ລູກປືນຄົກ ຕົກໃສ່ ນະຄອນຫຼວງ ໂມກາດິສຊູ ກ່ອນການເລືອກຕັ້ງ ປະທານາທິບໍດີ

ທະຫານ ສະຫະພາບອາຟຣິກາ ຢືນຢູ່ ກັບລົດຫຸ້ມເກາະ ຂອງພວກເຂົາເຈົ້າ ທີ່ດ່ານກວດແຫ່ງນຶ່ງ ກ່ອນເລືອກຕັ້ງ ປະທານາທິບໍດີ ທີ່ນະຄອນຫຼວງໂມກາດິສຊູ. (7 ກຸມພາ 2017)

ລູກປືນ​ຄົກ 5 ລູກ​ໄດ້​ແຕກ​ຂຶ້ນ​ໃກ້ໆ​ສະໜາມ​ບິນ​ນະຄອນຫຼວງ​ໂມ​ກາ​ດິສຊູຂອງໂຊ​ມາ​ເລຍ​ ໃນ​ຕອນ​ແລງ​ວັນ​ອັງຄານ​ວານ​ນີ້ ກ່ອນ​ໜ້າ ການ​ເລືອກ​ຕັ້ງສະພາ​ແຫ່ງຊາດ ​ໃນ​ວັນ​ພຸດ​ມື້ນີ້ ​ເພື່ອ​ເລືອກ​ເອົາ​ປະທານາທິບໍ​ດີ​ຄົນ​ໃໝ່​ຂອງ​ປະ​ເທດ.

ຍັງ​ບໍ່​ທັນ​ມີ​ລາຍ​ງານ​ກ່ຽວ​ກັບ​ການ​ບາດ​ເຈັບ​ລົ້ມຕາຍ​ຈາກ​ການ​ໂຈມ​ຕີ​ດ້ວຍ​ປືນ​ຄົກດັ່ງກ່າວ​ນີ້​ເທື່ອ. ປະຊາຊົນ​ຈຳ​ນວນນຶ່ງ ​ໄດ້​ຖິ້ມ​ໂທດ ​ໃສ່​ພວກ​ຫົວ​ຮຸນ​ແຮງ al-Shabab ຊຶ່ງ​ໄດ້​ປະ ກາດ​ວ່າ​ຈະ​ທຳ​ການ​ລົບ​ກວນ​ການ​ເລືອກ​ຕັ້ງຄັ້ງນີ້.

ລູກປືນ​ຄົກລູກ​ນຶ່ງ ​ໄດ້​ຕົກລົງ​ໃສ່​ໃກ້ໆ ​ໂຮງ​ແຮມ Jazeera ບໍ່​ຮອດ​ນຶ່ງ​ຫລັກ​ກິ​ໂລແມັດ​ຢູ່​ທາງ​ເໜືອ​ສະໜາມ​ບິນ​ນາໆ​ຊາດໃນນະຄອນຫຼວງ​ໂມ​ກາ​ດິສຊູ ຊຶ່ງ​ເປັນບ່ອນເລືອກ​ຕັ້ງ ປະທານາທິບໍດີ.

ນອກ​ນັ້ນ ຍັງ​ມີ​ລາຍ​ງານ ​ກ່ຽວ​ກັບ​ການ​ໂຈ​ມຕີ​ດ້ວຍ​ລະ​ເບີດ​ມື ​ໃກ້​ກັບ​ທາ​ງ​ແຍກ Dabka ​ໃນ​ເຂດ​ເມືອງ Hodan. ມາ​ຮອດ​ປັດຈຸບັນ ຍັງ​ບໍ່​ທັນ​ມີ​ລາຍ​ງານ​ ກ່ຽວ​ກັບການ​ບາດ​ເຈັບ​ລົ້ມຕາຍ​ເທື່ອ.

ຢູ່​ນອກ​ ນະຄອນຫຼວງ​ໂມ​ກາ​ດິສຊູ ພວກ​ທີ່​ສົງ​ໄສ​ວ່າ ​ເປັນ​ກຸ່ມ​ຫົວ​ຮຸນ​ແຮງ​ ໄດ້​ໃຊ້ປືນ​ຄົກແລະ​ອາວຸດ​ໂຈມ​ຕີ​ຄ້າຍ​ທະຫານ​ແຫ່ງ​ນຶ່ງຂອງ​ກຳລັງ​ສະຫະພາບ​ອາ​ຟຣິກາ​ໃນ​ຕອນ​ແລງ​ວັນ​ອັງຄານ​ວານ​ນີ້ ອີງ​ຕາມ​ເຈົ້າໜ້າ​ທີ່​ທ່ານ​ນຶ່ງ ທີ່ຢູ່​ໃກ້ໆ​ກັບ ຄ້າຍ​ທະຫານ Arbaow ປະ ມານ 13 ຫຼັກກິ​ໂລ​ແມັດ​ຢູ່​ທາງ​ໃຕ້​ນະຄອນ​ໂມ​ກາດິສຊູ.

ປະທານາທິບໍດີ​ຄົນ​ປັດຈຸບັນ ທ່ານ Hassan Sheik Mohamud ລົງ​ສະ​ໝັກ​ເອົາ​ຕຳ​ແໜ່ງ ຕື່ມ ແຂ່ງ​ກັບ​ຜູ້​ສະໝັກ​ອື່ນໆ ​ອີກ 20 ກວ່າ​ຄົນ ຮວມທັງ ປະທານາທິບໍດີ​ຄົນ​ກ່ອນ Sheik sharif Shiekh Ahmed ​ແລະ​ອະດີດ​ນາຍົກລັດຖະມົນຕີ​ອີກ 2 ຄົນ. ຜູ້​ມີ​ສິດ​ປ່ອນ​ບັດ​ກຸ່ມ​ນຶ່ງ​ຈະ​ພົບ​ປະກັນ​ທີ່​ສະໜາມ​ບິນ​ນາໆຊາດ​ໂມ​ກາ​ດິສຊູ ພາຍ​ໃຕ້​ການ​ຍາມ​ຮັກສາ​ການ​ຢ່າງ​ເຂັ້ມ​ງວດ ຂອງ​ກຳລັງ​ ສະຫະພາບ​ອາ​ຟຣິກາ​ ປະຕິບັດ​ງານ​ໃນປະເທດ​ໂຊ​ມາ​ເລຍ ທີ່​ເອີ້ນ ຫຍໍ້​ວ່າ AMISOM.

ສະມາຊິກ​ສ່ວນ​ໃຫຍ່​ຂອງ​ຈຳນວນ​ທັງ​ໝົດ 239 ທ່ານ​ທີ່​ລົງ​ແຂ່ງຂັນ​ເອົາ​ຕຳ​ແໜ່​ງໃນ​ສະພາ ຈະ​ເຂົ້າຮ່ວມ​ລາຍ​ງານ​ການ​ເລືອກ​ຕັ້ງສົດ​ທີ່​ໂຮງ​ແຮມ​ໂມ​ກາ​ດິສຊູ ຊຶ່ງພວກ​ທ່ານ ຮວມທັງ​ຜູ້​ສະໝັກ​ປະທາ​ນາທີ​ບໍດີ 22 ຄົນ ຈະ​ໄປ​ເຖິງ​ສະໜາມ​ບິນ​ໃນ​ຕອນ​ເຊົ້າວັນ​ພຸດ​ມື້ນີ້​ເພື່ອ​ກວດ ກາ​ກ່ອນ​ການ​ປ່ອນ​ບັດ​ເລີ້ມຂຶ້ນ.

​ເຈົ້າໜ້າ​ທີ່​ໂຊ​ມາ​ເລຍ ​ບໍ່​ໄດ້​ໃຫ້​ຄວາມ​ເຫັນ​ໃດໆ ກ່ຽວ​ກັບ​ລາຍ​ງານ ​ການ​ໂຈມ​ຕີ ​ໃນວັນ​ອັງ ຄານ​ວານ​ນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ