ສານຂອງຣັດເຊຍ ໄດ້ຕັດສິນ ທີ່ຈະກັກຕົວ ທ່ານ ໄມເກີລ ຄາລເວ ນັກລົງທຶນຊາວອາ-
ເມຣິກັນ ຜູ້ກໍ່ຕັ້ງ ບໍລິສັດ Baring Vostok Capital Partners ທີ່ເປັນກຸ່ມບໍລິສັດຮຸ້ນ
ສ່ວນເອກກະຊົນ ທີ່ມີຫ້ອງການຕັ້ງຢູ່ໃນນະຄອນຫຼວງ ມົສກູ ໄວ້ຕໍ່ໄປອີກ.
ເມື່ອຕອນແລງວັນສຸກວານນີ້ ສານດັ່ງກ່າວ ໄດ້ເຄື່ອນໄຫວ ຕໍ່ເວລາການກັກຕົວ ທ່ານ
ຄາລເວ ຜູ້ທີ່ໄດ້ຖືກຈັບກຸມມາ ເປັນເວລາ 72 ຊົ່ວໂມງແລ້ວ ແລະ ໄດ້ຮຽກຮ້ອງໃຫ້ມີ
ການຮັບຟັງຄຳໃຫ້ການ ເປັນຄັ້ງທີສອງ ໃນວັນເສົາມື້ນີ້.
ຜູ້ກໍ່ຕັ້ງ ບໍລິສັດ ກອງທຶນຮ່ວມລົງທຶນ Baring Vostok ທ່ານ ໄມເກີລ ຄາລເວ (Michael Calvey), ກາງ, ກຳລັງຖືກຄວບຄຸມໂຕ ໄປຍັງຫ້ອງດຳເນີນຄະດີຂອງສານໃນນະຄອນຫຼວງ ມົສກູ, ວັນທີ 15 ກຸມພາ 2019.
ຈຳເລີຍອີກສີ່ຄົນ ໃນຄະດີນີ້ ໄດ້ຖືກສັ່ງໃຫ້ຢູ່ໃນການຄວບຄຸມຕົວໄວ້ ກ່ອນການດຳເນີນ
ຄະດີ ເປັນເວລາ ສອງເດືອນ.
ໂຄສົກຂອງສານຊັ້ນຕົ້ນ ນະຄອນມົສກູ ໃນວັນສຸກວານນີ້ ໄດ້ປະກາດວ່າ ທ່ານ ຄາລເວ
ໄດ້ຖືກຄວບຄຸມຕົວ ພ້ອມກັນກັບ ສະມາຊິກຄົນອື່ນໆ ຂອງບໍລິສັດ ໃນວັນພະຫັດຜ່ານ
ມາ ໃນຖານ ເປັນຜູ້ຕ້ອງສົງໄສ ໃນການຍັກຍອກເງິນ 37 ລ້ານ 5 ແສນໂດລາ ເທົ່າກັບ
2 ພັນ 5 ຮ້ອຍລ້ານຣູໂບລ ຊຶ່ງເປັນຂໍ້ກ່າວຫາ ທີ່ອາດມີໂທດຈຳຄຸກ ເຖິງ 10 ປີ.
ທ່ານຄາລເວ ອາຍຸ 51 ປີ ເປັນຜູ້ລົງທຶນຮ່ວມອະວຸໂສ ທີ່ໄດ້ກໍ່ຕັ້ງ ບໍລິສັດ Baring Vostok
ໃນປີ 1994.