ປະເທດໂມຊຳບິກ ແລະບັນດາອົງການໃຫ້ຄວາມຊ່ວຍເຫຼືອຕ່າງໆ ເລີ້ມສັກຢາວັກຊີນ
ກັນໂຣກອະຫິວາ ໃນວັນພຸດຜ່ານມາ ທີ່ເມືອງທ່າ ເບຣາ ເພື່ອໃຫ້ການປ້ອງກັນແກ່ປະ
ຊາຊົນເກືອບນຶ່ງລ້ານຄົນ ທີ່ໄດ້ຮັບຜົນກະທົບຈາກລົມພາຍຸໄຊໂຄລນອີແດ. ພວກເຈົ້າ
ໜ້າທີ່ສາທາລະນະສຸກພວມເລັ່ງມືຫາທາງຍຸຕິການລະບາດ ຂອງພະຍາດດັ່ງກ່າວ ທີ່
ເຮັດໃຫ້ມີຜູ້ເສຍຊີວິດໄປແລ້ວ ບໍ່ຕ່ຳກວ່າ 2 ຄົນ ແລະຫຼາຍກວ່ານຶ່ງພັນຄົນ ລົ້ມປ່ວຍ.
ໂມຮຳເໝັດ ຢູຊັບ ມີລາຍງານ ຈາກເມືອງເບຣາ ຊຶ່ງໄພສານ ຈະນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງລາຍງານ ໂມຊຳບິກ ປຸກລະດົມ ໃຫ້ສັກຢາ ກັນໂຣກ ອະຫິວາ
ພວກເຂົາເຈົ້າ ແຕ່ລະຄົນ ແມ່ນພາກັນມາຊັກຢາ ປ້ອງກັນໂຣກອະຫິວາ. ນາງ Aida
Francisco ຜູ້ປະສົບໄພ ລົມພາຍຸໄຊໂຄລນອີແດ ກ່າວວ່າ:
“ຂ້ອຍເຂົ້າແຖວ ຍ້ອນຂ້ອຍຢ້ານໂຣກທີ່ເອີ້ນວ່າອະຫິວາ ຍ້ອນເປັນໂຣກທີ່ເຮັດໃຫ້ຜູ້
ຄົນຕ້ອງເສຍຊີວິດພາຍໃນ 24 ຊົ່ວໂມງ. ນັ້ນຄືເຫດຜົນທີ່ຂ້ອຍຕ້ອງມາທີ່
ນີ້ ເພື່ອສັກຢາກັນໂຣກ.”
ພວກເຄາະຮ້າຍຊາວໂມຊຳບິກຈາກລົມພາຍຸໄຊໂຄລນອີແດ ຊຶ່ງໄດ້ພັດເຂົ້າຖະຫຼົ່ມປະ
ເທດດັ່ງກ່າວດ້ວຍລົມແຮງແລະມີຝົນຕົກໜັກ ເມື່ອກາງເດືອນມີນາຜ່ານມາ.
ພວກເຂົາເຈົ້າໄດ້ລອດຊີວິດມາໄດ້ ຈາກລົມພາຍຸໄຊໂຄລນອີແດ ແຕ່ສິ່ງສົກກະປົກທີ່
ໄຫຼມານຳນ້ຳ ໄດ້ພາໃຫ້ເກີດການລະບາດຂອງໂຣກອະຫິວາຊຶ່ງເປັນເຊື້ອແບັກທີເຣຍ
ທີ່ແຜ່ຜາຍ ຍ້ອນນ້ຳທີ່ເປິເປື້ອນ. ທ້າວມາເຊໂລ ຊັງໂກລາເນ ຜູ້ປະສົບໄພ ອີກຄົນນຶ່ງ
ກ່າວວ່າ:
“ສິ່ງທີ່ຂ້ອຍຮູ້ຈັກກ່ຽວກັບອະຫິວາກໍຄືວ່າ ມັນເປັນໂຣກທີ່ຮ້າຍແຮງ. ຖ້າມີການລະ
ບາດຢູ່ໃນ ຊຸມຊົນແລ້ວ ມັນຈະເຮັດໃຫ້ມີຫຼາຍຄົນ ເສຍຊີວິດ. ຂ້ອຍມາເຂົ້າແຖວ
ຢູ່ນີ້ ກໍເພື່ອປ້ອງກັນ ຂ້ອຍເອງ ບໍ່ໃຫ້ຕິດໂຣກອະຫິວາ.”
ເຈົ້າໜ້າທີ່ສາທາລະນະສຸກເລີ້ມທຳການປຸກລະດົມໃຫ້ຊັກຢາວັກຊີນກັນໂຣກກໍເພື່ອ
ຫາທາງຍຸຕິ ຜູ້ປ່ວຍເປັນໂຣກອະຫິວາ ທີ່ເພີ້ມຈຳນວນຂຶ້ນ ຢ່າງເປັນວ່ອງໄວ. ນາງລູ
ເຊຍ ລູອິສ ຟຣັງຊິສໂກ ຜູ້ປະສົບໄພ ລົມພາຍຸໄຊໂຄລນອີແດ ອີກຄົນນຶ່ງ ໃຫ້ຄວາມ
ເຫັນດັ່ງນີ້:
ໂມຊຳບິກ ຊິມບັບເວ ແລະ ມາລາວີ ແມ່ນສາມປະເທດ ທີ່ໄດ້ຮັບຜົນກະທົບ ຈາກລົມພາຍຸໄຊໂຄລນອີແດ
“ຂ້ອຍຕ້ອງການ ໃຫ້ປອດຈາກເຊື້ອໂຣກນີ້ ແລະມີສຸຂະພາບແຂງແຮງ ຍ້ອນວ່າ ໂຣກອະຫິວາເອົາຊີວິດຜູ້ຄົນ.”
ເຈົ້າໜ້າທີ່ສາທາລະນະສຸກ ໄດ້ຕັ້ງສູນກາງປິ່ນປົວພວກທີ່ເປັນໂຣກອະຫິວາຂຶ້ນເພື່ອ
ແຍກພວກທີ່ເປັນໂຣກດັ່ງກ່າວອອກຈາກຊຸມຊຸມ. ທ່ານນາງມາຣີອາ ມັດຊິນ ຮອງອະ
ທິບໍດີພະແນກສາທາລະນະສຸກຂອງໂມຊຳບິກ ກ່າວກ່ຽວກັບເລື້ອງນີ້ວ່າ:
“ພວກເຮົາຈະຢັບຢັ້ງການລະບາດ ພວກເຮົາຈະຊ່ວຍຊີວິດ ພວກເຮົາຈະຊ່ວຍບໍ່
ໃຫ້ຜູ້ຄົນລົ້ມປ່ວຍ ແລະພວກເຮົາເຊື່ອວ່າ ຖ້າຜູ້ຄົນບໍ່ປ່ວຍແລ້ວ ພວກເຂົາເຈົ້າກໍ
ຈະມີສຸຂະພາບດີ. ດັ່ງນັ້ນ ມັນຈະຊ່ວຍພວກເຂົາເຈົ້າແລະພວກເຂົາເຈົ້າກໍຈະສາ
ມາດສືບຕໍ່ຊ່ວຍບູລະນະສ້າງສາໄດ້.”
ໂຣກອະຫິວາ ເຮັດໃຫ້ມີການລົງທ້ອງ ຢ່າງຮ້າຍແຮງ ຊຶ່ງພາໃຫ້ມີການສູນເສຍນ້ຳ
ແລະຮ່າງກາຍຂາດນ້ຳຢ່າງແຮງ ຊຶ່ງພາໃຫ້ມີການເສຍຊີວິດໄດ້ ຖ້າຫາກບໍ່ໄດ້ຮັບ
ການປິ່ນປົວທັນເວລາ.