ອຳນາດການປົກຄອງແຂວງສ່ວນໃຫຍ່ໃນລາວ ຍັງບໍ່ມີງົບປະມານສຳລັບການຕຽມ ຄວາມພ້ອມໃນດ້ານຕ່າງໆ ເພື່ອຮອງຮັບ ແລະ ຮັບຕ້ອນນັກທ່ອງທ່ຽວຈາກຕ່າງ ປະເທດໃນປີທ່ອງທ່ຽວລາວ 2024.
Your browser doesn’t support HTML5
ເຊີນຮັບຟັງ ກ່ຽວກັບ ອຳນາດການປົກຄອງແຂວງສ່ວນໃຫຍ່ໃນລາວ ຍັງບໍ່ມີງົບປະມານສຳລັບກຽມຄວາມພ້ອມໃນດ້ານຕ່າງໆ ສຳລັບປີທ່ອງທ່ຽວລາວ 2024 ທີ່ຈະມາເຖິງ
ນັກທຸລະກິດໃນສະພາການຄ້າ ແລະອຸດສາຫະກຳແຫ່ງຊາດລາວ ເປີດເຜີຍວ່າບັນ ຫາຫຍຸ້ງຍາກທີ່ສຸດຂອງການກະກຽມຄວາມພ້ອມໃນດ້ານຕ່າງໆ ເພື່ອຮອງຮັບ ແລະ ຮັບຕ້ອນນັກທ່ອງທ່ຽວໃນປີທ່ອງທ່ຽວລາວ 2024 ກໍ່ຄືບັນຫາຂາດແຄນທາງ ດ້ານງົບປະມານຢ່າງໜັກໜ່ວງຂອງລັດຖະບານລາວ ຈຶ່ງໄດ້ສົ່ງຜົນກະທົບເຮັດໃຫ້ ບໍ່ມີງົບປະມານສຳລັບຕອບສະໜອງໃຫ້ກັບແຂວງຕ່າງໆ ເພື່ອນຳໃຊ້ໃນການພັດ ທະນາ ປັບປຸງສະຖານທີ່ທ່ອງທ່ຽວ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ສ່ວນ ກອງທຶນພັດທະນາການທ່ອງທ່ຽວຂອງແຕ່ລະແຂວງນັ້ນ ກໍ່ບໍ່ມີເງິນທຶນເຫຼືອຢູ່ເລີຍ ຍ້ອນຜົນກະທົບຈາກການລະບາດພະຍາດໄວຣັສໂຄວິດ-19 ຈຶ່ງເຮັດໃຫ້ມີບັນຫາ ຫຍຸ້ງຍາກຫຼາຍທີ່ຈະກະກຽມຄວາມພ້ອມໃນທຸກດ້ານ ເພື່ອຮອງຮັບປີທ່ອງທ່ຽວລາວ 2024 ໄດ້ຢ່າງແທ້ຈິງ ດັ່ງທີ່ນັກທຸລະກິດລາວ ໄດ້ໃຫ້ການຢືນຢັນວ່າ:
“ສຳລັບການກະກຽມເປີດປີທ່ອງທ່ຽວນີ້ ບັນຫາຫຍຸ້ງຍາກກະຄືສະພາບເສດຖະກິດ ຫັ້ນແຫຼະ ເພາະວ່າເຮົາສິໄປຊຸກຍູ້ບັນດາຜູ້ປະກອບການໃຫ້ເຂົາປັບປຸງໃຫ້ຮອງຮັບ ໃຫ້ມັນດີຂຶ້ນກວ່າເກົ່າຫັ້ນ ກະມີບັນຫາດ້ານເສດຖະກິດ ເຂົາເຈົ້າກະມີຄວາມຫຍຸ້ງ ຍາກ ແລະ ອັນທີສອງມາກະຄືຜ່ານມາເຮົາໄດ້ມີກອງທຶນທ່ອງທ່ຽວເນາະ ແຕ່ວ່າ ປັດຈຸບັນນີ້ ໄດ້ຖືກໂຈະມາແຕ່ໂຄວິດ ເກີດຂຶ້ນພຸ້ນ ມາຮອດປັດຈຸບັນນີ້ ກະຖືວ່າ ບໍ່ມີງົບຕົວນີ້ໄປກະຕຸກ-ຊຸກຍູ້ ໃສ່ວຽກງານໃນການໂຄສະນາ ຫຼືວ່າການປັບປຸງ ການທ່ອງທ່ຽວນີ້ນະ ຄັນຖ້າວ່າເຮົາມີງົບປະມານຕົວນີ້ ກະສິເຮັດໃຫ້ການກະກຽມ ເປີດປີທ່ອງທ່ຽວນີ້ ສິມີຄວາມສະດວກຍິ່ງຂຶ້ນເນາະ”
ທັງນີ້ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ກໍ່ໄດ້ວາງເປົ້າ ໝາຍຈະດຶງເອົານັກທ່ອງທ່ຽວຊາວຕ່າງຊາດໃຫ້ໄດ້ກວ່າ 2.7 ລ້ານຄົນ ແລະສ້າງ ລາຍຮັບໃນພາກທຸລະກິດບໍລິການໃຫ້ໄດ້ກວ່າ 400 ລ້ານໂດລາ ໃນປີທ່ອງທ່ຽວ ລາວ 2024 ໃນນີ້ກໍຄາດວ່າຈະເປັນນັກທ່ອງທ່ຽວຊາວຈີນຫຼາຍຫວ່າ 1 ລ້ານຄົນ ເຊິ່ງສ່ວນໃຫຍ່ຈະເດີນທາງມາລາວໂດຍລົດໄຟລາວ-ຈີນ ທີ່ເຊື່ອມຕໍ່ລະຫວ່າງ ນະຄອນຫຼວງວຽງຈັນ ກັບເມືອງຄຸນຫມິງ ແຂວງຢຸນນານນັ້ນ ເຊິ່ງຖ້າຫາກພິຈາ ລະນາຈາກຄວາມສະດວກ ແລະ ຄວາມປອດໄພຂອງການເດີນທາງລວມເຖິງ ສະພາບຕົວຈິງທີ່ມີຊາວຈີນໃຊ້ບໍລິການລົດໄຟລາວ-ຈີນໂດຍສະເລ່ຍເຖິງ 4,889 ຄົນໃນແຕ່ລະວັນນັ້ນ ຍ່ອມເຮັດໃຫ້ມຄວາມເປັນໄປໄດ້ສູງ ທີ່ລັດຖະບານລາວ ຈະບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງເປັນຮູບປະທຳ.
ຍິ່ງໄປກວ່ານັ້ນ ການລະບາດໄວຣັສໂຄວິດ-19 ໃນຕະຫຼອດຊ່ວງປີ 2020-2022 ເຊິ່ງໄດ້ສົ່ງຜົນກະທົບຕໍ່ພາກບໍລິການ ແລະ ທ່ອງທ່ຽວໃນລາວຢ່າງໜັກ ໂດຍເຮັດ ໃຫ້ບໍລິສັດທ່ອງທ່ຽວໄດ້ຢຸດກິດຈະການເກືອບທັງໝົດ ທັງຍັງໄດ້ເລີກຈ້າງແຮງງານ ເກືອບທັງໝົດດ້ວຍ ອັນເຮັດໃຫ້ພາກບໍລິການໃນລາວ ຕ້ອງປະເຊີນກັບການຂາດ ແຄນບຸກຄະລາກອນຢ່າງຫຼວງຫຼາຍໃນລະຍະຜ່ານມານັ້ນ ຫາກແຕ່ບັນຫາເຫຼົ່ານີ້ກໍ ໄດ້ຮັບການແກ້ໄຂໃຫ້ກັບຄືນສູ່ສະພາວະທີ່ເກືອບຈະເປັນປົກະຕິແລ້ວໃນຂະນະນີ້ ຈຶ່ງເຫຼືອພຽງການປະສານສົມທົບກັບໜ່ວຍທຸລະກິດເອກະຊົນ ແລະ ການສ້າງການ ມີສ່ວນຮ່ວມຈາກປະຊາຊົນຢ່າງແທ້ຈິງເທົ່ານັ້ນ ດັ່ງທີ່ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼ່ງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ ຖະແຫຼງຢືນຢັນວ່າ:
“ສຳລັບແຜນວຽກປັບປຸງສິ່ງອຳນວຍຄຍວາມສະດວກນີ້ມີທັງໝົດ 6 ກິດຈະກຳ ໃນນັ້ນກໍ່ແມ່ນປັບປຸງບັນດາສະຖານທີ່ທ່ອງທ່ຽວໃຫ້ໄດ້ມາດຕະຖານ ຈັດລະດັບ ສະຖານທີ່ທ່ອງທ່ຽວ ໃຫ້ໄດ້ຕິດປ້າຍດາວຢັ້ງຢືນມາດຕະຖານ, ສ້າງ ແລະ ຕິດຕັ້ງປ້າຍຊີ້ບອກຕາມເສັ້ນທາງເຂົ້າສະຖານທີ່ທ່ອງທ່ຽວ, ປັບປຸງເມືອງທ່ອງ ທ່ຽວໃຫ້ໄດ້ມາດຕະຖານ ແລະ ປັບປຸງສິ່ງອຳນວຍຄວາມສະດວກ ກິດຈະກຳ ການທ່ອງທ່ຽວແບບອະນຸລັກ ຫຼືວ່າ Ecotourism. ອອກໃບຢັ້ງຢືນດ້ານເທັກນິກ ແລະ ຄວາມປອດໄພຂອງກິດຈະກຳທ່ອງທ່ຽວ ແບບປະຊາຊົນມີສ່ວນຮ່ວມໃຫ້ ໄດ້ມາດຕະຖານ”
ສ່ວນເຈົ້າໜ້າທີ່ຂັ້ນສູງໃນກະຊວງຖະແຫຼ່ງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ ຢືນຢັນວ່າລັດຖະບານລາວຈະເລັ່ງດຳເນີນການພັດທະນາທຸລະກິດພາກບໍລິການ ແລະ ທ່ອງທ່ຽວໃຫ້ໄດ້ລະດັບມາດຕະຖານສາກົນໃຫ້ໄວທີ່ສຸດ ເພາະຄາດຫວັງ ວ່ານັກທ່ອງທ່ຽວຊາວຕ່າງຊາດຈະເດີນທາງມາລາວຫຼາຍຂຶ້ນໂດຍສະເພາະພາຍຫຼັງຈາກທີ່ສາມາດຄວບຄຸມການລະບາດພະຍາດໄວຣັສໂຄວິດ-19 ໄດ້ຢ່າງຄັກແນ່ ແລ້ວ ທັງຍັງໄດ້ເປີດການເດີນລົດໄຟໄດ້ໃນຕະຫຼອດເສັ້ນທາງນະຄອນຫຼວງວຽງຈັນ-ເມືອງຄຸນຫມິງ ນັບຈາກວັນທີ 13 ເມສາ 2023 ເປັນຕົ້ນມາແລ້ວນັ້ນ ຍ່ອມຈະສົ່ງຜົນດີຕໍ່ປີທ່ອງທ່ຽວລາວ 2024 ອີກທັງຍັງເປັນປີທີ່ລັດຖະບານລາວ ເປັນປະທານກຸ່ມອາຊຽນ ເຊິ່ງຈະຕ້ອງຈັດກອງປະຊຸມສຸດຍອດຜູ້ນຳອາຊຽນ ແລະ ກອງປະຊຸມລະດັບລັດຖະມົນຕີ ລວມເຖິງກິດຈະກຳຕ່າງໆໃນຕະຫຼອດປີ 2024 ດ້ວຍແລ້ວ ຈຶ່ງຕ້ອງຕຽມຄວາມພ້ອມທຸກດ້ານ ທີ່ລວມເຖິງໂຮງແຮມ-ຮ້ານອາຫານ ດ້ວຍ.