້ອລາວ-ມົ້ງ-ຫວຽດນາມ-ກຳປູເຈຍ ແລະອື່ນໆ
ຢ່າງຫຼວງຫຼາຍ ທີ່ໄດ້ພາກັນຕັ້ງບ້ານເຮືອນ ແລະປະກອບວິຊາອາຊີບຕ່າງໆ ໂດຍ
ສະເພາະຢູ່ໂຮງງານແມັກເຣ ທີ່ຜະລິດເກີບໃຫ້ແກ່ທະຫານສະຫະລັດ. ທ່ານເຊີ ວັງ
ອະດີດນາຍພັນເອກ ກອງທັບແຫ່ງພະລາຊະອານາຈັກລາວ ແມ່ນຜູ້ປະສານງານ
ການເຮັດວຽກຢູ່ໂຮງງານ ແມັກເຣ ແຫ່ງນີ້ໄດ້ກ່າວເຖິງຄວາມເປັນມາຕໍ່ ວີໂອເອ ວ່າ:
ພະນັກງານຫຍິບເກີບ
Your browser doesn’t support HTML5
ເຊີນຟັງການສຳພາດ ທ່ານເຊີ ວັງ
ການປະກອບວິຊາອາຊີບຢູ່ໃນສະຫະລັດ ຫລາຍໆບໍລິສັດ ໄດ້ຕັ້ງລະບົບຜົນກຳໄລ
ຕ່າງໆ ໃຫ້ແກ່ພວກພະນັກງານບໍ່ຄືກັນ ເຊັນວ່າເບ້ຍບໍານານ ການປິ່ນປົວສຸຂະພາບ
ການພັກການ ແລະອື່ນໆ. ທ່ານວັງ ເຊີ ໄດ້ກ່າວເຖິງຜົນປະໂຫຍດຂອງການເຮັດວຽກ
ໃຫ້ແກ່ບໍລິສັດ ແມັກເຣ ມີດັ່ງນີ້:
ໜັງງົວ ທີ່ນຳມາຜະລິດເກີບ.
Your browser doesn’t support HTML5
ເຊີນຟັງການສຳພາດ ທ່ານເຊີ ວັງ
ໃນຂັ້ນຕົ້ນໆຂອງການຕັ້ງບໍລິສັດ ໃນປີ 1987 ນັ້ນ ພວກພະນັກງານໃໝ່ ອາດຈະມີ
ປະສົບການເຮັດວຽກ ມີພື້ນຖານເປັນຊາວໄຮ່ຊາວສວນ ຫລືວຽກການໃດໆກໍຕາມ
ແຕ່ເຂົາເຈົ້າທຸກຄົນ ຕ້ອງໄດ້ຮັບການອົບຮົມ ຮຽນຮູ້ກ່ຽວກັບການຜະລິດເກີບວ່າເລີ້ມ
ຕົ້ນຂັ້ນທຳອິດນັ້ນຢ່າງໃດ ຊຶ່ງທ່ານໄດ້ກ່າວສູ່ ວີໂອເອ ຟັງດັ່ງນີ້:
ພະນັກງານຫຍິບເກີບ
Your browser doesn’t support HTML5
ເຊິນຟັງການສຳພາດ ທ່ານເຊີ ວັງ
ໃນຊຸມປີ 1980 ເປັນເວລາທີ່ມີປະຊາກອນອົບພະຍົບອິນດູຈີນ ພາກັນເຂົ້າມາຕັ້ງຖິ່ນ
ຖານຢູ່ໃນສະຫະລັດ ຫລາຍທີ່ສຸດ ທັງໄດ້ແຈກຢາຍກັນໄປຢູ່ທົ່ວສະຫະລັດ. ບັນດາ
ຊາວອົບພະຍົບທີ່ມາຈາກລາວ ກຳປູເຈຍ ແລະຫວຽດນາມ ຫລາຍໆຄອບຄົວທີ່ກຳ
ລັງພາກັນຕັ້ງຊີວິດໃໝ່ ໄດ້ພາກັນຊອກຫາວຽກເຮັດງານທຳ ບໍ່ລື້ງເຄີຍກັບດິນຟ້າ
ອາກາດ ແລະສິ່ງແວດລ້ອມໃໝ່. ເພາະສະນັ້ນຈຶ່ງເປັນໂອກາດອັນດີ ທີ່ທ່ານເຊີ ວັງ
ໄດ້ສວາຍເອົາໂອກາດນີ້ຊັກສວນເອົາບັນດາຊາວອົບພະຍົບຜູ້ມາຮອດໃໝ່ ຍົກ
ຍ້າຍມາຕັ້ງບ້ານໃໝ່ນຳຕົນ ພ້ອມທັງມີວຽກເຮັດງານທຳໃຫ້ເຂົາເຈົ້າ ບ່ອນທີ່ມີອາ
ກາດອົບອຸ່ນ ແລະສາມາດປູກຝັງໄດ້ດີ ຊຶຶ່ງທ່ານເຊີ ວັງ ໄດ້ກ່າວມ້ວນທ້າຍດັ່ງນີ້:
ເກິບທີ່ຜະລິດແລ້ວ.
Your browser doesn’t support HTML5
ເຊີນຟັງການສຳພາດ ທ່ານເຊີ ວັງ
ນັ້ນແມ່ນໂຕຢ່າງນຶ່ງຂອງການຕັ້ງຊີວິດໃໝ່ ຢູ່ທີ່ເມືອງມົງແກລີ ລັດຄາໂຣໄລນາເໜືອ
ສະຫະລັດອາເມຣິກາ ທີ່ໄດ້ເລີ້ມຂຶ້ນເມື່ອສາມທົດສະວັດຜ່ານມາ ຊຶ່ງແຕ່ກ່ອນ ເມືອງ
ດັ່ງກ່າວນີ້ ເປັນບ່ອນສອກຫລີກ ເຕັມໄປດ້ວຍປ່າດົງອ້ອມ ແຕ່ບັດນີ້ໄດ້ກາຍເປັນເມືອງ
ທີ່ມີໂຮງຈັກໂຮງງານ ແລະມີປະຊາກອນອາເມຣິກັນເຊື້ອສາຍລາວ ແລະມາຈາກປະ
ເທດອື່ນໆ ພາກັນມາຕັ້ງຖິ່ນຖານຢູ່ຢ່າງເປັນຫຼັກເປັນແລ່ງ.