ພໍ່ແມ່ຜູ້ໃດ ທີ່ບໍ່ຢາກ ລ້ຽງລູກຂອງພວກຕົນ ໃຫ້ເກັ່ງຂຶ້ນ ວ່ອງ
ໄວຂຶ້ນ ສະຫຼາດຂຶ້ນ ໃຫ້ມີຄວາມສາມາດຫຼາຍຂຶ້ນ ແດ່? ເຖິງ
ແມ່ນວ່າພວກພໍ່ແມ່ທີ່ເປັນມະນຸດ ບໍ່ສາມາດເຮັດດັ່ງນັ້ນໄດ້
ແຕ່ຫຸ່ນຍົນ ທີ່ຜະລິດລູກເຕົ້າ ຂອງພວກມັນເອງ ສາມາດ
ເຮັດໄດ້. ບັນດານັກວິທະຍາສາດ ຢູ່ທີ່ ມະຫາວິທະຍາໄລ
Cambridge ໃນອັງກິດ ໄດ້ປະດິດສ້າງ ຫຸ່ນຍົນແມ່ ທີ່ບໍ່ພຽງ
ແຕ່ຜະລິດລູກເຕົ້າ ຂອງມັນເອງໄດ້ ເທົ່ານັ້ນ ແຕ່ຍັງທົດສອບ
ການປະຕິບັດງານ ຂອງພວກເຂົານຳດ້ວຍ. ຜູ້ສື່ຂ່າວວີໂອເອ
Deborah Block ມີລາຍລະອຽດເພີ້ມຕື່ມ ຊຶ່ງໄຊຈະເລີນສຸກ
ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.
Your browser doesn’t support HTML5
ມັນເປັນຫຸ່ນຍົນ ໃນຮູບແບບ ຂອງກົດເກນທຳມະຊາດ ທີ່ກຳນົດວ່າ ຜູ້ທີ່ມີສຸຂະພາບ
ສົມບູນທີ່ສຸດ ສາມາດມີຊີວິດຢູ່ລອດໄດ້. ຫຸ່ນຍົນແມ່ ວິເຄາະ ການປະຕິບັດງານຂອງ
“ພວກລູກ” ແຕ່ລະໂຕ ທີ່ມັນໄດ້ຜະລິດ ອອກມາ ແລະ ນຳເອົາຄຸນລັກສະນະພິເສດ
ຕ່າງໆ ປະກອບເຂົ້າໃສ່ຫຸ່ນຍົນລຸ້ນຕໍ່ໄປ.
ທ່ານ Andre Rosendo ນັກຄົ້ນຄວ້າວິທະຍາສາດ ເວົ້າວ່າ “ໃນຂະນະທີ່ ຜູ້ເປັນແມ່
ຜະລິດພວກເຂົາອອກມາ ແລະສົ່ງພວກເຂົາໄປເຮັດ ວຽກ ນາງຈະປະເມີນຜົນ
ວ່າ ພວກເຂົາປະພຶດຈັ່ງໃດ ແລະນາງຈະໃຊ້ຂໍ້ມູນ ຈາກພຶດຕິກຳອັນນີ້ ເພື່ອສ້າງ
ພວກຫຸ່ນຍົນລຸ້ນຕໍ່ໄປ.”
ມັນບໍ່ມີການແຊກແຊງຂອງມະນຸດ ຍົກເວັ້ນແຕ່ ຄຳສັ່ງຂອງຄອມພິວເຕີ້ ເພື່ອຜະລິດ
ຫຸ່ນຍົນທີ່ສາມາດ ເຄື່ອນຍ້າຍ ຈາກບ່ອນນຶ່ງ ໄປຫາອີກບ່ອນນຶ່ງ. ຫຸ່ນຍົນແມ່ ສ້າງພວກ
ລູກເຕົ້າຂອງມັນ ດ້ວຍການໃຊ້ກາວຕິດ ຊິ້ນສ່ວນຕ່າງໆ ເຂົ້າກັບພວກເຄື່ອງຈັກນ້ອຍໆ
ຢູ່ພາຍໃນ ທີ່ມີຮູບຮ່າງທີ່ແຕກຕ່າງກັນ. ຕໍ່ຈາກນັ້ນ ມັນຈະເບິ່ງວ່າ ພວກລູກເຕົ້ານັ້ນ ຈະ
ເຄື່ອນ ຍ້າຍໄດ້ວ່ອງໄວສ່ຳໃດ ໂດຍຈະຮັກສາໄວ້ ຕົວແບບທີ່ເຄື່ອນຍ້າຍໄດ້ວ່ອງໄວທີ່ສຸດ.
ທ່ານ Fumiya Iida ນັກຄົ້ນຄວ້ານຳ ເວົ້າວ່າ “ຫຸ່ນຍົນແມ່ ແທ້ຈິງແລ້ວ ສາມາດສ້າງ
ລູກຫຸ່ນຍົນ ຫຼາຍຮ້ອຍໂຕ ແລະເບິ່ງການທຳງານຂອງພວກລູກຫຸ່ນຍົນເຫຼົ່ານີ້.
ແລະຖ້າການປະຕິບັດງານ ຂອງພວກເຂົາ ເຫັນວ່າດີ ກໍຈະເກັບຕົວແບບ ຂອງ
ພວກເຂົາໄວ້ ສຳຫລັບ ຫຸ່ນຍົນລຸ້ນຕໍ່ໄປ. ແລະຖ້າວ່າມັນບໍ່ດີ ກໍພຽງແຕ່ປ່ອຍປະ
ມັນໄປ.”
ແຮງຈູງໃຈ ເພື່ອຜະລິດ ພວກລູກຫຸ່ນຍົນ ໃຫ້ດີຂຶ້ນ ໄດ້ຖືກຄວບຄຸມ ໂດຍທິມງານຄົ້ນຄວ້າ
ຊຶ່ງສະໜອງສິນນ້ຳໃຈໃຫ້.
ທ່ານ Rosendo ເວົ້າອີກວ່າ “ພວກເຮົາ ຕັ້ງໂປຣແກຣມຫຸ່ນຍົນ ບົນພື້ນຖານໜ້າທີ່
ບາງສ່ວນ ຊຶ່ງກຳນົດລາງວັນ ທີ່ຫຸ່ນຍົນຈະໄດ້ຮັບ ຂຶ້ນຢູ່ກັບການກໍ່ສ້າງທີ່ພວກມັນ
ເຮັດ. ພວກມັນບໍ່ສາມາດປ່ຽນແປງລາງວັນດ້ວຍຕົວມັນເອງ. ໃນກໍລະນີຂອງລູກ
ຫຸ່ນຍົນນັ້ນ ມັນຂຶ້ນກັບໄລຍະທາງ ສະນັ້ນ ຄັນຫຸ່ນຍົນຍ່າງໄກຫຼາຍສ່ຳໃດ ມັນກໍ
ຈະໄດ້ຮັບລາງວັນຫຼາຍຂຶ້ນເທົ່ານັ້ນ.”
ຫຼັງຈາກໄດ້ມີ ຫຼາຍໆລຸ້ນແລ້ວ “ພວກລູກເຕົ້າຫຸ່ນຍົນ” ແມ່ນໄດ້ແລ່ນໄວຂຶ້ນເປັນສອງເທົ່າ.
ທ່ານ Iida ເວົ້າວ່າ “ແມ່ຫຸ່ນຍົນ ໄດ້ຜະລິດ ຫຸ່ນຍົນ 500 ໂຕ ເພື່ອເບິ່ງວ່າ ໂຕໃດ
ດີ ແລະໂຕໃດບໍ່ດີ.”
ບັນດານັກຄົ້ນຄວ້າໄດ້ສະເໜີແນະວ່າ ພວກເຄື່ອງຍົນນີ້ອາດນຳມາໃຊ້ໃນໂຮງງານຜະລິດ
ລົດຍົນ ຍົກຕົວຢ່າງ ບ່ອນຫຸ່ນຍົນທີ່ຕິດດ້ວຍກ້ອງນັ້ນ ສາມາດກວດສອບເບິ່ງລົດແຕ່ລະຄັນ
ໃນບ່ອນຜະລິດ ເພື່ອຊັ່ງຊາ ເບິ່ງສິ່ງຜິດພາດຕ່າງໆ ແລະຕໍ່ຈາກນັ້ນ ອອກແບບລົດໃຫ້ດີຂຶ້ນ
ກວ່າເກົ່າ.
What parent doesn't want to mold their child to be better - faster, smarter, more capable? Even though human parents can’t do that, a robot that builds its own children can. Scientists at the University of Cambridge in England have created a mother robot that not only constructs its own children, but tests their performance.
It's a robotic version of nature's survival of the fittest. The mother robot analyzes the performance of each of the “children” it creates, and incorporates preferential traits into the next generation.
"As the mother creates them and puts them to work, she evaluates how they’re behaving, and she uses data from this behavior to create the next generation of robots,” explained research scientist Andres Rosendo.
There’s no human intervention, except for a computer command to create a robot capable of moving from one place to another. The mother builds its children by gluing together pieces with small motors inside, in different configurations. Then it watches how quickly the children move, keeping the designs of the ones that moved the fastest.
“The mother robot can actually build hundreds of child robots and see the performance of these child robots. And if their performance is good, keep their design for the next generation. And if bad, just let it go,” said Fumiya Iida, lead researcher.
The motivation to produce better children is controlled by the research team, which provides an incentive.
“We program the robot based on some functions that define the reward the robot is going to get, depending on the construction that they make. They cannot change their own reward. In the case of the child robot, it’s distance, so the longer the distance the robot walks, the better the reward it receives,” said Rosendo.
After several generations, the "children" were running twice as fast.
“The mother robot generated 500 robots to see what one is good and which one is bad,” said Iida.
The researchers suggest the machines could be used in an auto plant, for example, where robot cameras scrutinize each car in the assembly line, evaluate any mistakes, and then design a better car.